ຈັດສເນີທ່ານໂດຍ: ວຽງໄຊ
ກ່ຽວກັບເຈົ້າອະນຸວົງສ໌ນັ້ນ ເຈົ້າພຣະຍາຣາຊສຸພາວະດີ ໄດ້ຊັກຖາມຈາກເຈົ້າອະນຸວົງສ໌ ຜູ້ເປັນຣາຊບິດາ ໄດ້ຄວາມວ່າ ຖືກອາວຸທ ຍ່າງບໍ່ໄດ້ ຈຶ່ງແວ່ຫາເຮືອເພື່ອຈະໄປທາງນ້ຳໄປຂຶ້ນທີ່ທ່າເມືອງມະຫາໄຊກອງແກ້ວ ແລ້ວຈຶ່ງຈະເດີນທາງຕໍ່ ໄປຍັງເມືອງແກວ ແລະພຣະອົງຄ໌ກໍຄອຍຖ້າຢູ່ທີ່ບ້ານໄຮ ຕີນພູເຂົາໄກ່ ບໍ່ເຫັນເຈົ້າຣາຊວົງສ໌ໄປເຖິງ ຈົນກອງທະຫາຣ ໄທໄປຈັບໄດ້ໃນທີ່ນັ້ນ. ອັນນີ້ ເປັນກາຣໝົດສີ້ນ ກາຣໃຫ້ກາຣຂອງເຈົ້າອະນຸວົງສ໌ ກ່ຽວກັບເຈົ້າຣາຊວົງສ໌.
ເດືອນຈຽງ ຂຶ້ນ 15 ຄ່ຳ ກົງກັບວັນທີ່ 21 ເດືອນທັນວາ ຄຣິສຕະສັກຣາຊ 1828 ເຈົ້າພຣະຍາຣາຊສຸພາວະດີ ແມ່ ທັພໄທ ໄດ້ຈັດໃຫ້ທະຫາຣ 300 ຄົນ ຄຸມພຣະເຈົ້າອະນຸວົງສ໌ພ້ອມດ້ວຍພຣະຍາຕິວົງສ໌ ລົງໄປກຣຸງເທພ. ພໍໄປ ຮອດເມືອງສະຣະບຸຣີ ກໍໄປພໍ້ກັບພຣະຍາໄຊວາຣີ ຊື່ເດີມ (ນາຍໂຕ) ທີ່ຂຶ້ນມາຕັ້ງກອງສົ່ງສະບຽງອາຫາຣ ຢູ່ທີ່ເມືອງ ສະຣະບຸຣີນັ້ນ.
ພຣະຍາໄຊວາຣີ ໄດ້ສັ່ງໃຫ້ຄົນເຮັດກົງເຫລັກຂັງເຈົ້າອະນຸວົງສ໌ ຕັ້ງໄວ້ປະຈານໃນກາງເຮືອ. ແລ້ວມອບໃຫ້ພຣະຍາ ອະນຸຣັກໂຍທາ ກັບພຣະຍາໂຍທາສົງຄຣາມ ຄຸມເຮືອເຈົ້າອະນຸວົງສ໌ຕີຄ້ອງເລາະປະຈານ ລ່ອງໄປຕາມລຳນ້ຳເຈົ້າ ພຣະຍາ ໄປເຖິງກຣຸງເກົ່າ ຕໍ່ໄປຍັງກຣຸງເທພ. ເຮືອກົງເຫລັກບັນທຸກເຈົ້າອະນຸວົງສ໌ໄປເຖິງກຣຸງເທພ ໃນເດືອນຍີ່ ຂຶ້ນ 11 ຄ່ຳ ກົງກັບວັນທີ່ 15 ເດືອນ ມະກະຣາ 1829, ແລ້ວເຈົ້າພນັກງານ ນຳຄວາມຂຶ້ນທູລພຣະເຈົ້າແຜ່ນດິນໄທ.
ພຣະເຈົ້າແຜ່ນດິນໄທ ໃຫ້ເອົາໂສ້ລ່າມພຣະເຈົ້າອະນຸວົງສ໌ໄວ້ທີ່ກຣົມຕຳຣວຈ. ແລ້ວສັ່ງໃຫ້ກຣົມຕຳຣວຈເຮັດຄອກ ເຫລັກໃຫຍ່ໃສ່ເຈົ້າອະນຸວົງສ໌ ແລະຄອກເຫລັກນ້ອຍອີກ 13 ຄອກ ສຳຣັບຂັງເຈ້າຣາຊບຸຕ ໂຢ້, ເຈົ້າສຸທທິສານ, ເຈົ້າ ເຕ້, ເຈົ້າປານ, ເຈົ້າດວງຈັນ, ເຈົ້າສຸວັນນະຈັກ, ເຈົ້າປັນ ຊຶ່ງເປັນຣາຊໂອຣົສຂອງເຈົ້າອະນຸກັບເຈົ້າຟ້າຍິງຄຳປ້ອງ ພຣະຊາຍາ ແລະພຣະຣາຊນັດດາ ຫຣືຜູ້ເປັນຫລານອີກ 5 ຄົນຄື ເຈົ້າສຸຣິຍະ, ເຈົ້າໂງ່ນຄຳໃຫຍ່, ເຈົ້າປານ, ເຈົ້າບຸ ແລະເຈົ້າທອງດີ. ຍ້ອນວ່າ ເຈົ້າອະນຸວົງສ໌ ຖືກຂັງໃສ່ຄອກເຫລັກ ໃນກຣຸງເທພເທື່ອນີ້ເອງ ຄົນລາວຈຶ່ງໄດ້ຂນານນາມ ໃໝ່ໃຫ້ບາງກອກວ່າ ບາງກອກຄອກໜາມ ມາຈົນກະທັ້ງບັດນີ້.
ຄອກເຫລັກທັງ 13 ຄອກນັ້ນ ຕັ້ງໄວ້ເປັນແຖວ ມີເຄື່ອງກຣົມະທັນດ໌ ເຄື່ອງສຳຣັບລົງໂທສໄວ້ຢ່າງຄົບຖ້ວນຄື ຄົກ, ສາກ ສຳຣັບເອົາລົງຕຳໃຫ້ຕາຍ, ເບັດ ສຳຣັບເກາະແຂນ ຂາໃຫ້ທໍຣະມານຕາຍ, ມີໝໍ້ຂາງເຫລັກ ສຳຣັບຂົ້ວ ຕົ້ມ, ມີ ຂວານ ສຳຣັບຜ່າໜ້າອົກ, ມີເລື່ອຍສຳຣັບເລື່ອຍ ຕັດຮ່າງກາຍ, ມີນ້ຳມັນ ສຳຣັບຈູດທັງເປັນ, ມີໄມ້ຂາກະຢັ່ງ ສຳຣັບ ສຽບນັກໂທສທັງເປັນ. ສິ່ງຂອງເຫລົ່ານີ້ໃຫ້ຈັດໄວ້ທີ່ທ້ອງສນາມໜ້າວັດຈັກຣວັດ.
ໃນແຕ່ລະມື້ໃນຕອນເຊົ້າໆ ກໍໃຫ້ໄຂເອົາເຈົ້າອະນຸແລະທຸກໆ ຄົນອອກມາ. ແລ້ວນຳເອົາໄປ ໃສ່ຄອກເຫລັກ ຕັ້ງປະຈານຢູ່ໜ້າພຣະທີ່ນັ່ງ ຄື ສນາມຫລວງ ນັ້ນເອງ. ໃຫ້ເຈົ້ານາງຄຳປ້ອງ ອັຄຄະມະເຫສີຂອງເຈົ້າ ອະນຸ ຖືວີກ້ານໝາກເຂົ້າໄປນັ່ງພັດວີຢູ່ໃນຄອກ. ໃຫ້ພວກອະນຸຊາຍາ ຫຣືເມັຍນ້ອຍ ແຕ່ງຕົວຖືໝໍ້ກະເບື້ອງ ໃສ່ເຂົ້າ ປາ ອາຫາຣ ໄປລ້ຽງໃນຄອກນັ້ນ ທຸກໆ ມື້.
ພຣະເຈົ້າແຜ່ນດິນໄທ ໃຫ້ປ່າວເຕືອນຣາສດອນໃນກຣຸງເທພ ແລະຕາມບ້ານນອນຂອກນາໃຫ້ພາກັນໄປເບີ່ງແລະປ້ອຍ ດ່າຢູ່ທຸກມື້ ບໍ່ໄດ້ຂາດ. ເຖິງເວລາບ່າຍ ກໍເອົາພວກລູກຫລານຂອງເຈົ້າອະນຸ ຂຶ້ນງອຍເທິງຂາກະຢັ່ງ ຮ້ອງປະຈານ ໂທສຂອງຕົນ ທຸກໆ ຄົນ. ໃນເວລາຕົກຄ່ຳ ກໍເອົາກັບຄືນໄປເຂົ້າຄອກເຫລັກ ຢູ່ທີ່ກຣົມຕຳຣວຈ, ພວກໄທໄດ້ກະທຳ ດັ່ງນີ້ ມາໄດ້ 8 ວັນ ສົມເດັຈພຣະເຈົ້າອະນຸວົງສ໌ ກໍຂົງອາພາທດ້ວຍໂຣກລົງແດງ ແລະໄດ້ເຖິງແກ່ອະສັນຍະກັມມ໌. ເມື່ອສິ້ນພຣະຊົນແລ້ວ ພຣະເຈົ້າແຜ່ນດິນໄທ ກໍໄດ້ນຳເອົາສົພໄປສຽບປະຈານໄວ້ ທີ່ ສຳເຫຣ່ ໃນກຣຸງເທພນັ້ນເອງ. ແລະໄດ້ມີກາຣຮັບສັ່ງໃຫ້ຂ້າຣາຊກາຣໄປເບີ່ງ ເພື່ອບໍ່ໃຫ້ຖືເອົາເປັນຢ້ຽງຢ່າງ.
ສົມເດັຈພຣະເຈົ້າອະນຸວົງສ໌ ຊົງພຣະຣາຊສົມພົພ ເກີດປີກຸລ, ຄຣິສຕະສັກຣາຊ 1767 ເມື່ອກຣຸງສຣີອະຍຸທຍາເສັຍ ເອກຣາຊໃຫ້ແກ່ພມ່າ ແລະສິ້ນພຣະຊົນມ໌ໃນເດືອນ ກຸມພາ ຄຣິສຕະສັກຣາຊ 1829 ຮວມພຣະຊົນມາຍຸໄດ້ 62 ພັຣສາ.
ອັນນີ້ແຫລະຄືກາຣອະວະສານລົງ ແຫ່ງຊະຕາກັມມ໌ຂອງນະຄອນວຽງຈັນທະບຸຣີ ສຣີສັຕນາຄະນະຫຸຕ ແລະກາຣສ້ຽງ ສຸດລົງຂອງພຣະຊົນມ໌ຊີພຂອງພຣະເຈົ້າອະນຸວົງສ໌ ຕລອດຈົນເຊື້ອວົງສ໌ກະສັຕຍ໌ວຽງຈັນທນ໌ ແລະປະຊາຊົນພົລະ ເມືອງລາວຫລາຍແສນຄົນ ກໍຖືກກວາດລົງໄປຢູ່ເມືອງໄທ ເປັນພົລະເມືອງໄທຕໍ່ມາຈົນເຖິງທຸກວັນນີ້ແລ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |