ພຣະເຈົ້າມິນຫ໌ໝາງ ແຫ່ງກຣຸງວຽດນາມ ລົງໂທສເຈົ້ານ້ອຍເມືອງພວນ

2007-08-07

ຈັດສເນີທ່ານໂດຍ: ວຽງໄຊ

ພຣະເຈົ້າມິນຫ໌ໝາງ ແຫ່ງກຣຸງວຽດນາມ ໄດ້ຊາບວ່າ ເຈົ້ານ້ອຍເມືອງພວນ ຄິດອ່ານເປັນໃຈໄທ ໃຊ້ໃຫ້ຄົນໄປແຈ້ງຕໍ່ ກອງທັພໄທ ໃຫ້ມາຈັບເຈົ້າອະນຸວົງສ໌ທີ່ຫລົບໜີອອກຈາກວຽງຈັນທນ໌ ເພື່ອໄປຍັງປະເທສແກວເປັນຄັ້ງທີ່ 2 ກໍຊົງ ພຣະພິໂຣທໂກທເຄືອງໃຫ້ເຈົ້ານ້ອຍ ເມືອງພວນຍິ່ງນັກໜາ ເພາະຖືວ່າ ເປັນກາຣລົບຫລູ່ກຽຕແລະສັກສີຂອງຕົນ ວຽດນາມຖືວ່າ ເມືອງພວນ ເປັນເມືອງທີ່ຢູ່ພາຍໃຕ້ກາຣຄຸ້ມກັນໃຫ້ຄວາມປອດພັຍຂອງວຽດນາມ.

ພຣະເຈົ້າມິນຫ໌ໝາງ ໄດ້ມີພຣະຣາຊອາຍາ ໃຫ້ອົງ ທົງເຈ ອັຄຄະມະຫາເສນາບໍດີຝ່າຍເໜືອມີໜັງສືບັງຄັບ ໃຫ້ເຈົ້າ ນ້ອຍລົງໄປເຂົ້າເຝົ້າ ແລ້ວໃຫ້ທຳກາຣປຶກສາຫາຣື ເຣື່ອງກາຣລົງໂທສເຈົ້ານ້ອຍ ເມືອງພວນ.

ບັດນັ້ນ, ພວກຂຸນນາງແກວ ມີຄວາມເຫັນພ້ອມກັນວ່າ ເຈົ້ານ້ອຍ ເມືອງພວນ ເຈົ້າປະເທສຣາຊຂອງວຽດນາມ ບໍ່ໄດ້ ຕັ້ງຢູ່ໃນຄວາມຊື່ສັຕຍ໌ສຸຈະຣິຕ ຕໍ່ພຣະເຈົ້າກຣຸງວຽດນາມ ແຕ່ຫັນໄປເປັນໃຈໄທ ຂໍໃຫ້ກອງທັພໄທ ຍົກທັພຂຶ້ນມາ ຈັບພຣະເຈົ້າອະນຸວົງສ໌ໃນເຂຕແດນເມືອງພວນ ຊຶ່ງວຽດນາມຖືວ່າ ເປັນອານາຈັກຣ໌ຂອງວຽດນາມ. ກາຣກະທຳ ເຊັ່ນນັ້ນ, ເປັນກາຣເຮັດໃຫ້ນານາປະເທສດູໝິ່ນດູແຄນວຽດນາມໄດ້. ເປັນກາຣເຮັດໃຫ້ເສັຍອຳນາຈບາຣະມີຂອງວຽດ ນາມເປັນຍ່າງຍິ່ງ. ເຈົ້ານ້ອຍເມືອງພວນ ຈຶງຖືກຖືວ່າ ມີຄວາມຜິດໜັກ ບໍ່ຄວນຊຸບລ້ຽງໄວ້ ຄວນປະຫາຣຊີວິຕເສັຍ.

ຝ່າຍພຣະເຈົ້າມິນຫ໌ໝາງ ແຫ່ງກຣຸງວຽດນາມ ໄດ້ຊົງຊາບກາຣຕັດສິນໂທສເຈົ້ານ້ອຍ ເມືອງພວນ ໂດຍເສນາບໍດີຜູ້ ໃຫຍ່ດັ່ງນັ້ນແລ້ວ ຈຶ່ງໄດ້ໂປຣດໃຫ້ເຈົ້າພນັກງານ ຂຶ້ນມານຳເອົາເຈົ້ານ້ອຍ ເມືອງພວນ ໄປປະຫາຣຊີວິຕທີ່ກຣຸງເວ້.

ໃນເວລາຕໍ່ມາ, ພຣະເຈົ້າມິນຫ໌ໝາງ ກໍໄດ້ຊົງແຕ່ງຕັ້ງໃຫ້ ບັນຂຸນຫງວຽນ ຜູ້ເປັນຂຸນນາງຜູ້ໃຫຍ່ ເປັນຣາຊທູຕຖື ພຣະຣາຊ ສາຣກຣຸງວຽດນາມໄປຍັງກຣຸງເທພ. ໃນພຣະຣາຊສາຣນັ້ນ ມີກາຣກ່າວເຖິງ ເຣື່ອງ ທະຫາຣໄທທີ່ຂ້າທູຕ ແກວຕາຍ 48 ຄົນ ທີ່ນະຄອນພນົມນັ້ນວ່າ ເປັນກາຣກະທຳຜິດທາງພຣະຣາຊໄມຕຣີອັນດີ. ທາງກຣຸງເທພຈະຕອບ ຣາຊສາຣໄປປະກາຣໃດນັ້ນ ກໍບໍ່ຮູ້ນຳເລີຍ. ໃນຣາຍງານເສິກປາບວຽງຈັນທນ໌ ຂອງ ພຣະຍາຣາຊສຸພາວະດີ ນັ້ນ ກໍບໍ່ ໄດ້ກ່າວເຖິງ. ຈຶ່ງເປັນອັນວ່າ ສຸດລົງແຕ່ພຽງເທົ່ານີ້.

ຣາຊສາຣຂອງພຣະເຈົ້າແຜ່ນດິນແກວ ກ່ຽວກັບບັນຫາ ໄທເຮັດສົງຄາມປາບວຽງຈັນທນ໌ ທີ່ສົ່ງໄປຖວາຍ ພຣະເຈົ້າ ແຜ່ນດິນໄທນັ້ນ ມີ 2 ສບັບ. ສບັບທີ່ 1 ສົ່ງໄປໃນເດືອນ 4 ອອກໃໝ່ 10 ຄ່ຳ. ສບັບທີ່ 2 ສົ່ງໄປໃນເດືອນ 12 ອອກໃໝ່ 6 ຄ່ຳ ປີຄຣິສຕະສັກຣາຊ 1829 ນັ້ນເອງ.

ໃນຊ່ວງເວລາທີ່ແກວແລະໄທ ເກີດມີຄວາມຂັດແຍ້ງກັນ ທີ່ເນື່ອງມາຈາກ ທະຫາຣໄທຂ້າທູຕແກວຕາຍ 48 ຄົນ ທີ່ ນະຄອນພນົມນັ້ນ ໄດ້ມີກາຣແກ້ໄຂໄປໃນທຳນອງໃດ ບໍ່ໄດ້ກ່າວໄວ້ແຕ່ ປວັຕສາຕລາວ ສບັບຂອງກະຊວງສຶກສາ ທິກາຣ ຣັຖບາລຣາຊອານາຈັກຣ໌ລາວ ກ່າວວ່າ ໄດ້ເກີດເປັນສົງຄາມສູ້ຣົບກັນຢູ່ຫລາຍປີ ຈຶ່ງສງົບລົງ.

ຄອບຄົວຂອງຊາວວຽງຈັນທນ໌ ທີ່ໄທກວາດຕ້ອນໄປ ໃນຄາວເຈົ້າອະນຸວົງສ໌ປຣາໄຊຍ໌ສົງຄາມກູ້ຊາຕນີ້ ພຣະເຈົ້າແຜ່ນ ດິນໄທ ໄດ້ໃຫ້ເອົາໄວ້ທີ່ເມືອງລົພບຸຣີກໍມີ, ສະຣະບຸຣີ ກໍມີ, ນະຄອນໄຊຍ໌ສຣີ ກໍມີ, ສ່ວນພວກແກວທີ່ຈັບໄປໄດ້ຈາກ ເມືອງຊຽງຂວາງນັ້ນ ໃຫ້ເອົາກັບໄປກັກກັນໄວ້ ໃນເຂຕເມືອງກາລະສິນ, ຕໍ່ມາ ແກວພວກນີ້ ຈຶ່ງເອີ້ນກັນວ່າ ພວກ ແສກ ແລະມີຢູ່ໃນທ້ອງຖິ່ນ ຕຳບົລອາຈສາມາຖ ຈົນເທົ່າທຸກວັນນີ້.

ໃນຣະຫວ່າງທີ່ພຣະເຈົ້າອະນຸວົງສ໌ ປຣາຊັຍສົງຄຣາມໃຫ້ກອງທັພໄທ ແລ້ວຫລົບໜີອອກຈາກວຽງຈັນທນ໌ໄປຄັ້ງ ທຳ ອິດນັ້ນ ພຣະບໍຣົມະຣາຊາ ເຈົ້າເມືອງນະຄອນພນົມ ກໍໄດ້ຫລົບໜີໄປຍັງເມືອງແກວດ້ວຍ ແຕ່ໄປຄ້າງຢູ່ເມືອງມະຫາ ໄຊກອງແກ້ວ ຄັນກອງທັພໄທຕິດຕາມເຈົ້າອະນຸວົງສ໌ ຈຶ່ງໄປພໍ້ພຣະບໍຣົມະຣາຊາຢູ່ທີ່ນັ້ນ ແລະໄດ້ຈັບເອົາພຣະບໍ ຣົມະຣາຊາ ແລະກວາດຕ້ອນເອົາຄອບຄົວຊາວເມືອງມະຫາໄຊ ກັບມາຍັງເມືອງນະຄອນພນົມ.

ສ່ວນພຣະບໍຣົມະຣາຊານັ້ນ ຖືກສັ່ງໃຫ້ຖອດຍົສ ບໍ່ເຖິງໂທສປະຫາຣຊີວິຕ ເພາະວ່າ ບໍ່ໄດ້ເປັນເຈົ້າກາຣໃນກາຣ ສູ້ຣົບກັບໄທ.

ເມື່ອໄທປາບວຽງຈັນທນ໌ໄດ້ຢ່າງຣາບຄາບແລ້ວ ພຣະເຈົ້າແຜ່ນດິນໄທ ກໍໄດ້ຮັບສັ່ງໃຫ້ຍົກເຂຕແຄວ້ນຣາຊອານາຈັກຣ໌ ວຽງຈັນທະບຸຣີສຣີສັຕນາຄະນະຫຸຕທັງໝົດ ເຂົ້າໄວ້ກັບຣາຊອານາຈັກຣ໌ໄທ ຢ່າງສິ້ນເຊີງເປັນຄັ້ງທີ່ 2 ນັບແຕ່ປີ ຄຣິສຕະສັກຣາຊ 1830 ເປັນຕົ້ນມາ.

ສ່ວນຣາຊອານາຈັກຣ໌ລ້ານຊ້າງຫລວງພຣະບາງນັ້ນ ກໍມີພຣະເຈົ້າແຜ່ນດິນຄອງຣາຊສົມບັຕຢູ່ຕໍ່ມາ ໃນຖານະເປັນ ປະເທສຣາຊຂອງໄທສຍາມ ຈົນເຖິງຣັຊະສມັຍຂອງສົມເດັຈພຣະເຈົ້າສັກຣິນ ໄທຈຶ່ງໄດ້ມອບສ່ວນນຶ່ງຂອງປະເທສລາວ ໃຫ້ແກ່ຝຣັ່ງເສສ.

ໃນປີຄຣິສຕະສັກຣາຊ 1892 ໂດຍຕັດເອົາແຕ່ຝັ່ງຊ້າຍຂອງແມ່ນ້ຳຂອງ ແລະ 2 ແຂວງຄື ແຂວງຈຳປາສັກ ແລະ ແຂວງໄຊຍະບຸຣີ ທີ່ຕົກຢູ່ໃນຝັ່ງຂວາຂອງແມ່ນ້ຳຂອງ ໃຫ້ຢູ່ໃນຄວາມອາຣັກຂາຂອງຝຣັ່ງເສສ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ