ກາຣຂຍາຍອິທທິພົລຂອງຝຣັ່ງເສສ ໃນລາວ

2007-08-21

ຈັດສເນີທ່ານໂດຍ: ວຽງໄຊ

ບັດນີ້ ເຮົາຈະໄດ້ກ່າວເຖິງ ອິທທິພົລຂອງຝຣັ່ງເສສ ໃນແຫລມອິນໂດຈີນ ແລະໃນປະເທສລາວ ຝຣັ່ງເສສໄດ້ມອງ ເຫັນແລ້ວວ່າ ແຫລມອິນໂດຈີນ ເປັນຖິ່ນທີ່ອຸດົມສົມບູນຊຶ່ງຝຣັ່ງເສສຈະຕ້ອງໄດ້ເຂົ້າຄອບຄອງ.

ດັ່ງນັ້ນ, ໃນປີຄຣິສຕະສັກຣາຊ 1868 ຣາຍງານຂອງ ທ່ານ ດູດາຣ໌ທ ເດີະ ລາເກຣ ແລະທ່ານ ຟຣັງສິຊ ດາຣ໌ກນິ ເອຣ໌ ນັກສຳຣວຈຊາວຝຣັ່ງເສສ ໄດ້ປຽບທຽບແຫລມອິນໂດຈີນໄວ້ວ່າ

“ແຫລມອິນໂດຈີນນີ້ ຄ້າຍກັນກັບຝາມື ນິ້ວທັງ 5 ໄດ້ແກ່ ແມ່ນ້ຳແດງ, ແມ່ນ້ຳຂອງ, ແມ່ນ້ຳເຈົ້າພຣະຍາ, ແມ່ນ້ຳ ສາຣະວິນ, ແມ່ນ້ຳອີຣາວະດີ. ຕາມປະວັຕສາຕຣ໌ ແລະຊົນຊາຕ ຕລອດທັງນະໂຍບາຍຂອງປະເທສທັງຫລາຍໃນ ເຂຕນີ້ ທີ່ຮວມກັນຢູ່ໃນຣະຫວ່າງຮ່ອມພູ ຕາມລຳນ້ຳ ຫຣື ລຸ່ມແມ່ນ້ຳດັ່ງກ່າວທີ່ໄຫລຜ່ານໄປນັ້ນ ເມື່ອສຳຣວຈກວດ ເບີ່ງແລ້ວ ຈະຕ້ອງຕົກຢູ່ໃນອຳນາຈຂອງຝຣັ່ງເສສ. ຫາກບໍ່ດັ່ງນັ້ນ, ຈະຖືວ່າ ເປັນຄວາມບົກພ່ອງຢ່າງຮ້າຍແຮງ ໃນ ນະໂຍບາຍຂອງຝຣັ່ງເສສ”.

ຣາຍງານຂອງທ່ານເດີະ ລາແນສຊັງ (M. De Lanessan) ຜູ້ສຳເຣັຈຣາຊກາຣຝຣັ່ງເສສໃນໜັງສືອິນໂດຈີນ-ຝຣັ່ງ ເສສ ທີ່ພິມອອກຈຳໜ່າຍ ໃນປີຄຣິສຕະສັກຣາຊ 1886 ນັ້ນ ກ່າວໃນຕອນນຶ່ງວ່າ:

“ເສັ້ນເຂຕແດນທາງດ້ານເໜືອຂອງລາວກາຍ ຣະຫວ່າງ ຍຸນນ່ານ ທີ່ຂຶ້ນກັບພມ່າ ແລະສຍາມນັ້ນ ຍັງບໍ່ມີຫລັກຖານ ແນ່ນອນ ຝຣັ່ງເສສ ຈະປ່ອຍໃຫ້ຢູ່ເຊັ່ນນັ້ນກ່ອນ ເພື່ອຈະໄດ້ມີໂອກາສ ເອົາເຂົ້າໄປຕິດກັບແມ່ນ້ຳຂອງໃນວັນນຶ່ງຂ້າງ ໜ້າ. ທາງດ້ານຕາເວັນຕົກ ຈາກອານາເຂຕຍຸນນ່ານໄປເຖິງປາກແມ່ນ້ຳມູລ. ສາຍແມ່ນ້ຳຂອງນັ້ນ ຄວນຈະເປັນເສັ້ນ ກັ້ນຊາຍແດນອານາເຂຕຂອງເຮົາ (ຝຣັ່ງເສສ). ອານາເຂຕຂອງເຮົາ ຊຶ່ງໝາຍເຖິງຝຣັ່ງເສສນັ້ນ ຈະຕ້ອງຕັ້ງຕົ້ນ ແຕ່ແມ່ນ້ຳມູລ ຂ້າມແມ່ນ້ຳຂອງລົງໄປເຖິງຝັ່ງທະເລສາບໃຫຍ່ ທິສເໜືອຂອງພຣະຕະບອງ, ສຽມຣຽບ, ນະຄອນວັດ ຊຶ່ງເປັນສ່ວນນຶ່ງຂອງອານາຈັກກັມພູຊານັ້ນກັບຄືນມາ. ຝຣັ່ງເສສ ຄວນຍຶດນະໂຍບາຍນີ້ໄວ້ໃຫ້ແນ່ນອນ. ແລະຖ້າມີ ຄວາມຈຳເປັນ ກໍຄວນຈະໃຫ້ກາຣຄຸ້ມຄອງເອກຣາຊຂອງສຍາມອີກ…”

ເມື່ອຝຣັ່ງເສສເຫັນພມ່າຕົກໄປເປັນເມືອງຂຶ້ນຂອງອັງກິດ ໃນປີຄຣິສຕະສັກຣາຊ 1885 ນັ້ນ ໄທສຍາມ ຊຶ່ງເຊັນສັນ ຍາບໍ່ຣຸກຣານກັນກັບພມ່າຢູ່ກ່ອນແລ້ວ ໄທສຍາມຈຶ່ງເຫັນວ່າ ຕົນເປັນຝ່າຍເສັຍປຽບ ຈຶ່ງໄດ້ພຍາຍາມເຊັນສັນຍາກັບ ອັງກິດໃໝ່ ເພື່ອຂໍບໍ່ໃຫ້ອັງກິດແຜ່ອິທທິພົລເຂົ້າໄປໃນແຄວ້ນໄທໃຫຍ່ ຄືແຄວ້ນສານ ແລະໄທສຍາມກໍໄດ້ຂໍໃຫ້ ອັງກິດຣັບຣອງວ່າດິນແດນໃນລຸ່ມແມ່ນ້ຳຂອງ ຢູ່ໃນຣັສມີອິທທິພົລຂອງຝຣັ່ງເສສ.

ເຖິງແມ່ນວ່າ ໄທສຍາມໄດ້ອ້ອນວອນ ບໍ່ໃຫ້ອັງກິດແຜ່ອິທທິພົລເຂົ້າໄປໃນດິນແດນໄທໃຫຍ່ ຊຶ່ງຢູ່ໃນອາຣັກຂາ ຫຣື ອິທທິພົລຂອງພມ່ານັ້ນກໍຕາມ ແຕ່ໃນປີຄຣິສຕະສັກຣາຊ 1893 ອັງກິດກໍໄດ້ແຜ່ອິທທິພົລເຂົ້າໄປໃນດິນແດນໄທໃຫຍ່ ຈົນໄດ້.

ເມື່ອຝຣັ່ງເສສເຂົ້າຄອບຄອງວຽດນາມແລະກັມພູຊາໄດ້ແລ້ວ ຝຣັ່ງເສສກໍໄດ້ຂຍາຍອຳນາຈເຂົ້າມາໃນປະເທສລາວ ໂດຍອ້າງວ່າ ປະເທສລາວເຄີຍສົ່ງບັນນາກາຣໃຫ້ແກ່ວຽດນາມແລະວຽດນາມກໍໄດ້ສົ່ງກອງທະຫາຣເຂົ້າມາປາບປາມ ປະເທສລາວຫລາຍຄັ້ງ ໃນສມັຍພຣະເຈົ້າອະນຸວົງສ໌ທຳສົງຄາມກູ້ເອກກະຣາຊຈາກໄທສຍາມ ເຈົ້າອະນຸວົງສ໌ກໍໄດ້ມອບ ເມືອງພວນ ໃຫ້ຢູ່ໃນອາຣັກຂາຂອງວຽດນາມ.

ເຫຕທີ່ຝຣັ່ງເສສ ອ້າງວ່າ ດິນແດນປະເທສລາວເຄີຍເປັນຂອງວຽດນາມມາກ່ອນນັ້ນ ກໍແມ່ນເມືອງພວນ ທີ່ເຈົ້າອະນຸວົງ ສ໌ມອບໃຫ້ຢູ່ໃນອາຣັກຂາຂອງວຽດນາມ ແລະມີຄວາມໃກ້ຊິດກັບວຽດນາມ.

ທຳອິດ ອົງ ເຫວື້ອງ ອັນຫ໌ ໄດ້ໜີກະບົຖ ໄຕ ເຊີນ ເຂົ້າໄປລີ້ໄພຢູ່ໃນກຣຸງເທພ. ຕໍ່ມາກໍ່ໄດ້ກັບຄືນວຽດນາມ ໄປຄິດ ກະບົຖຢູ່ເມືອງກຸຍ ເຍີນ, ເມືອງເວ້ ແລະທີ່ເມືອງຕົງແກ້ງບໍ່ທັນໄດ້ ຈຶ່ງໄດ້ຂໍກຳລັງແລະສະບຽງອາຫາຣຈາກດິນແດນ ຝັ່ງຊ້າຍຂອງແມ່ນ້ຳຂອງ ຄື ຈາກຫລວງພຣະບາງ ແລະ ຈາກວຽງຈັນທນ໌ ທີ່ຢູ່ໃນຄວາມອາຣັກຂາຂອງໄທສຍາມໄປ ຊ່ວຍ ເພາະວ່າດິນແດນເຫລົ່ານີ້ໃກ້ຊິດກັບວຽດນາມ.ພຣະເຈົ້າແຜ່ນດິນສຍາມ ທີ່ກຣຸງເທພ ກໍໄດ້ໃຫ້ກາຣຊ່ອຍເຫລືອ. ເມື່ອອົງ ເຫວື້ອງ ອັນຫ໌ ໄດ້ກຳລັງພຽງພໍແລ້ວ ຈຶ່ງໄດ້ໄປຕີເອົາເມືອງຕົງແກ້ງ ຈາກພວກກະບົຖ ໄຕ ເຊີນ ໄດ້.

ກາຣສູ້ຣົບກັບພວກກະບົຖ ໄຕ ເຊີນ ໃນຄັ້ງນັ້ນ ພວກແກວໄດ້ຫລົບໜີເຂົ້າມາອາສັຍຢູ່ໃນດິນແດນລາວ, ຂເມຣ ແລະ ໄທ ເປັນຈຳນວນຫລວງຫລາຍ. ເມື່ອອົງ ເຫວື້ອງ ອັນຫ໌ ຊນະເມືອງຕົງແກ້ງແລ້ວ ກໍໄດ້ຕັ້ງຕົວຂຶ້ນເປັນກະສັຕ ນາມ ວ່າ ພຣະເຈົ້າຢ້າລອງ. ສັມພັນທະໄມຕຣີ ຣະຫວ່າງ ວຽດນາມ ແລະໄທສຍາມ ກໍນັບມື້ເສື່ອມໂຊມລົງເປັນລຳດັບ. ດັ່ງນັ້ນ, ເມື່ອຝຣັ່ງເສສໄດ້ວຽດນາມແລ້ວ ຈຶ່ງໄດ້ຍົກເອົາເຣື່ອງນີ້ມາເປັນສາເຫຕຸ ວ່າ ດິນແດນລາວ ເຄີຍຢູ່ໃນຄວາມ ອາຣັກຂາຂອງວຽດນາມ. ເວລາຂອງຣາຍການປະວັຕສາຕຣ໌ລາວ ປະຈຳສັປດາຂອງເຮົາ ກໍຈົບລົງແລ້ວ ພົບກັນໃໝ່ ໃນສັປດາໜ້າ, ສະບາຍດີ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ