ຝຣັ່ງເສສແຜ່ອິທທິພົລເຂົ້າມາໃນປະເທສລາວ (ຕໍ່)

2007-10-09

ຈັດສເນີທ່ານໂດຍ: ວຽງໄຊ

ໃນຣະຫວ່າງທີ່ອັງກິດເຮັດສັນຍາປັກປັນເຂຕແດນກັບຈີນຢູ່ນັ້ນ ທ່ານອາຣ໌ມັງດ໌ (Armand) ກົງສຸລໃຫຍ່ຝຣັ່ງເສສ ປະຈຳ ນະຄອຣກັລກັຕຕາ ປະເທດອິນເດັຍ ກໍໄດ້ສເນີຄວາມເຫັນໄປຍັງຣັຖບາລຝຣັ່ງເສສ ທີ່ກຣຸງປາຣີສ໌ວ່າ “ຝຣັ່ງເສ ຄວນເຮັດສັນຍາກັບສຍາມໃຫ້ຝຣັ່ງຖືເອົາແມ່ນ້ຳຂອງ ເປັນເຂຕແດນຣະຫວ່າງຝຣັ່ງເສສ ກັບສຍາມໄວ້ກ່ອນ ເມື່ອໃດ, ໂອກາສອຳນວຍ ຈຶ່ງຈັດໃຫ້ສຍາມຢູ່ໃນຄວາມປົກຄອງຂອງຝຣັ່ງເສສຕໍ່ໄປ.”

ຄວາມເຫັນດັ່ງກ່າວນີ້ ທ່ານເດິະ ແກກກາຣາເດຣ໌ (De Kergarader) ກົງສຸລໃຫຍ່ ຝຣັ່ງເສສ ປະຈຳກຣຸງເທພ ຄັດຄ້ານຢ່າງແຂງແຮງ ໂດຍໃຫ້ຄວາມເຫັນວ່າ ສຍາມ ຄົງບໍ່ຍອມຍົກຝັ່ງຊ້າຍແມ່ນ້ຳຂອງ ໃຫ້ແກ່ຝຣັ່ງເສສ ຢ່າງ ງ່າຍດາຍ ນອກຈາກຈະໃຊ້ກຳລັງເຂົ້າຈັດກາຣ. ສ່ວນເຂຕສິບສອງຈຸໄທ, ຫົວພັນທັງຫ້າທັງຫົກ ແລະເມືອງພວນນັ້ນ ອາຈເຈຣະຈາກັນໄດ້.

ທ່ານຟູລຣັງສ໌ (M. Fulrance) ຣັຖມົນຕຣີວ່າກາຣ ກະຊວງກາຣຕ່າງປະເທສຝຣັ່ງເສສສືບຕໍ່ຈາກທ່ານເດິະເຟຣຊິເນທ໌ ນັ້ນ ກໍເຫັນພ້ອມນຳທ່ານກົງສຸລໃຫຍ່ ຝຣັ່ງເສສ ທີ່ກຣຸງເທພ. ໃນວັນທີ່ 11 ກຸມພາ ຄຣິສຕະສັກຣາຊ 1888 ທ່ານຟູ ລຣັງສ໌ ໄດ້ມີຄຳສັ່ງໄປຍັງທ່ານ ບີຍູຣ໌ຄ ຜູ້ສຳເຣັຈຣາຊກາຣ ອິນໂດຈີນຝຣັ່ງເສສ ວ່າ ໃຫ້ທຳກາຣສຳຣວຈພູມປະເທສ ໄປກ່ອນ ສ່ວນຄວາມເຫັນຂອງທ່ານອາຣ໌ມັງຄ໌ ກົງສຸລໃຫຍ່ປະຈຳນະຄອນກັລກັຕຕານັ້ນ ໃຫ້ໂຈະໄວ້ກ່ອນ ເມື່ອໂອ ກາດ ອຳນວຍ ຈຶ່ງຈະໄດ້ຈັດກາຣຕໍ່ໄປ.

ຣັຖບາລອິນໂດຈີນຝຣັ່ງເສສ ໄດ້ຈັດກອງທະຫາຣອອກເປັນ 2 ກອງ ໂດຍໃຫ້ຢູ່ພາຍໃຕ້ກາຣບັນຊາກາຣຂອງພັນເອກ ແປກໂນທ໌ກອງນຶ່ງ ໂດຍໃຫ້ຍົກຂຶ້ນຕາມລຳນ້ຳດຳ ທາງເມືອງແຖງ, ສ່ວນອີກອງນຶ່ງ ພາຍໃຕ້ກາຣບັນຊາກາຣຂອງ ພັນຕຣີ ອູດຣີ (Comdt.Oudry) ໃຫ້ຂຶ້ນມາທາງຕາເວັນອອກ ໃຫ້ທະຫາຣ 2 ກອງນີ້ ເຂົ້າຍຶດເອົາແຄວ້ນສິບສອງຈຸ ໄທ ແລະເມືອງສ່ອນ ສອງເຂຕນີ້ຕັ້ງຢູ່ຣະຫວ່າງ ແມ່ນ້ຳດຳ ແລະແມ່ນ້ຳຊອງນາ ເສັ້ນຂນານທີ່ 21 ໃນວຽດນາມພາກ ເໜືອ ເວລານີ້.

ຝຣັ່ງເສສໄດ້ເຂົ້າຍຶດຄອງວຽດນາມ ໂດຍສົມບູນ ໃນປີ ຄຣິສຕະສັກຣາຊ 1886. ເມື່ອກອງທະຫາຣຝຣັ່ງເສສ ເຂົ້າ ຍຶດແຄວ້ນສິບສອງຈຸໄທ ແລະເມືອງໄລ່ນັ້ນ ກອງທະຫາຣສຍາມ ທີ່ຫລວງພຣະບາງ ກໍໄດ້ຮັບຣາຍງານຈາກບັນດາຜູ້ ຄອງແຄວ້ນສິບສອງຈຸໄທແລະຫົວພັນທັງຫ້າທັງຫົກນັ້ນ ວ່າ ຝຣັ່ງເສສໄດ້ຍົກທະຫາຣວຽດນາມຜສົມທະຫາຣຝຣັ່ງເສສ ເຂົ້າຍຶດເອົາດິນແດນຂອງພວກຕົນແລ້ວ. ໃນເວລາກອງທະຫາຣຝຣັ່ງເສສ ທີ່ຍົກຂຶ້ນມາຈາກ ຕົງແກ້ງ ໄດ້ຍຸກຄືບໜ້າ ຂຶ້ນມາເຖິງ ເມືອງສ່ອນ ຊຶ່ງເປັນຫົວເມືອງໃຫຍ່ໃນເຂຕຫົວພັນທັງຫ້າທັງຫົກ ແລະໄດ້ຍຶດເອົາແຄວ້ນສິບສອງຈຸໄທ ດ້ວຍ. ເຈົ້າເມືອງຕ່າງໆ ໄດ້ຫັນເຂົ້າເປັນໃຈຝຣັ່ງເສສ ກໍມີຫລາຍ. ເຈົ້າເມືອງໄລ່ ໄດ້ໄປຈ້າງເອົາພວກຫໍ້ມາໄດ້ 3 ພັນ ຄົນ ເພື່ອສູ້ຣົບກັບຝຣັ່ງເສສ ແຕ່ສູ້ບໍ່ໄດ້ ຈຶ່ງໄດ້ແຕກໜີໄປໝົດ.

ກາຣທີ່ຝຣັ່ງເສສ ຍົກກອງທະຫາຣເຂົ້າມາຍຶດເອົາດິນແດນ ດັ່ງກ່າວນັ້ນ ອ້າງວ່າ ຕົນຍົກກອງທະຫາຣຂຶ້ນມາປາບ ພວກໂຈຣຫໍ້ ທີ່ເຂົ້າໄປກຸກກວມ ວຽດນາມ ຊຶ່ງຢູ່ພາຍໃຕ້ກາຣຄຸ້ມຄອງຂອງຝຣັ່ງເສສ. ດັ່ງນັ້ນ ຈຶ່ງໄດ້ຕິດຕາມຂັບໄລ່ ພວກໂຈຣຫໍ້ຂຶ້ນມາ ຈົນເຖິງ ເມືອງສ່ອນ. ພຣະຍາສຸຣະສັກມົນຕຣີ ຜູ້ບັນຊາການທະຫາຣໄທ ທີ່ນະຄອນຫລວງ ພຣະບາງ ກໍເຊື່ອວ່າ ຝຣັ່ງເສສຂັບໄລ່ພວກໂຈຣຫໍ້ແທ້ ເພາະວ່າ ນາຍທະຫາຣຝຣັ່ງເສສ 2 ຄົນ ທີ່ຕິດຕາມກອງ ທະຫາຣພຣະຍາສຸຣະສັກມົນຕຣີ ມາແຕ່ກຣຸງເທພ ໃນຖານະເປັນຜູ້ຊ່ວຍໃຫ້ຄວາມຄຸ້ມຄອງຄວາມປອດໄພນັ້ນ ກໍສັງ ເກຕເບີ່ງກາຣເຄື່ອນໄຫວຂອງພວກໂຈຣຫໍ້ດ້ວຍ.

ເມື່ອກອງທະຫາຣຝຣັ່ງເສສ ເຂົ້າຍຶດເອົາແຄວ້ນ ສິບສອງຈຸໄທໄດ້ແລ້ວ ກໍເຂົ້າຍຶດເອົາ ເມືອງສ່ອນ ໃນເຂຕຫົວພັນທັງ ຫ້າທັງຫົກດ້ວຍ. ໄທຕົກໃຈ ຢ້ານວ່າ ຝຣັ່ງເສສຈະຍຶດເອົວຫົວເມືອງອື່ນໆ ຕໍ່ໄປອີກ ຈຶ່ງໄດ້ຈັດສົ່ງທະຫາຣຂອງຕົນໄປ ຂັດຂວາງໄວ້ ໃນບາງເຊຕໃນຫົວພັນທັງຫ້າທັງຫົກ ໃນເມືອງພວນ, ເມືອງຄຳເກິດ, ເມືອງຄຳມ່ວນ ແລະທົ່ງຊຽງຄຳ ແຂວງຊຽງຂວາງ.

ຝຣັ່ງເສສ ເກີດມີຄວາມຂັດໃຈຂຶ້ນມາ ຫາວ່າ ສຍາມເຂົ້າແຊກແຊງໃນດິນແດນຂອງວຽດນາມ ທີ່ຕົນຄຸ້ມຄອງຢູ່. ເມືອງ ພວນ ຊຽງຂວາງນັ້ນ ກໍເຄີຍຢູ່ພາຍໃຕ້ຄວາມຄຸ້ມຄອງຂອງວຽດນາມ ໃນສມັຍເຈົ້າອະນຸວົງສ໌ ດັ່ງນັ້ນ, ເມື່ອວຽດນາມຢູ່ ພາຍໃຕ້ກາຣປົກຄອງຂອງຝຣັ່ງເສສແລ້ວ ເມືອງພວນກໍຕ້ອງຢູ່ພາຍໃຕ້ກາຣຄຸ້ມຄອງຂອງຝຣັ່ງເສສ ໄປໃນຕົວ.

ສຍາມໄດ້ທຳກາຣປາບໂຈຣຫໍ້ ໃນແຄວ້ນສິບສອງຈຸໄທ ແຕ່ຝຣັ່ງເສສເຂົ້າຍຶດເອົາ ຫລັງຈາກທີ່ເສິກໂຈຣຫໍ້ຮຽບຮ້ອຍ ແລ້ວ. ສຍາມຂໍເຈຣະຈາເຣື່ອງດິນແດນ ດັ່ງກ່າວນີ້ ຝຣັ່ງເສສ ກໍບໍ່ຍອມເຈຣະຈານຳ. ດິນແດນສິບສອງຈຸໄທ ໄດ້ຕົກ ໄປຢູ່ພາຍໃຕ້ກາຣປົກຄອງຂອງຝຣັ່ງເສສ ໃນປີຄຣິສຕະສັກຣາຊ 1888.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ