ສຍາມຍອມມອບໂອນດິນແດນຝັ່ງຊ້າຍຂອງແມ່ນ້ຳຂອງໃຫ້ຝຣັ່ງເສສ

2007-10-11

ຈັດສເນີທ່ານໂດຍ: ວຽງໄຊ

ປະເທສລາວລ້ານຊ້າງທັງ 3 ອານາຈັກຣ໌ ທີ່ໄດ້ຕົກເປັນເມືອງຂຶ້ນຂອງສຍາມ ຢ່າງສຶ້ນເຊີງ ໃນສົງຄາມກູ້ເອກຣາຊ ຂອງສົມເດັຈ ພຣະເຈົ້າອນຸວົງສ໌ ໃນປີ ຕຣິສຕະສັກຣາຊ 1828 ນັ້ນ ເຊື້ອລາວທີ່ໄດ້ຫາຍຈືດຈາງໄປເກືອບວ່າ ຍັງ ແຕ່ຄວາມຊົງຈຳ ເໝືອນຄວາມຝັນ ກໍໄດ້ຟື້ນຄືນມາ ແຕ່ກໍຢູ່ພາຍໃຕ້ກາຣຄອບຄອງຂອງຝຣັ່ງເສສ ໃນຖານະເປັນສ່ວນ ນຶ່ງຂອງສາມຊາຕິຮ່ວມກັບວຽດນາມ ແລະກັມພຸຊາ ຊຶ່ງມີຊື່ໃໝ່ວ່າ ອິນໂດຈີນຝຣັ່ງເສສ.

ເຫຕຸກາຣໃນທາງກາຣເມືອງຂອງໂລກ ໃນເວລານັ້ນ ໄດ້ອຳນວຍໃຫ້ລາວພົ້ນຈາກຄວາມເປັນສ່ວນນຶ່ງຂອງປະ ເທສສຍາມ ກັບຄືນມາເປັນລາວນັ້ນ ພໍຈະສຣູບໄດ້ວ່າ:

ຫລັງຈາກທີ່ຝຣັ່ງເສສ ເຂົ້າຍຶດເອົາດິນແດນແຄວ້ນສິບສອງຈຸໄທ ໃນໂອກາສທີ່ຝຣັ່ງເສສອ້າງວ່າ ຕົນໄດ້ຍົກກຳລັງຈາກ ຕົງແກັງ ໄປປາບໂຈຣຫໍ້ ໃນປີຄຣິສຕະສັກຣາຊ 1888 ນັ້ນແລ້ວ ຝຣັ່ງເສສກໍບໍ່ຍອມຖອນທະຫາຣອອກຈາກແຄວ້ນ ສິບສອງຈຸໄທ ທີ່ສຍາມອ້າງວ່າ ເປັນດິນແດນທີ່ຢູ່ພາຍໃຕ້ກາຣຄຸ້ມຄອງຂອງຕົນນັ້ນເລີຍ.

ໃນຣະຫວ່າງປີ ຄຣິສຕະສັກຣາຊ 1885 ຫາ 1890 ເຖີງແມ່ນວ່າວຽດນາມຈະຕົກເປັນເມືອງຂຶ້ນຂອງຝຣັ່ງເສສແລ້ວກໍ ຕາມ ແຕ່ສຖານະການບ້ານເມືອງ ກໍຍັງມີຄວາມວຸ່ນວາຍກັນຢູ່ ຝຣັ່ງເສສກໍຍັງບໍ່ທັນລົດລະຄວາມພຍາຍາມ ທີ່ເຂົ້າ ຄອງດິນແດນທັງໝົດໃນແຫລມອິນໂດຈີນ ໂດຍພຍາຍາມທຳກາຣສຳຣວຕາມລຸ່ມແມ່ນ້ຳຂອງ ຕັ້ງແຕ່ປີ ຄຣິສຕະ ສັກຣາຊ 1860 ມານັ້ນກໍຍັງດຳເນີນກັນຕໍ່ມາຢູ່ ຈົນເຖີງປີ ຄຣິສຕະສັກຣາຊ 1880 ໂດຍຄນະສຳຣວຈຂອງທ່ານ ດູດາຣ໌ ເດີະ ລາເກຣ ສຳຣວຈແຕ່ປາກເຊກອງໃນແຂວງຊຽງແຕງ ປະເທສກັມພຸຊາ ໃນປັຈຈຸບັນ ຂຶ້ນມາຕາມຝັ່ງຊ້າຍ ຂອງນ້ຳຂອງ ຈົນເຖີງປາກເຊໂດນ.

ສ່ວນທ່ານ ປາວີ ທີ່ເປັນຮອງກົງສຸລໃຫຍ່ ຝຣັ່ງເສສ ທີ່ນະຄອນຫລວງພຣະບາງ ແຕ່ປີ ຄຣິສຕະສັກຣາຊ 1887 ນັ້ນກໍໄດ້ເປັນຫົວໜ້າໃນກາຣສຳຣວຈເຮັດແຜນທີ່ ແລະທຽວໄປໆ ມາໆ ຂຶ້ນລ່ອງຢູ່ໃນລຳແມ່ນ້ຳຂອງ ຈົນມີຄວາມຊຳນິ ຊຳນານ ຮູ້ດິນແດນໃນສ່ວນນີ້ເປັນຢ່າງດີ. ກາຣສຳຣວຈເຮັດແຜນທີ່ ຂອງທ່ານ ປາວີ ສຳເຣັຈຮຽບຮ້ອຍລົງໃນປີ ຄຣິສຕະສັກຣາຊ 1894. ໃນຣະຫວ່າງນີ້ ທັງຝຣັ່ງເສສແລະອັງກິດກໍມິຄວາມສົນໃຈ ໃນດິນແດນສ່ວນດັ່ງກ່າວເທົ່າໆ ກັນ.

ໃນເດືອນມີນາ ປີດຽວກັນນີ້ ຝຣັ່ງເສສໄດ້ຂໍໃຫ້ສຍາມ ເອົາດິນແດນທີ່ເສັ້ນຂນານທີ່ 13 ແລະ 19 ເປັນກາງ. ຣັຖບາລ ຝຣັ່ງເສສ.ຈະໄດ້ຕັ້ງທ່ານ ປາວີ ເປັນປະທານຄນະຂ້າຫລວງ ພ້ອມຄນະກັມມະກາຣອີກ 15 ທ່ານ ຄັນແລ້ວທ່ານ ປາ ວີ ກໍໄດ້ເດີນທາງໄປຍັງເມືອງ ໄຊງ່ອນ ໃນວັນທີ່ 13 ພຣືສຈິກາ ຄຣິສຕະສັກຣາຊ 1891 ເພື່ອທຳກາຣສຳຣວຈຊາຍ ແດນທາງທິສເໜືອຕໍ່ໄປ.

ທາງຝ່າຍ ນະຄອນຈຳປາສັກນັ້ນ ຝຣັ່ງເສສກໍອ້າງວ່າ ດິນແດນຝັ່ງຊ້າຍຂອງແມ່ນ້ຳຂອງຢູ່ໃນຄວາມຄຸ້ມຄອງຂອງ ວຽດນາມ ແລະກາຣທີ່ສຍາມສົ່ງໃຫ້ຂ້າຫລວງອອກໄປກຳກັບເບິ່ງແຍງຕາມຫົວເມືອງຕ່າງໆ ນັ້ນ ບໍ່ຖືກຕ້ອງ. ດັ່ງນັ້ນ, ຝຣັ່ງເສສຈຶ່ງໄດ້ສັ່ງໃຫ້ເຈົ້າໜ້າທີ່ຂອງຕົນ ເຈົ້າໜ້າທີ່ວຽດນາມແລະທະຫາຣຊາວວຽດນາມຈາກເມືອງກວາງບິນ, ກວາງ ຕຣີ ມາຍັງບ້ານຫ້ວຍສານ ເພື່ອຮັກສາກາຣໃນດ່ານນັ້ນ ເຈົ້າໜ້າທີ່ ຜູ້ບັງຄັບກາຣທະຫາຣຝຣັ່ງທີ່ເມືອງເວ້ ກໍໄດ້ຂຶ້ນ ມາກວດດ່ານຫ້ວຍສານນັ້ນດ້ວຍ.

ເຈົ້າໜ້າທີ່ຝຣັ່ງເສສພວກນີ້ ໄດ້ແຈ້ງໃຫ້ຂ້າຫລວງສຍາມທີ່ເມືອງເຊໂປນວ່າ ກາຣທີ່ສຍາມຕັ້ງກອງທະຫາຣໄວ້ທີ່ຫ້ວຍ ສານນັ້ນ ບໍ່ຖືກຕ້ອງ ໃຫ້ຖອນອອກເສັຍ.

ໃນວັນທີ 9 ມະກະຣາ ຄຣິສຕະສັກຣາຊ 1891 ຝຣັ່ງເສສແລະຊຣາວຂເມຣປະມານ 40 ຄົນ ກໍໄດ້ຂຶ້ນມາຣະເບີດ ຫິນທີ່ຄອນພະເພງ ຫລີ່ຜີ ພ້ອມທັງຕັດທາງກວ້າງ 2 ວາ ແຕ່ເມືອງກະແຈະຂຶ້ນມາເຖີງກະແຈະວຽນ. ຝ່າຍສຍາມທຳ ກາຣປະທ້ວງ ແລະຫ້າມໄວ້ບໍ່ໃຫ້ເຮັດ. ໃນວັນທີ 9 ເດືອນມະກະຣາ ປີດຽວກັນນີ້ ນາຍທະຫາຣຝຣັ່ງເສສ ແລະເຈົ້າ ເມືອງ ກອນຕູມ ກໍໄດ້ຕັດທາງຂຶ້ນມາເຖີງເມືອງນອງ ແລະກິ່ງເຫລົາ ເພາະວ່າເຈົ້າໜ້າທີ່ຝຣັ່ງແລະວຽດນາມຈະຂຶ້ນມາ ກວດກາຣທີ່ເມືອງເຊໂປນ ແລະທີ່ເມືອງນອງ ເມືອງພີນ.

ຝ່າຍເມືອງລາວພວນນັ້ນ ຝຣັ່ງເສສກໍເວົ້າວ່າ ສຍາມໄດ້ໃຊ້ກຳລັງບຸກຣຸກເຂົ້າມາ.

ເມື່ອຝຣັ່ງເສສ ມີຄວາມຂັດແຍ່ງ ເຣື່ອງດິນແດນຝັ່ງຊ້າຍ ຂອງແມ່ນ້ຳຂອງ ກັບຝ່າຍສຍາມຢູ່ຢ່າງນີ້ ທາງກາຣຝຣັ່ງ ເສສ ກໍພຍາຍາມທີ່ຈະຂັບໄລ່ສຍາມອອກໄປໃຫ້ພົ້ນ ເພື່ອຈະໄດ້ເຂົ້າຄອບຄອງ ດິນແດນທັງໝົດຈອງຝັ່ງຊ້າຍ ຂອງ ແມ່ນ້ຳຂອງຂຶ້ນໄປເຖີງແຄວ້ນ 12 ຈຸໄທ ທີ່ຕິດກັບຊາຍແດນຈີນ. ເພື່ອແກ້ໄຂບັນຫານີ້ ສຍາມໄດ້ວ່າຈ້າງ ທ່ານ ກຸສຕາຟ ໂຣແຣັງຢັດມັງຄ໌ ຊາວເບລຊີກ ອະດີຕຣັຖມົນຕຣີຕ່າງປະເທສ ເບລຊີກເຂົ້າມາເປັນທີ່ປຶກສາຣາຊກາຣ ແຜ່ນດິນ.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ