ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອສຍາມແລະຝຣັ່ງເສສ ບໍ່ສາມາຖຕົກລົງກັນໄດ້ ເຊັ່ນນີ້ ຝຣັ່ງເສສກໍເຣີ່ມຂຍາຍຕົວອອກ ທັນທີ. ໃນປາຍເດືອນ ມີນາ ຄຣິສຕະສັກຣາຊ 1893 ຣັຖມົນຕຣີຕ່າງປະເທສຝຣັ່ງເສສ ໄດ້ສັ່ງໃຫ້ຜູ້ສຳເຣັຈຣາຊກາຣ ອິນໂດຈີນຝຣັ່ງເສສ ສົ່ງທະຫາຣຝຣັ່ງແລະວຽດນາມ ຈາກເມືອງເວ້ ມາຂັບໄລ່ ທະຫາຣສຍາມ ອອກຈາກດິນແດນຝັ່ງຊ້າຍຂອງແມ່ນ້ຳຂອງ ທັງໝົດ.
ຣັຖມົນຕຣີຕ່າງປະເທສຝຣັ່ງເສສ ໄດ້ສັ່ງໃຫ້ເຮືອປືນລູແຕັງ (Lutin) ຈາກໄຊງ່ອນ ເຂົ້າໄປໃນແມ່ນ້ຳເຈົ້າພຣະຍາ ໄປ ຈອດຢູ່ໜ້າສຖານກົງສຸລຝຣັ່ງເສສ, ໃນເວລານັ້ນ ທ່ານ ປາວີ ໄດ້ຮັບແຕ່ງຕັ້ງໃຫ້ເປັນທູຕປະຈຳ ກຣຸງເທພ. ທ່ານ ປາວີ ເປັນຜູ້ຂໍອະນຸຍາຕຈາກຝ່າຍສຍາມ ເພື່ອນຳເຮືອຣົບ ເຂົ້າໄປໃນແມ່ນ້ຳເຈົ້າພຣະຍາ. ຝ່າຍອັງກິດກໍຄອຍເຝົ້າຕິດ ຕາມເບິ່ງເຫຕຸກາຣຢ່າງໃກ້ຊິດ. ເມື່ອເຫັນຝຣັ່ງເສສ ໄດ້ຮັບອະນຸຍາຕໃຫ້ນຳເຮືອຣົບເຈົ້າໄປໃນແມ່ນ້ຳເຈົ້າພຣະຍາ ອັງກິດກໍໄດ້ຂໍອະນຸຍາຈນຳເອົາເຮືອຣົບ ສວິຟທ໌ (Swift) ເຂົ້າໄປຮັກສາຜົລປະໂຍຊນ໌ຂອງອັງກິດດ້ວຍ. ເຮືອຮົບ ຂອງຝຣັ່ງເສສອີກ 2 ລຳ ກໍນຳເອົາມາຈອດຢູ່ທ່າ ໜ້າເມືອງ ສມຸທປຣາກາຣ ເພື່ອຂົ່ມຂູ່ສຍາມໂດຍກົງ.
ຝຣັ່ງເສສໄດ້ຈັດກອງທະຫາຣຂຶ້ນ 4 ກອງ ແລະກອງທະຫາຣເຮືອທາງທະເລອີກກອງນຶ່ງ.
ກອງທີ່ 1 ໃຫ້ປະຕິບັຕກາຣທາງດ້ານຂເມຣ ຂຶ້ນມາຕາມລຳແມ່ນ້ຳຂອງ ພາຍໃຕ້ກາຣບັນຊາກາຣຂອງທ່ານ ບາສຕາຣ໌ຕ ຮອງຂ້າຫລວງໃຫຍ່ ປະຈຳປະເທສກັມພູຊາ ສ່ວນທ່ານ (Vice Resident du Cambose) ໃຫ້ ປະຕິບັຕງານຣະຫວ່າງຫລີ່ຝີ ເຖີງນະຄອນຈຳປາສັກ.
ຊາວວຽດນາມອອກຈາກເມືອງກອນຕູມ ຂຶ້ນມາເຖີງເມືອງອັຕະປື ໃນວັນທີ່ 20 ເມສາ ຄຣິສຕະສັກຣາຊ 1894.
ກອງທີ່ 3 ພາຍໃຕ້ກາຣບັນຊາກາຣຂອງ ພັນຕຣີ ກາຣ໌ນິເອ (Cmdt. Carnier) ຄຸມທະຫາຣ ອາສາສມັຄວຽດນາມ ຈາກເມືອງດົງເຫີຍ ແຂວງກວາງຕຣີ ໃນວັນທີ່ 29 ເມສາ ຄ.ສ. 1894 ຂຶ້ນມາທາງຮ່ອມພູອ້າຍລາວ ລົງມາຕາມ ເຊຊານ ແລະສົມທົບກັບກອງທະຫາຣ ຂອງທ່ານ ຮອງຂ້າຫລວງ ເມືອງດົງເຫີຍ ທີ່ບ້ານນາບອນ. ໃນວັນທີ່ 20 ເມສາ ກໍເຂົ້າຢຶດເອົາເມືອງວັງ ເມືອງນອງ ຈາກສຍາມ.
ທາງຝ່າຍແມ່ນ້ຳຂອງ ກໍເກີດມີກາຣປະທະກັນ ຣະຫວ່າງກອງທະຫາຣຂອງຝຣັ່ງເສສແລະສຍາມ ຕັ້ງແຕ່ມີຄວາມຂັດ ແຍ່ງກັນເຣື່ອງດິນແດນຝັ່ງຊ້າຍແມ່ນ້ຳຂອງ ທີ່ຝຣັ່ງເສສອ້າງວ່າຢູ່ໃນຄອບຄອງຂອງວຽດນາມມານີ້ ຝຣັ່ງເສສ ກໍໄດ້ ຕັ້ງທະຫາຣກອງໜຸນໄວ້ ທີ່ເມືອງຊຽງແຕງ ແລະເອົາເຮືອ 17 ລຳຂ້າມຄອນໂສມພະມິດ ຂຶ້ນມາອ້ອມດອນຕານ ທາງດ້ານຕາເວັນຕົກຂອງຫລີ່ຜີນັ້ນໄວ້.
ກອງທີ່ 4 ທາງຝ່າຍບລາວພວນ ທ່ານ ໂປລແບຣ໌ທ (M. Paulbert) ຜູ້ສຳເຣັຈຣາຊກາຣອິນໂດຈີນໄດ້ອອກຄຳສັ່ງ ສບັບວັນທີ 15 ເມສາ ຄຣິສຕະສັກຣາຊ 1893 ໃຫ້ຂ້າຫລວງຝຣັ່ງທີ່ເມືອງ ເງ່ອານ ບອກໃຫ້ພວກສຍາມອອກຈາກ ເມືອງຄຳເກີດ ເມືອງຄຳມ່ວນ ເຈົ້າໜ້າທີ່ສຍາມ ໃນແຂວງຕຣັນນິນ ເມືອງພວນນັ້ນ ກໍໃຫ້ຖອນອອກເຊັ່ນກັນ.
ທາງຝ່າຍ ກຣຸງລອນດອນ ເມື່ອຊາບຂ່າວວ່າ ຝຣັ່ງເສສບັງຄັບໃຫ້ສຍາມຖອຍຫລັກເຂຕແດນໃກ້ພູເຂົາແດນລາວ ທີ່ ແຂວງຄຳມ່ວນ ໂກທແຄ້ນໃຫ້ສຍາມ ພ້ອມທັງໄດ້ສົ່ງເຮືອຣົບເຂົ້າໄປຍັງແມ່ນ້ຳເຈົ້າພຣະຍາ. ຣັຖສະພາອັງກິດຈຶ່ງໄດ້ຂໍ ໃຫ້ຣັຖບາລຂອງຕົນ ປົກປັກຮັກສາຄົນໃນບັງຄັບຂອງອັງກິດ ຊຶ່ງຣັຖບາລກໍໄດ້ສົ່ງເຮືອຣົບເຂົ້າໄປໃນແມ່ນ້ຳ ເຈົ້າພຣະຍາລຳນຶ່ງ, ອີກລຳທີ່ 2 ກໍກຳລັງເດີນທາງ ສ່ວນລຳທີ່ 3 ກໍຕຽມພ້ອມທີ່ຈະສົ່ງມາຮ່ວມກັບ 2 ລຳນັ້ນ.
ຝ່າຍຝຣັ່ງເສສເມື່ອຮູ້ວ່າ ອັງກິດສົ່ງເຮືອຣົບມາຍັງອ່າວສຍາມ ກໍຢ້ານວ່າ ອັງກິດຄົງໃຫ້ຄຳໝັ້ນສັນຍາກັບສຍາມວ່າ ຈະຊ່ວຍປ້ອງກັນສຍາມ ເພາະອັງກິດ ກໍມີຜົລປະໂຍຊນ໌ຢູ່ໃນສຍາມເຊັ່ນກັນ.
ເມື່ອຝຣັ່ງເສສຮູ້ຖແລງກາຣຂອງຣັຖສະພາອັງກິດ ແລະເຣື່ອງອັງກິດສົ່ງເຮືອຣົບມາຍັງອ່າວສຍາມເຊັ່ນນັ້ນ ຈຶ່ງແຈ້ງໃຫ້ ອັງກິດຮູ້ວ່າ ຕົນຢູ່ໃນຖານະທີ່ຈຳເປັນ ໃນກາຣປ້ອງກັນບໍ່ໃຫ້ສຍາມຣຸກຣານດິນແດນ ແລະພວກສຍາມ ກໍໄດ້ຖອນ ອອກຈາກຝັ່ງຊ້າຍຂອງແມ່ນ້ຳຂອງໄປແລ້ວ. ຝ່າຍອັງກິດ ກໍໄດ້ແຈ້ງໃຫ້ຝຣັ່ງເສສຮູ້ ເພື່ອເປັນກາຣຢ້ຳຄວາມເຂົ້າໃຈວ່າ ອັງກິດບໍ່ໄດ້ສົ່ງເຮືອມາສນັບສນຸນສຍາມ ແຕ່ເພື່ອຮັກສາຄົນຂອງອັງກິດເທົ່ານັ້ນ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |