ຫລັງຈາກທີ່ເຮືອຣົບຂອງຝຣັ່ງເສສ ແລະ ອັງກິດເຂົ້າໄປໃນແມ່ນ້ຳເຈົ້າພຣະຍາ
ຈັດສເນີທ່ານໂດຍ: ວຽງໄຊ
ຫລັງຈາກທີ່ເຮືອຣົບຂອງຝຣັ່ງເສສ ແລະ ອັງກິດເຂົ້າໄປໃນແມ່ນ້ຳເຈົ້າພຣະຍາ ໂດຍອ້າງເຫຕຸຜົລວ່າ ເພື່ອໄປຮັກສາ ຄວາມປອດໄພໃຫ້ແກ່ຄົນຂອງຕົນແລ້ວນັ້ນ ໃນເວລາຕໍ່ມາ ຄື ໃນວັນທີ່ 30 ມີຖຸນາ ຄຣິສຕະສັກຣາຊ 1895 ຣາຊທູ ຕອັງກິດ ປະຈຳກຸງປາຣີສ໌ ໄດ້ແຈ້ງໃຫ້ຣັຖບາລຂອງຕົນວ່າ ຣັຖບາລຝຣັ່ງເສສ ບໍ່ມີນະໂຍບາຍທີ່ຈະຣຸກຣານສຍາມ ກາຣທີ່ນຳເອົາເຮືອຣົບເຂົ້າໄປໃນແມ່ນ້ຳເຈົ້າພຣະຍາ ກໍຍ້ອນຝຣັ່ງເສສ ມີຄວາມເສັຍໃຈ ທີ່ຕົງລົງກັບສຍາມບໍ່ໄດ້ ເຣື່ອງຊັພສົມບັຕຂອງພໍ່ຄ້າຊາວຝຣັ່ງເສສໃນສຍາມ ທີ່ຖືກຣັຖບາລສຍາມຢຶດເອົາແລ້ວເອົາໄປຂາຍ ຊຶ່ງຕົກເປັນເງິນ 80 ພັນຟຣັງ. ຂໍ້ 2 ມາ ກໍແມ່ນເຣື່ອງ ໂຮງງານອຸຕສາຫະກັມຂອງຝຣັ່ງເສສຖີກທຳລາຍ ແລະຂໍ້ສຸດທ້າຍແມ່ນ ນາຍ ທະຫາຣຝຣັ່ງຖືກຈັບ ໂດຍຄົນສຍາມ ແລະຍັງບໍ່ທັນປ່ອຍອອກມາ.
ເມື່ອຣັຖບາລຝຣັ່ງເສສໄດ້ສົ່ງທ່ານ ເລີ ມີເຣ ເດິະ ວິເລຣ໌ສ (M. Le Myre de Vilers) ຜູ້ແທນຂອງຝຣັ່ງເສສ ໃຫ້ ມາເຈຣຈາຄວາມເມືອງ ເຣື່ອງກໍຣະນີພິພາທດັ່ງກ່າວ ກັບຣັຖບາລ ສຍາມ ເຫຕຸກາຣກໍໄດ້ປ່ຽນແປງໄປ ເພາະໄດ້ເກີດມີ ກາຣສູ້ຣົບກັນຂຶ້ນ.
ໃນວັນທີ່ທ່ານ ວິເວຣ໌ສ ເດີນທາງມາເຖີງກຣຸງເທພ ຣັຖມົນຕຣີຕ່າງປະເທສຝຣັ່ງເສສ ກໍໄດ້ແຈ້ງໃຫ້ທ່ານ ປາວີ ຊາບ ວ່າ ອັງກິດໄດ້ສົ່ງເຮືອຣົບຫລາຍລຳ ມາຍັງກຣຸງເທພ ເພື່ອປ້ອງກັນຄວາມປອດໄພຂອງຊາວອັງກິດ ດັ່ງນັ້ນ ຝຣັ່ງຈຳ ເປັນຕ້ອງໄດ້ເພີ່ມເຮືອຣົບຂອງຕົນເຂົ້າໄປໃນອ່າວສຍາມ ແລະຂໍໃຫ້ແຈ້ງແກ່ຣັຖບາລສຍາມວ່າ ຝຣັ່ງເສສ ຈະສົ່ງ ເຮືອຣົບໄປຣ່ວມກັບເຮືອ ລູແຕັງ (Lutin) ທີ່ຢູ່ໃນແມ່ນ້ຳເຈົ້າພຣະຍາ ແລ້ວນັ້ນ.
ໃນວັນທີ່ 9 ເດືອນດຽວກັນ ທ່ານ ປາວີ ກໍໄດ້ແຈ້ງໃຫ້ຣັຖບາລຂອງຕົນຊາບວ່າ ຮອລລັງດ໌ (Holland) ໄດ້ສົ່ງເຮືອ ປືນ ເຂົ້າໄປໃນແມ່ນ້ຳເຈົ້າພຣະຍາ 3 ລຳ ແລະລຳທີ່ 4 ຈອດຢູ່ທີ່ປາກນ້ຳ. ສ່ວນທູຕເຍີຣະມັນ ກໍໄດ້ຂໍເອົາເຮືອປືນ ເຂົ້າໄປໃນແມ່ນ້ຳເຈົ້າພຣະຍານັ້ນອີກ.
ເມື່ອເປັນເຊັ່ນນີ້ຣັຖບາລສຍາມ ກໍໄດ້ເພີ່ມກາຣຣະມັດຣະວັງຕົວ ເພື່ອປ້ອງກັນປະເທສ ແລະໄດ້ຫ້າມບໍ່ໃຫ້ເຮືອຣົບຂອງ ຕ່າງປະເທສ ເຂົ້າມາໃນແມ່ນ້ຳເຈົ້າພຣະຍາ ຕື່ມອີກ, ທ່ານ ປາວີ ໄດ້ແຈ້ງໃຫ້ຣັຖບາລຝຣັ່ງວ່າ ສຍາມຫ້າມບໍ່ໃຫ້ ເຮືອຣົບຕ່າງປະເທສຢູ່ໃນແມ່ນ້ຳເຈົ້າພຣະຍາເກີນ 1 ລຳ.
ອັງກິດກ່າວວ່າ ກາຣທີ່ເຮືອ ສວິຟທ໌ ຂອງຕົນຍັງຈອດຢູ່ໃນກຣຸງເທພນັ້ນກໍເພາະວ່າ ເຮືອຣົບ ລູແຕັງ ຂອງຝຣັ່ງເສສ ຍັງຈອດຢູ່ໜ້າສຖານທູຕ ຂອງຝຣັ່ງເສສຢູ່. ຫາກວ່າ ເຮືອ ລູແຕັງ ອອກໄປ ເຮືອ ສວິຟທ໌ ຂອງອັງກິດກໍຈະອອກໄປ ເໝືອນກັນ.
ເມື່ອຣັຖບາລຝຣັ່ງສສ ໄດ້ຮູ້ເຖິງຄວາມຂັດແຍ່ງກັນ ດັ່ງນີ້ແລ້ວ ຈຶ່ງໄດ້ຍົກເລີກຄວາມຕັ້ງໃຈທີ່ຈະສົ່ງເຮືອຣົບເຂົ້າມາຕື່ມ. ແຕ່ວ່າ ເຮືອຣົບ 2 ລຳທີ່ສົ່ງມາແລ້ວນັ້ນ ກໍໄດ້ມີກາຣປະທະກັບເຮືອຣົບຂອງສຍາມ ທີ່ຈອດເປັນແນວປ້ອງກັນຢູ່ໃນ ອ່າວສຍາມນັ້ນ ແຕ່ວ່າ ເມື່ອເຮືອຣົບຂອງ ຝຣັ່ງເສສແລ່ນເຂົ້າມາເຖີງປາກນ້ຳ ເຮືອຂອງສຍາມ ບໍ່ສາມຖສະກັດກັ້ນໄວ້ ໄດ້ ໃນທີ່ສຸດ ເຮືອຣົບຂອງຝຣິ່ງເສສ ກໍໄດ້ລ່ວງລ້ຳເຂົ້າມາຈອດຮ່ວມຢູ່ກັບເຮືອປືນ ລູແຕັງ ເປັນ 3 ລຳ.
ໃນຣະຫວ່າງເຮືອຣົບຝຣັ່ງ ລອຍລຳຢູ່ຕໍ່ໜ້າສຖານທູຕ ຝຣັ່ງເສສນັ້ນ ຈອມພົລ ເຈົ້າພຣະຍາສຸຣະສັກມົນຕຣີ ທີ່ ດຳຣົງຕຳແໜ່ງເສນາບໍດີ ກະຊວງ ກະເສຕຣາທິກາຣ ໃນເວລານັ້ນ ກໍໄດ້ຕຽມທະຫາຣພ້ອມທີ່ຈະສຼ້ຣົບຢູ່. ຝ່າຍສຍາມ ມີນາຍທະຫາຣ ອີຕາລີ ເປັນຜູ້ເຜີກຫັດທະຫາຣໃຫ້ຢູ່ ຫາກວ່າ ຝຣັ່ງເສສຍົກພົບຂຶ້ນບົກ ກໍຈະຕ້ອງມີກາຣປະທະກັນ ຢ່າງແນ່ນອນ.
ໃນວັນທີ່ 13 ກະຣະກະດາ ຄຣິສຕະສັກຣາຊ 1894 ພຣະເຈົ້າແຜ່ນດິນສຍາມ ຣັຊກາລທີ່ 5 ໄດ້ສເດັຈໄປຫາ ເຈົ້າພຣະຍາ ສຸຣະສັກມົນຈຣີ ຮັບສັ່ງໃຫ້ ເຈົ້າພຣະຍາ ເຂົ້າໄປຖາມທ່ານ ປາວີ ທີ່ສຖານທຼຕ ໃນຖານສ່ວນຕົວບໍ່ແມ່ນ ທາງຣາຊກາຣ ວ່າ ຝຣັ່ງເສສຈະຄິດຢ່າງໃດກັບສຍາມ ຈຶ່ງໄດ້ນຳເຮືອຣົບເຂົ້າມາ.
ເຈົ້າພຣະຍາ ສຸຣະສັກມົນຕຣີ ພ້ອມດ້ວຍ ພຣະຍາ ບໍຣົມະບາທບຳຣຸງ ຜູ້ເປັນນ້ອງຊາຍ ຊຶ່ງເປັນ ປລັດກຣະຊວງ ກະ ເສຕຣາທິກາຣ (Chief Cabinet) ຈຶ່ງພາກັນໄປຫາ ທ່ານ ປາວີ ທີ່ສຖານທູຕ ແລ້ວຖາມວ່າ “ເຮົາຮູ້ຈັກແກ່ນກັນມາ ດົນແລ້ວ ຢາກຈະຖາມຄວາມລັບສະເພາະຕົວ ວ່າ ຝຣັ່ງເສສຈະຣົບກັບສຍາມ ຫຣືຈະທຳຢ່າງໃດ?” ທ່ານ ປາວີ ຕອບວ່າ “ບໍ່ແມ່ນຈັ່ງຊັ້ນດອກ ທີ່ເອົາເຮືອຣົບມາ ບໍ່ຄິດມາຣົບກັບປະເທສສຍາມດອກ ຕ້ອງກາຣຈະເວົ້າເຣື່ອງເຂຕ ແດນ ຈົນກວ່າວ່າ ຈະມີກາຣຕົກລົງກັນໄດ້ ເທົ່ານັ້ນ. ໃຫ້ທ່ານນຳເອົາຄວາມນີ້ໄປທູລ ພຣະເຈົ້າແຜ່ນດິນ ເພື່ອບໍ່ໃຫ້ ພຣະອົງຊົງວິຕົກ ກັງວົນ.”
ເມື່ອເຈົ້າພຣະຍາ ສຸຣະສັກມົນຕຣີ ໄດ້ຮູ້ຄວາມຈາກທ່ານ ປາວີ ທູຕຂອງຝຣັ່ງເສສ ດັ່ງນັ້ນແລ້ວ ຈຶ່ງໄດ້ນຳຄວາມຂຶ້ນ ທູລແດ່ ພຣະເຈົ້າແຜ່ນດິນ ເພື່ອໃຫ້ພຣະອົງຄ໌ຫາຍຫ່ວງ ເຣື່ອງກາຣທີ່ຝຣັ່ງເສສຈະຣົບກັບສຍາມ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |