ຈັດສເນີທ່ານໂດຍ: ວຽງໄຊ
ເຖິງແມ່ນວ່າ ສຍາມຈະຍອມປະຕິບັຕຕາມ ຄຳຂາດ ຂອງຝຣັ່ງເສສ ທີ່ໃຫ້ທະຫາຣຖອນກອງທະຫາຣທັງໝົດຂອງຕົນ ອອກຈາກດິນແດນຝັ່ງຊ້າຍແມ່ນ້ຳຂອງໃຫ້ໝົດພາຍໃນ 1 ເດືອນ ແລະຊົດເຊີຍຄ່າເສັຍຫາຍໃຫ້ແກ່ຝຣັ່ງເສສ ຊຶ່ງ ສຍາມ ພຽງແຕ່ຂໍໃຫ້ຕັ້ງຄນະຂ້າຫລວງຜສົມຂຶ້ນ ຄນະນຶ່ງ ເພື່ອພິຈາຣະນາຄ່າເສັຍຫາຍ ແລະທຽບຕົວເງິນທີ່ຈະຊົດໃຊ້ ໃຫ້ມີຄວາມຍຸຕິທັມມ໌ ເທົ່ານັ້ນ ຣັຖບາລຝຣັ່ງເສສ ກໍຍັງເຫັນວ່າ ສຍາມຫາທາງບ່ຽງບ່າຍ ທີ່ຈະເຮັດໃຫ້ກໍຣະນີພິພາທນີ້ ຍືດຍາວໄປອີກ.
ເພື່ອເປັນກາຣສແດງໃຫ້ເຫັນເຖິງຄວາມເດັດຂາດ ໃນກາຣດຳເນີນນະໂຍບາຍຂອງຝຣັ່ງເສສໃນວັນທີ່ 25 ກະຣະດາ ຄ.ສ. 1894 ເວລາ 16 ໂມງ ຝຣັ່ງເສສໄດ້ສັ່ງໃຫ້ ທ່ານປາວີອັຄຣາຊທູຕຂອງຕົນ ອອກຈາກກຣຸງເທພ ແລະຂໍໃຫ້ກົງ ສຸລ ໂຮລລັງດ໌ ໃນກຣຸງເທພດູແລຜົລປະໂຍຊນ໌ ແລະຊົນຊາຕຂອງຝຣັ່ງເສສ.
ເມື່ອທ່ານປາວີ ອອກໄປເຖິງນອກສັນດອນແລ້ວ ກໍໄດ້ສັ່ງໃຫ້ເຮືອໄປປະຈຳຢູ່ 8 ລຳ ພ້ອມກັບອອກຄຳສັ່ງປິດອ່າວ ສຍາມ ໃຫ້ປະເທດຕ່າງໆ ຊາບທົ່ວກັນ ວ່າຕັ້ງແຕ່ວັນທີ່ 26 ກໍຣະກະດາ ເວລາ 16 ໂມງເປັນຕົ້ນໄປ ກອງທັພເຮືອທີ່ ຕົນຄຸມມານັ້ນ ຈະທຳກາຣອັດທ່າເຮືອຊາຍທະເລ ແລະ ບັນດາເກາະດອນທັງຫລາຍ ທີ່ຕັ້ງຢູ່ຣະຫວ່າງ ແຫລມະລາຍູ ໃນຈັງຫວັດເພັຊບຸຣີ ກັບແຫລມຊະບັງ ແລະຢູ່ໃນເຂຕຈັງຫວັດຊົລບຸຣີ ໃຫ້ບັນດາເຣືອຄ້າຂາຍ ຂອງປະເທສ ຕ່າງໆ ທີ່ເປັນມິຕກັບຝຣັ່ງເສສ ແລ່ນອອກຈາກເຂຕທ່າເຮືອ ຊຶ່ງຈອດຢູ່ໃນເຂຕປິດລ້ອມນີ້ ໃນເວລາກຳນົດ 3 ວັນ. ເຮືອລຳ ໃດ ແລ່ນເຂົ້າອອກ ໃນຣະຫວ່າງທີ່ປະກາສຫ້າມນີ້ ຈະຖືກລົງໂທສ ຕາມກົດໝາຍ ຕາມນັງສືສັນຍາ ທີ່ຍັງໃຊ້ຢູ່ນັ້ນ ທຸກປະກາຣ.
ໜັງສືປະກາສນີ້ ຝຣັ່ງເສສໄດ້ສົ່ງໃຫ້ຣັຖບາລສຍາມ ແລະສຖານທູຕ ທຸກປະເທສ ທີ່ປະຈຳຢູ່ໃນກຣຸງເທພ ຍົກເວັ້ນ ອັງກິດ ປະເທສດຽວ.
ໃນກາຣທີ່ຝຣັ່ງເສສໃຊ້ມາຕະກາຣຂັ້ນເດັດຂາດ ເຊັ່ນນີ້ ຣັຖບາລສຍາມ ກໍບໍ່ມີທາງອອກ ມີແຕ່ຣໍຄອຍຟັງທ່າທີ ຂອງ ອັງກິດ ເທົ່ານັ້ນ ແລະຫວັງວ່າ ອັງກິດຄົງຊ່ວຍເຫລືອເພື່ອເຮັດໃຫ້ສຍາມພົ້ນຈາກໄພພິບັຕ ໃນຄັ້ງນີ້. ຝ່າຍອັງກິດ ກໍຣໍຟັງທ່າທີ ຂອງຝຣັ່ງເສສຢູ່ເໝືອນກັນ ຕັ້ງແຕ່ກ່ອນເຫຕກາຣນີ້ ເກີດມີຄວາມຮຸນແຮງຂຶ້ນເຖິງຂັ້ນນີ້.
ຣັຖບາລອັງກິດ ສແດງຄວາມບໍ່ເຫັນດີນຳຝຣັ່ງເສສປານໃດ, ດັ່ງນັ້ນ ຣັຖມົນຕຣີຕ່າງປະເທສຝຣັ່ງເສສ ຈຶ່ງໄດ້ ພິຈາຣະນາ ຫາທາງເຈຣະຈາກັບອັງກິດ ເພື່ອໃຫ້ເຫັນດີນຳ ຈຶ່ງໄດ້ສເນີຕັ້ງເຂຕກັນຊົນຂຶ້ນ ໃນເຂຕທີ່ເປັນຂອງອັງກິດ ແລະຂອງຝຣັ່ງເສສ ໃນເອເຊັຍ ເຣື່ອງນີ້ ຈະໄດ້ຕົກລັງກັນພາຍຫລັງ. ເມື່ອຝຣັ່ງເສສສເນີຄວາມເຫັນເຊັ່ນນັ້ນ ອັງກິດກໍ ເຫັນດີນຳ ແລະປ່ອຍໃຫ້ຝຣັ່ງເສສປະຕິບັຕນະໂຍບາຍຂອງຕົນ ໃນດິນແດນຝັ່ງຊ້າຍແມ່ນ້ຳຂອງຕໍ່ໄປ.
ກາຣທີ່ຝຣັ່ງເສສ ໄດ້ທຳກັບສຍາມໃນຄາວນີ້ ອັງກິດໄດ້ສູນເສັຍຣາຍໄດ້ຂອງຕົນ ໄປ ປະມານ 2 ລ້ານ 5 ແສນ ສເຕີຣິງ ຊຶ່ງຕົກເປັນເງິນຕຣາຂອງສຍາມ ໃນເວລານັ້ນປະມານ ສາມລ້ານບາທ ທີ່ອັງກິດໄດ້ໃນດິນແດນຂອງສຍາມ ເພາະສິນຄ້າຂອງອັງກິດທີ່ສົ່ງເຂົ້າມາຂາຍໃນສຍາມມີເຖິງ 90 ເປີເຊັນ ສ່ວນປະເທສອື່ນໆ ເມື່ອໂຮມເຂົ້າກັນແລ້ວ ກັຍັງມີນ້ອຍກວ່າຂອງອັງກິດຄື ມີຢູ່ພຽງ 80 ເປີເຊັນເທົ່ານັ້ນ.
ເມື່ອສຍາມຫວັງເພີ່ງອັງກິດ ເພື່ອໃຫ້ຊ່ວຍເຫລືອຕົນ ບໍ່ສົມປະສົງແລ້ວ ໃນວັນທີ່ 29 ກໍຣະກະດາ ສຍາມກໍໄດ້ສັ່ງໃຫ້ ອັຄຣາຊທູຕຕົນ ປະຈຳກຣຸງປາຣີສ໌ ແຈ້ງຕໍ່ຣັຖມົນຕຣີຕ່າງປະເທສຝຣັ່ງເສສ ວ່າ ຣັຖບາລສຍາມ ຍອມປະຕິບັຕຕາມ ກາຣຮຽກຮ້ອງຂອງຝຣັ່ງເສສ ທຸກປະກາຣ ຢ່າງບໍ່ມີເງື່ອນໄຂ ດັ່ງເອກສາຣຂອງພຣະອົງຄ໌ເຈົ້າວັທະນານຸວົງສ໌ ອັຄຣາຊທູຕສຍາມ ຍື່ນຕໍ່ກະຊາວຕ່າງປະເທສຝຣັ່ງເສສ ສບັບນັ້ນ ມີເນື້ອຄວາມດັ່ງຕໍ່ໄປນີ້:
“ຣັຖບາລສຍາມ ມີຄວາມເສັຍໃຈທີ່ຕອບຄຳຮຽກຮ້ອງຂອງຝຣັ່ງເສສ ຊຶ່ງໄດ້ຍື່ນໄປໃນວັນທີ່ 20 ກໍຣະກະດາ (ທີ່ຜ່ານ ມານີ້ນັ້ນ) ບໍ່ເປັນທີ່ພໍໃຈຂອງຣັຖບາລຝຣັ່ງເສສ. ຂ້າພະເຈົ້າໄດ້ຣັບຄຳສັ່ງຈາກຣັຖບາລສຍາມ ໃຫ້ແຈ້ງແກ່ທ່ານ ວ່າ ຣັຖບາລສຍາມ ມີຄວາມປາຖນາ ທີ່ຈະຮັກສາສັມພັນທະໄມຕຣີ ກັບປະເທສຝຣັ່ງເສສ ຈຶ່ງຍອມຮັບຄຳຮຽກຮ້ອງນັ້ນ ທຸກໆ ຂໍ້ ໂດຍບໍ່ມີຂໍ້ໄຂຢ່າງໃດ”.
ຣາຊທູຕສຍາມ ໄດ້ສົ່ງເອກສາຣ ເປັນຫລັກຖານ ຕໍ່ກະຊວງກາຣຕ່າງປະເທສຝຣັ່ງເສສ ດັ່ງໄດ້ຍື່ນໄປແລ້ວນັ້ນ ສແດງ ໃຫ້ເຫັນເຫຕຜົລທີ່ຣັຖບາລສຍາມ ຍອມຮັບເອົາຄຳຮຽກຮ້ອງຂອງຝຣັ່ງເສສໂດຍສົມບູນ ເພື່ອຣະງັບເຫຕກາຣບໍ່ ໃຫ້ຣຸກລາມຕໍ່ໄປ ແລະເປັນກາຣຮັກສາຜົລປະໂຍຊນ໌ໃນທາງກາຣຄ້າ ພ້ອມທັງຄວາມສງົບ ໃນພາກພື້ນນີ້ໄວ້.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |