ຈັດສເນີທ່ານໂດຍ: ວຽງໄຊ
ເມື່ອຣັຖບາລສຍາມ ຕອບໜັງສືຍິນຍອມ ຕາມຄຳຂາດຂອງຝຣັ່ງເສສ ທີ່ໃຫ້ສຍາມຖອນກອງທະຫາຣທັງໝົດຂອງຕົນ ອອກຈາກຝັ່ງຊ້າຍແມ່ນ້ຳຂອງ ແລະຈ່າຍເງິນ ຄ່າເສັຽຫາຍໃຫ້ແກ່ຝຣັ່ງເສສ ຕາມຄຳຂາດ 6 ຂໍ້ ທີ່ຝຣັ່ງເສສແຈ້ງ ໃຫ້ຣັຖບາລສຍາມຊາບນັ້ນແລ້ວ ກະຊວງຕ່າງປະເທດຝຣັ່ງເສສ ຈຶ່ງໄດ້ຍື່ນຄຳຂາດເພີ່ມເຕີມອີກສບັບນຶ່ງ ຊຶ່ງຣັຖບາລ ສຍາມ ກໍປະຕິບັຕຕາມໂດຍດີ ຢ່າງບໍ່ມີເງື່ອນໄຂ ດັ່ງຂໍ້ຄວາມຕໍ່ໄປນີ້ :-
ປາຣີສ໌ ວັນທີ່ 30 ກໍຣະກະດາ ຄ.ສ. 1894 ກາຣທີ່ສຍາມມີກາຣຊັກຊ້າ ບໍ່ຍອມຮັບຄຳຂາດ ທີ່ຣັຖບາລຝຣັ່ງເສສຍື່ນ ຕໍ່ຣັຖບາລສຍາມ ໃນກຣຸງເທພ ເມື່ອວັນທີ່ 2 ກໍຣະກະດາ ນັ້ນ ສົມຄວນທີ່ຣັຖບາລຝຣັ່ງເສສ ຈະຕ້ອງໄດ້ເພີ່ມຂໍ້ມັດຈຳ ໃຫ້ເຄັ່ງຄັດຂຶ້ນໄປອີກ ດັ່ງນີ້:
ເພື່ອປະສົງຄ໌ຈະປະຕິບັຕ ນະໂຍບາຍຂອງຝຣັ່ງ ໃຫ້ຣອບຄອບດັ່ງທີ່ເຄີຍປະຕິບັຕມາ ແລະເຫັນວ່າ ຈຳເປັນທີ່ຈະຕ້ອງ ໃຫ້ຣັຖບາລສຍາມ ປະຕິບັຕຕາມຄຳຂາດທຸກໆ ຂໍ້ ຣັຖບາລຝຣັ່ງເສສຈະຢຶດແມ່ນ້ຳ ແລະເມືອງຈັນທະບຸຣີ ໄວ້ ຈົນ ກວ່າກອງທະຫາຣສຍາມ ທີ່ຕັ້ງເທິງຝັ່ງຊ້າຍຂອງແມ່ນ້ຳຂອງຈະອອກໄປໃຫ້ໝົດ ໂດຍບໍ່ມີອຸປະສັຄອັນໃດ ທັງສິ້ນ.
ອີກຢ່າງນຶ່ງ ເພື່ອປະກັນອິສຣະພາພ ທີ່ເຄີຍມີມາ ຣະຫວ່າງ ປະເທສທັງສອງ ແລະເພື່ອບໍ່ໃຫ້ເກີດຄວາມຫຍຸ່ງຍາກຂຶ້ນ ບໍຣິເວຣທະເລສາບ ແລະໃນແມ່ນ້ຳຂອງນັ້ນ ຣັຖບາລສຍາມຈະບໍ່ມີສິທ ມີກຳລັງທະຫາຣຢູ່ທີ່ເມືອງ ພຣະຕະບອງ ແລະສຽມຣາຕ ຣວມທັງເຂຕທີ່ຕັ້ງຢູ່ໃນຣັສມີ 25 ຫຼັກກິໂລແມຕ ເທິງຝັ່ງຂອງ ຂອງແມ່ນ້ຳຂອງ ນັບແຕ່ດິນແດນ ຂເມຣໄປ. ເຈົ້າໜ້າທີ່ສຍາມຈະມີກຳລັງ ນະຄອນບາລ ຄື ເຈົ້າໜ້າທີ່ຕຳຣວຈ ເພື່ອຣັກສາຄວາມສງົບ ທີ່ຈຳເປັນເທົ່າ ນັ້ນ. ຫ້າມຣັຖບາລສຍາມ ໃຊ້ເຮືອ ຫຣຶ ຍານພາຫະນະທີ່ມີອາວຸທ ເດີນໄປມາໃນທະເລສາບ ແລະໃນແມ່ນ້ຳຂອງ.
ຣັຖບາລຝຣັ່ງເສສ ສງວນສິທທິໃນກາຣທີ່ຈະຕັ້ງ ກົງສຸລຂຶ້ນທີ່ ເມືອງນະຄອນຣາຊສີມາ ແລະເມືອງນ່ານ. ເມື່ອຣັຖບາລສຍາມ ຍອມປະຕິບັຕຕາມຄຳຂາດ ທຸກປະກາຣແລ້ວ ຣັຖບາລຝຣັ່ງເສສກໍປະກາສເລີກປິດອ່າວສຍາມ ໃນວັນທີ່ 1 ສິງຫາ ຄ.ສ. 1894.
ທ່ານ ປາວີ ອັຄຣາຊ ຝຣັ່ງເສສກໍໄດ້ກັບເຂົ້າມາໃນກຣຸງເທພ ໂດຍຂບວນເຮືອຣົບ Alouetted.
ໃນທີ່ສຸດ ຣັຖບາລສຍາມກໍໄດ້ຕົກງົງ ທຳສົນທິສັນຍາ ກັບຝຣັ່ງເສສ ໃນກາຣໂອນດິນແດນ ຝັ່ງຊ້າຍ ຂອງແມ່ນ້ຳຂອງ ອັນເປັນດິນແດນ ຣາຊອານາຈັກຣ໌ລາວທັງ 3 ອານາຈັກຣ໌ ຄື ຣາຊອານາຈັກຣ໌ ສີສັຕະນາຄະນະຫຸຕ ລ້ານຊ້າງຫລວງ ພຣະບາງ ໃນແຜ່ນດິນ ຂອງ ສົມເດັຈ ພຣະເຈົ້າສຸຣິຍະວົງສາ, ອານາຈັກຣ໌ ສີສັຕະນາຄະນະຫຸຕ ລ້ານຊ້າງ ວຽງຈັນ ໃນແຜ່ນດິນ ຂອງ ສົມເດັຈ ພຣະເຈົ້າ ສິຣິບຸນຍະສາຣ ແລະຣາຊອານາຈັກຣ໌ ສີສັຕະນາຄະນະຫຸຕ ລ້ານຊ້າງຈຳປາ ສັກ ໃນແຜ່ນດິນ ຂອງ ພຣະໄຊຍະກຸມາຣ ໃນປີ ຄ.ສ. 1779 ທັງໝົດ ທີ່ສຍາມຢຶດເອົາໄປ ໃນຣະຫວ່າງສົງຄາມ ລາວ-ສຍາມນັ້ນ. ແຜ່ນດິນລ້ານຊ້າງ ທີ່ໄດ້ມີກາຣປົກຄອງຕົນເອງ ມາແຕ່ຄັ້ງ ຂຸນລໍ ເປັນປຖົມກະສັຕ ໃນຣາຊອານາ ຈັກຣ໌ລ້ານຊ້າງຮົ່ມຂາວ ເມື່ອ ປີ ຄ.ສ. 747 ຈົນເຖີງປີ ຄ.ສ. 1779 ນັ້ນ ກໍເປັນເວລາອັນຊ້ານານ ແລະຕັ້ງແຕ່ລາວ ໄດ້ຕົກໄປເປັນເມືອງສ່ວຍ ໃຫ້ແກ່ສຍາມ ແຕ່ຍັງມີກະສັຕສຶບຣາຊສົມບັຕຕໍ່ມາ ເຖີງເດືອນກຸມພາ ປີ ຄ.ສ. 1829 ທີ່ ເຈົ້າອະນຸວງສ໌ ແຫ່ງຣາຊອານາຈັກຣ໌ ວຽງຈັນທນ໌ ປຣາໄຊຍ໌ໃນສົງຄາມກູ້ເອກຣາຊ ຈາກສຍາມ ຊຶ່ງເປັນເຫຕຸ ໃຫ້ຣາຊອານາຈັກຣ໌ລາວ ຕົກຢູ່ໃນເງື້ອມມືຂອງສຍາມ ຢ່າງເດັດຂາດ. ກະສັຕທີ່ຂຶ້ນຄອງຣາຊສົມບັຕຕໍ່ມາ ຈຶ່ງໄດ້ຖືກ ສຍາມລົດຖານະລົງມາເປັນພຽງເຈົ້າຄອງນະຄອນນັ້ນ ກໍໄດ້ຕົກໄປຢູ່ໃນຄວາມປົກຄອງຂອງຝຣັ່ງເສສອີກຕໍ່ນຶ່ງ ຢ່າງບໍ່ມີ ເງື່ອນໄຂ ຕໍ່ວ່າຕໍ່ຂານຫຍັງເລີຍ.
ເມື່ອຣັຖບາລສຍາມ ຍິນຍອມໂອນດິນແດນ ຝັ່ງຊ້າຍຂອງແມ່ນ້ຳຂອງ ໄປຢູ່ໃນອາຣັກຂາຂອງຝຣັ່ງເສສນັ້ນ ຝຣັ່ງເສສ ບໍ່ໄດ້ອ້າງເຖີງດິນແດນ ຣາຊອານາຈັກຣ໌ລາວທີ່ສຍາມຢຶດເອົາໄປ ໃນສມັຍສົງຄາມ ລາວ-ສຍາມ 2 ຄັ້ງ ທີ່ຜ່ານມານັ້ນ ແຕ່ຢ່າງໃດ.
ດ້ວຍເຫຕຸນີ້ແລ ຣາຊອານາຈັກຣ໌ລາວລ້ານຊ້າງ ສມັຍທີ່ຢູ່ໃນຄວາມອາຣັກຂາ ຫຣື ເມືອງຂຶ້ນຂອງຝຣັ່ງເສສ ແລະໃນ ສມັຍທີ່ລາວໄດ້ຮັບເອກຣາຊຈາກຝຣັ່ງເສສ ຈຶ່ງມີຢູ່ພຽງສ້ຽວດຽວ ຂອງແຜ່ນດິນ ໃນສມັຍທີ່ລາວມີກະສັຕປົກຄອງ ປະເທສໃນຣະບອບ ສົມບູຣະນາຍາສິທທິຣາຊ ນັ້ນ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |