ສຍາມມອບດິນແດນຝັ່ງຊ້າຍ ດ້ານຕາເວັນອອກ ຂອງແມ່ນ້ຳຂອງ ໃຫ້ແກ່ຝຣັ່ງເສສ

2007-11-26

ຈັດສເນີທ່ານໂດຍ: ວຽງໄຊ

ໃນວັນທີ 3 ຕຸລາ ຄຣິສຕະສັກຣາຊ 1894 ຣັຖບາລສຍາມ ແລະຣັຖບາລສາທາຣະນະຣັຖຝຣັ່ງເສສ ໄດ້ເຮັດສັນຍາ ມອບດິນແດນຝັ່ງຊ້າຍ ດ້ານຕາເວັນອອກຂອງແມ່ນ້ຳຂອງ ໃຫ້ແກ່ຝຣັ່ງເສສ ດັ່ງມີຂໍ້ຄວາມດັ່ງຕໍ່ໄປນີ້ :

ຂໍ້ 1. ຣັຖບາລສຍາມຍອມສລະກາຣອ້າງກັມມະສິດທັງໝົດ ໃນດິນແດນເທິງຝັ່ງຊ້າຍຂອງແມ່ນ້ຳຂອງ ແລະ ເກາະດອນຕ່າງໆ ໃນແມ່ນ້ຳຂອງ ນັ້ນດ້ວຍ.

ຂໍ້ 2. ຣັຖບາລສຍາມ ບໍ່ໃຊ້ເຮືອ ຫຣືເຮືອຕິດອາວຸທ ແລ່ນໄປມາໃນທະເລສາບຂເມຣ ຫຣື ໃນແມ່ນ້ຳຂອງ ຊອງລາວ ພາຍໃນເຂຕທີ່ກຳນົດໄວ້ ໃນຂໍ້ຕໍ່ໄປນີ້ :

ຂໍ້ 3. ສຍາມຈະບໍ່ຕັ້ງຄ້າຍທີ່ໝັ້ນທາງທະຫາຣ ໃນທ້ອງທີ່ເມືອງ ພຣະຕະບອງ ສຽມຣາຕ ແລະເທີງຝັ່ງຂວາຂອງແມ່ ນ້ຳຂອງ ພາຍໃນເຂຕ 25 ຫຼັກກິໂລແມຕ. ອັນນີ້ສແດງວ່າ ເຂຕທີ່ກຳນົດໄວ້ນີ້ ເປັນເຂຕປອດທະຫາຣ.

ຂໍ້ 4. ພາຍໃນເຂຕທີ່ຣະບຸໄວ້ໃນຂໍ້ 3 ນີ້ ກຳລັງຕຳຣວຈຈະມີໄວ້ຕາມທັມນຽມ ໂດຍໃຊ້ພນັກງານໃນແຂວງນັ້ນ ໃນຈຳນວນຈຳກັດແລະບໍ່ຖືອາວຸທ.

ຂໍ້ 5. ຣັຖບາລສຍາມຈະຕ້ອງເຈຣະຈາກັບຝຣັ່ງເສສ ເຣື່ອງກາຣເກັບພາສີ ແລະກາຣຄ້າ ພາຍໃນເຂຕທີ່ຣະບຸໄວ້ໃນຂໍ້ 3 ພາຍໃນ 6 ເດືອນ ແລະແກ້ໄຂບົທບັນຍັຕຕ່າງໆ ແຫ່ງໜັງສືສັນຍາທາງພຣະຣາຊໄມຕຣີ ກາຣຄ້າແລະກາຣເດີນ ເຮືອ ສບັບຄຣິສຕະສັກຣາຊ 1856 ນັ້ນໃໝ່.

ຂໍ້ 6. ເນື່ອງດ້ວຍຄວາມຈະເຣີນໃນກາຣເດິນເຮືອ ໃນແມ່ນ້ຳຂອງ ຖ້າມີກາຣກໍ່ສ້າງອາຄານ ຫຣື ທ່າຈອດເຮືອ ຖ້າມີ ຄວາມຈຳເປັນ ຫຣືບ່ອນໄວ້ຟືນ ແລະຖ່ານ ເທິງຝັ່ງຂວາຂອງແມ່ນ້ຳຂອງ ແລ້ວນັ້ນ ກໍດີ ຣັຖບາລສຍາມຮັບຮອງວ່າ ຝຣັ່ງເສສ ຂໍມາແລ້ວ ຈະໃຫ້ຄວາມສະດວກ ເທົ່າທີ່ຈຳເປັນ ທຸກປະກາຣ.

ຂໍ້ 7. ບຸຄຄົລ ສັນຊາຕຝຣັ່ງເສສ ກໍດີ, ບຸຄຄລໃນບັງຄັບ ຫຣື ສັງກັດຊາຕຝຣັ່ງເສສ ກໍດີ ຈຳະທຳກາຣຄ້າຂາຍໄດ້ ສະດວກ ໃນເຂຕທີ່ຣະບຸໄວ້ໃນຂໍ້ 3 ເມື່ອເຂົາເຈົ້າມີໜັງສືເດີນທາງຂອງເຈົ້າໜ້າທີ່ຝຣັ່ງເສສ ສຳຣັບຣາສດອນໃນພູມລຳ ເນົາ ໃນເຂຕທີ່ກ່າວໄວ້ນີ້ ຈະໄດ້ຮັບສິທເຊັ່ນດຽວກັນ.

ຂໍ້ 8. ຣັຖບາລຝຣັ່ງເສສສງວນສິທ ໃນກາຣຕັ້ງສຖານກົງສຸລ ໃນທີ່ໃດໆ ກໍໄດ້ ທີ່ເຫັນວ່າ ເປັນກາຣສົມຄວນໃນ ກາຣຮັກສາຜົລປະໂຍຊນ໌ ຂອງຕົນ ແລະຜູ້ຢູ່ໃນຄວາມປ້ອງກັນຂອງຊາວຝຣັ່ງເສສ ເຊັ່ນທີ່ ໂຄຣາຊ ແລະເມືອງນ່ານ ເປັນຕົ້ນ.

ຂໍ້ 9. ສັນຍາສບັບນີ້ ຈະຕ້ອງໄດ້ຮັບສັຕຍາບັນ ພາຍໃນຣະຍະ 4 ເດືອນ ນັບແຕ່ວັນລົງນາມ ເປັນຕົ້ນໄປ. ທຳທີ່ ຣາຊວັນລົບ ກຣຸງເທພ ນະ ວັນທີ່ 3 ຕຸລາ ຄ.ສ. 1893 ລົງນາມ ຝ່າຍສຍາມ ເຈົ້າພຣະຍາ ເທວະວົງສ໌ວະໂຣປະກາຣ ເສນາບໍດີ ກະຊວງກາຣຕ່າງປະເທສ ສຍາມ. ລົງນາມ ຝ່າຍຝຣັ່ງເສສ ເລີມີຣ໌ ເດິະ ວິເລຣ໌ສ ອັຄຣາຊທູຕ ຜູ້ມີອຳນາຈເຕັມ.

ນອກຈາກນີ້ແລ້ວ ກໍຍັງມີ ອນຸສັນຍາອີກ ສບັບນຶ່ງ ເພື່ອກຳນົດກາຣປະຕິບັຕງານໃຫ້ເປັນໄປຕາມສັນຍາ ສບັບທີ່ກ່າວ ມາແລ້ວນັ້ນ ອນຸສັນຍານີ້ ມີຢູ່ 6 ຂໍ້ ຄື

1. ກອງທະຫາຣກອງສຸດທ້າຍຂອງສຍາມ ເທິງຝັ່ງຊ້າຍຂອງແມ່ນ້ຳຂອງ ຈະຕ້ອງຖອນອອກໃຫ້ໝົດພາຍໃນ 1 2. ເດືອນ ນັບແຕ່ວັນທີ່ 5 ກັນຍາ.

3. ຄ້າຍທະຫາຣທັງໝົດ ທີ່ຣະບຸໄວ້ໃນຂໍ້ 3 ຂອງສັນຍາໃຫຍ່ນັ້ນ ຕ້ອງຮື້ຖອນອອກໃຫ້ໝົດ.

4. ຜູ້ເປັນຕົວກາຣກໍ່ເຫຕຸຂຶ້ນໃນທົ່ງຊຽງຄຳ ແລະຄຳມ່ວນ ເຈົ້າໜ້າທີ່ສຍາມຈະຕ້ອງພິຈາຣະນາຄະດີລົງໂທສ ຜູ້ ແທນຝຣັ່ງຕ້ອງໄດ້ເຂົ້າຮ່ວມພິຈາຣະນາຄະດີນັ້ນດ້ວຍ.

5. ຣັຖບາລສຍາມຕ້ອງມອບຄົນ ໃນບັງຄັບບັນຊາຂອງຝຣັ່ງເສສ ຄື ວຽດນາມ, ຂເມຣ ແລະລາວ ທີ່ມີພູມລຳ ເນົາຢູ່ເທິງຝັ່ງແມ່ນ້ຳຂອງ ທີ່ຖືກຈັບກຸມ ບໍ່ວ່າໃນຄວາມຜິດໃດກໍຕາມ ໃຫ້ຄືນໄປຍັງພູມລຳເນົາເດິມ ຂອງເຂົາເຈົ້າ.

6. ເຈົ້າໜ້າທີ່ກະຊວງຕ່າງປະເທສສຍາມ ຕ້ອງນຳຕົວ ບາງ ບຽນ ແລະພັຄພວກຂອງເຂົາທີ່ສຍາມຈັບໄປ ພ້ອມອາວຸທ ແລະທຸງຝຣັ່ງເສສ ມອບໃຫ້ສຖານທູຕ ຝຣັ່ງເສສ.

7. ຣັຖບາລຝຣັ່ງເສສ ຕ້ອງຢຶດເມືອງຈັນທະບຸຣີໄວ້ ຈົນກວ່າຣັຖບາລສຍາມປະຕິບັຕຕາມເງື່ອນໄຂ ໃນສັນຍານີ້ ໂດຍຕລອດ.

ດິນແດນຣາຊອານາຈັກຣ໌ລາວ ທີ່ຖືກຢຶດຄອງ ໂດຍປະເທສສຍາມ ກໍໄດ້ກັບໄປຢູ່ໃນຄວາມຄອບຄອງຂອງ ຝຣັ່ງ ເສສ ແລະຮ່ວມຢູ່ໃນເຄືອສຫະພັນ ອິນໂດຈີນ ຝຣັ່ງເສສ ຕາມສັນຍາ ແລະອນຸສັນຍາສບັບ ດັ່ງກ່າວມານີ້.

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ