ໃນສັປະດາທີ່ຜ່ານມາ ເຮົາໄດ້ກ່າວເຖິງເຣື່ອງ ໄທຂໍເຈຣະຈາ ເຮັດສັນຍາ ປັກປັນເຂຕແດນ ກັບຝຣັ່ງເສສ ແຕ່ເນື້ອແທ້ຂອງໄທນັ້ນ ໝາຍຈະຮຽກຮ້ອງ ເອົາດິນແດນລາວທັງໝົດ ທີ່ເຄີຍ ຢູ່ໃນຄວາມອາຣັກຂາ ຂອງຕົນ ທີ່ຕົນໄດ້ເຮັດສັນຍາ ມອບດິນແດນ ໃຫ້ແກ່ຝຣັ່ງເສສໃນປີ ຄຣິສຕະສັກຣາຊ 1893 ນັ້ນຄືນ ໄປຢູ່ໃນຄວາມອາຣັກຂາເດີມ ຂອງຕົນ.
ໃນກາຣເຈຣະຈາກັນຄາວນີ້ ໄທເຫັນວ່າ ຝຣັ່ງເສສໃກ້ຈະລົ້ມລະລາຍ ກາຍເປັນເມືອງຂຶ້ນ ຂອງເຢີຣະມັນຢູ່ແລ້ວ ຈຶ່ງໄດ້ຕັ້ງທ່າໄວ້ ຢ່າງເຕັມທີ່ ຫວັງຈະໄດ້ ມີກາຣຕໍ່ສູ້ທາງວາຈາ ຕາມວິທ ີກາຣທູຕສມັຍໃໝ່ ແລະໄທເຫັນວ່າ ຝຣັ່ງເສສ ໝົດທິທທິພົລແລ້ວ ບໍ່ມີອັນໃດ ທີ່ໄທຈະຢ້ານກົວ. ອີກປະກາຣນຶ່ງ ຜູ້ແທນເຈຣະຈາຝ່າຍໄທ ທີ່ຮ່ວມຢູ່ໃນ ຄນະເຈຣະຈາຂອງພົລຕຣີ ຫຼວງພິບູລສົງຄຣາມນັ້ນ ກໍລ້ວນແລ້ວຜູ້ມີຄວາມຮູ້ ໃນດ້ານປະວັຕສາຕຣ໌ ແລະກາຣທູຕ ສມັຍໃໝ່ພຽງພໍທຸກຄົນ. ຖ້າໄດ້ໄຂກາຣເຈຣະຈາ ກັນແທ້ ໄທຫວັງເປັນຢ່າງຍິ່ງວ່າ ຈະໄດ້ປຽບ ຝຣັ່ງເສສຢູ່ຫຼາຍ.
ໃນຂນະທີ່ຝ່າຍໄທ ຈັດຕັ້ງຄນະກັມມະກາຣ ເຈຣະຈາ ຫຣື ຜູ້ແທນຈະເຂົ້າຮ່ວມ ເຈຣະຈາກັບຝຣັ່ງເສສ ແລະ ຄອງຄອຍເບິ່ງທ່າທີ ຂອງຝຣັ່ງເສສ ຢູ່ນັ້ນ ຣັຖມົນຕຣີ ກະຊວງ ກາຣຕ່າງປະເທສ ຝຣັ່ງເສສ ກໍປີ້ນຄວາມໃໝ່ ໂດຍມີໜັງສືແຈ້ງໄປ ໃຫ້ເອກອັຄຄຣາຊທູຕໄທ ປະຈຳປະເທສຝຣັ່ງເສສ ວ່າ ຂໍໃຫ້ກະຕິກາ ສັນຍາກັນໃໝ່ ວ່າ ຝຣັ່ງເສສ ກັບໄທ ບໍ່ຣຸກຣານກັນ ໃຫ້ມີຜົລໃຊ້ບັງຄັບ ແຕ່ບັດນີ້ ເປັນຕົ້ນໄປ ໂດຍບໍ່ຕ້ອງ ມີກາຣແລກປ່ຽນ ສັຕຍາບັນຊຶ່ງກັນແລະກັນ.
ເມື່ອຣັຖບາລໄທ ໄດ້ຮັບຄຳຕອບ ຈາກຣັຖບາລຝຣັ່ງເສສ ເຊັ່ນນັ້ນ ຈຶ່ງໃຫ້ມີກາຣປະຊຸມ ພິຈາຣະນາ ຄຳຕອບ ຂອງຝຣັ່ງເສສ ຢ່າງເຕັມທີ່. ເມື່ອມີກາຣອະພິປຣາຍ ຄວາມຄິດຄວາມເຫັນກັນ ຢ່າງກວ້າງຂວາງແລ້ວ ທີ່ປະຊຸມ ໄດ້ລົງມະຕິ ເປັນເອກະສັນວ່າ ຝຣັ່ງເສສ ກຳລັງຫຼີ້ນຕົວ ຫາວິທີບ່ຽງບ່າຍ ບໍ່ເຈຣະຈາ ຕາມທີ່ໄດ້ຕົກລົງກັນໄວ້ ກາຣກະທຳ ຂອງຝຣັ່ງເສສ ໃນຄັ້ງນີ້ ກໍເໝືອນກັນກັບ ທີ່ຝຣັ່ງເສສ ໄດ້ທຳມາແລ້ວໃນຄັ້ງປີ 1893 ດັ່ງນັ້ນ ຝ່າຍໄທ ຈຶ່ງໄດ້ຕອບ ຣັຖບາລຝຣັ່ງເສສ ດ້ວຍທ່າທາງບ່ຽງບ່າຍ ເຊັ່ນດຽວກັນ ໃນວັນທີ່ 12 ເດືອນກັນຍາ 1940 ວ່າ ໄທມີຄວາມຍິນດີ ຕາມທີ່ຝຣັ່ງເສສ ໄດ້ແຈ້ງໄປໃຫ້ຊາບ ແຕ່ຂໍໃຫ້ຝຣັ່ງເສສ ຕົກລົງໃນບັນຫາຕ່າງໆ ເຫຼົ່ານີ້ກ່ອນ ຄື :
1. ວາງແນວເສັ້ນ ເຂຕແດນ ຕາມລຳນ້ຳຂອງ ໃຫ້ເປັນໄປຕາມຫຼັກ ກົດໝາຍ ຣະຫວ່າງ ປະເທສ ກ່າວຄື ຖືເອົາຮ່ອງນ້ຳເລິກ ເປັນຫຼັກເກນ,
2. ປັບປຸງເຂຕແດນ ໃຫ້ເປັນໄປຕາມ ທັມມະຊາຕ ຄືຖືເອົາແມ່ນ້ຳຂອງ ເປັນເສັ້ນເຂຕ ແດນ ຣະຫວ່າງປະເທສໄທ ແລະອິນໂດຈີນ ຕັ້ງແຕ່ທິສເໜືອ ລົງໄປເຖິງທິສໃຕ້ ຈົນເຖິງ ເຂຕແດນ ປະເທສກັມພຸຊາ ໂດຍໃຫ້ຝ່າຍໄທ ໄດ້ຮັບດິນແດນຝັ່ງຂວາ ຂອງແມ່ນ້ຳຂອງ ກົງກັນຂ້າມ ກັບຫຼວງພະບາງ ແລະປາກເຊນັ້ນຄືນ.
3. ຂໍໃຫ້ຝຣັ່ງເສສ ຮັບຮອງວ່າ ຖ້າອິນໂດຈີນ ຝຣັ່ງເສສ ຕົກໄປຢູ່ໃຕ້ອະທິປະໄຕຍ໌ ຂອງປະ ເທສອື່ນ ຫຣືອີກຢ່າງນຶ່ງ ຫາກວ່າ ຝຣັ່ງເສສ ບໍ່ສາມາຖປົກຄອງ ອິນໂດຈີນ ຕໍ່ໄປໄດ້ແລ້ວ ກໍຂໍໃຫ້ຝຣັ່ງເສສ ມອບປະເທສ ຂເມຣ ແລະ ປະເທສລາວ ຄືນໃຫ້ແກ່ໄທ ປົກຄອງຕໍ່ໄປ.
ເມື່ອຝຣັ່ງເສສໄດ້ຮັບຄຳຕອບຈາກໄທ ດັ່ງນີ້ ຣັຖບາລຝຣັ່ງເສສຈຶ່ງໄດ້ແຈ້ງໃຫ້ເອກອັຄຄະຣາຊທູຕໄທ ປະຈຳປະເທສຝຣັ່ງເສສຊາບ ໃນວັນທີ່ 17 ເດືອນ ກັນຍາ 1940 ດັ່ງມີຂໍ້ຄວາມສຳຄັນດັ່ງຕໍ່ໄປນີ້ວ່າ
1. ຣັຖບາລຝຣັ່ງເສສ ບໍ່ໄດ້ຂໍໃຫ້ມີກະຕິກາ ບໍ່ຣຸກຣານກັນ ກ່ອນມີກາຣແລກປ່ຽນ ສັຕຍາບັນ. ຣັຖບາລຝຣັ່ງເສສ ພຽງແຕ່ ສແດງ ຄວາມປະສງຄ໌ວ່າ ກາຣແລກປ່ຽນ ສັຕຍາບັນນັ້ນ ຄວນເຮັດໃຫ້ແລ້ວໄວທີ່ສຸດ ເມື່ອສັຕຍາບັນ ຂອງຝຣັ່ງເສສ ໄດ້ຕົກໄປເຖິງບາງກອກ.
2. ຣັຖບາລຝຣັ່ງເສສ ບໍ່ເຫັນເຫຕຜົລໃດໆ ທີ່ຈະເຮັດໃຫ້ ຝ່າຍໄທເຂົ້າໃຈ ໄປວ່າ ມີເຫຕຸຜິດປົກະຕິ ເກີດຂຶ້ນໃນອິນໂດຈີນ ເຖິງກັບຕ້ອງເຮັດໃຫ້ ຝ່າຍໄທມີຄວາມວິຕົກ ເປັນຫ່ວງ ນຳພົລເມືອງ ທີ່ຢູ່ພາຍໃຕ້ອະທິປະໄຕຍ໌ ຂອງຝຣັ່ງເສສ ໃນອິນໂດຈີນນັ້ນ.
3. ຣັຖບາລຝຣັ່ງເສສ ພ້ອມແລ້ວທີ່ ຈະສົ່ງຄນະຜູ້ແທນ ໄປເຈຣະຈາ ຕົກລົງກັນ ກ່ຽວກັບ ແມ່ນ້ຳຂອງນັ້ນຢູ່.
ເຮົາຂໍຍຸຕິຣາຍກາຣປະວັຕສາຕລາວ ປະຈຳສັປະດາໄວ້ແຕ່ພຽງເທົ່ານີ້ກ່ອນ ພົບກັນໃໝ່ສັປະດາໜ້າ ສະບາຍດີ.
ຈັດສເນີ ທ່ານໂດຍ: ວຽງໄຊ
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |