ໄທປະກາດສົງຄາມກັບຝຣັ່ງເສສໃນອິນໂດຈີນ

2008-01-11

ເມື່ອຣັຖບາລໄທ ເຫັນວ່າ ຝຣັ່ງເສສ ຍອມປຣາໄຊຍ໌ ໃຫ້ແກ່ເຢີຣະມັນ ຢ່າງບໍ່ມີປະຕູສູ້ແລ້ວ ຝ່າຍໄທ ແທນທີ່ຈະປະຕິບັຕ ຕາມກາຣຕົກລົງກັນວ່າ ຈະເຈຣະຈາ ແບ່ງປັນເກາະດອນຕ່າງໆ ໃນລຳແມ່ນ້ຳຂອງ ນັ້ນ ໃນວັນທີ່ 7 ມະກະຣາ 1941 ຫລວງພິບູນສົງຄຣາມ ນາຍົກຣັຖມົນຕຣີໄທ ກໍໄດ້ປະກາດສົງຄຣາມ ກັບຝຣັ່ງເສສ ອິນໂດຈີນ.

ໃນທັນທີນັ້ນ, ກອງທັພໄທ ກໍໄດ້ເຂົ້າຢຶດ ເອົາເຂຕເມືອງໄຊຍະບຸຣີ ທີ່ຂຶ້ນກັບແຂວງ ຫລວງພຣະບາງ ຊຶ່ງຕັ້ງຢູ່ທາງຝັ່ງຂວາ ແມ່ນ້ຳຂອງ ແລະເຂຕຈຳປາສັກ ທາງພາຄໃຕ້ ຂອງປະເທສລາວ. ສ່ວນທາງປະເທສກັມພູຊານັ້ນ ໄທ ກໍໄດ້ສົ່ງກອງທະຫາຣ ເຂົ້າຢຶດເອົາເມືອງ ພຣະຕະບອງ ແລະເມືອງສີໂສພົນ ໂດຍທີ່ຝຣັ່ງເສສ ບໍ່ຮູ້ສຶກຕົວ ແລະກໍ່ບໍ່ໄດ້ຄິດວ່າ ໄທ ຈະກະທຳເຊັ່ນນັ້ນ.

ທາງດ້ານທະເລ ໃນເຂຕປະເທສຂເມຣ ໄທ ກໍໄດ້ສົ່ງເຮືອຣົບເຂົ້າໄປ ແຕ່ຖືກເຮືອຣົບ ຂອງຝຣັ່ງເສສ ຍິງຫລົ້ມໄປລຳນຶ່ງ. ສ່ວນເຮືອຣົບຂອງຝຣັ່ງເສສ ກໍຖືກເຮືອຣົບໄທຍິງ ແລະໄດ້ຮັບຄວາມເສັຍຫາຍເລັກນ້ອຍ.

ທາງດ້ານອາກາສ ໄທ ແລະ ຝຣັ່ງເສສ ກໍໄດ້ສົ່ງເຮືອບິນ ໄປຖິ້ມລູກຣະເບີດ ໃສ່ຕາມຫົວເມືອງ ຊາຍແດນ ຂອງໄທນັ້ນ ມີບາງລູກກໍບໍ່ແຕກ ພວກທີ່ໄດ້ຮັບເຄາະຮ້າຍ ກໍຄືປະຊາຊົນພົລະເມືອງ ທັມມະດາ ສ່ວນທະຫາຣນັ້ນ ບໍ່ຄ່ອຍຈະໄດ້ຮັບ ຄວາມເສັຍຫາຍ ຍ້ອນວ່າເຮືອບິນຣົບຂອງໄທ ບໍ່ກ້າບິນເຂົ້າໄປໃກ້ ທີ່ຕັ້ງຂອງທະຫາຣຝຣັ່ງ.

ສຳລັບສົງຄຣາມ ຣະຫວ່າງ ໄທ ແລະ ຝຣັ່ງເສສ ໃນຄາວນີ້ ຜູ້ທີ່ໄດ້ຮັບເຄາະ ແລະເປັນເປົ້າໝາຍ ຂອງກາຣໂຈມຕີ ແມ່ນປະຊາຊົນ ທີ່ລາວ ທີ່ຢູ່ພາຍໃຕ້ກາຣປົກຄອງ ຂອງໄທ ແລະຂອງຝຣັ່ງເສສ ທີ່ອາໄສ ຢູ່ຕາມສອງຝັ່ງແມ່ນ້ຳຂອງ ນັ້ນເອງ. ນອກຈາກນັ້ນ, ຄົນລາວ ທີ່ຢູ່ຝັ່ງຊ້າຍ ແລະຝັ່ງຂວາ ຂອງລຳນ້ຳຂອງ ຕ່າງກໍຖືກເຈົ້າໜ້າທີ່ ສັ່ງໃຫ້ຮ້ອງດ່າກັນເອງ ລາວຝັ່ງຂວາ ຮ້ອງດ່າລາວ ຝັ່ງຊ້າຍວ່າ ໝາຝຣັ່ງ, ຂີ້ຂ້າຝຣັ່ງ, ສ່ວນລາວຝັ່ງຊ້າຍ ກໍຮ້ອງດ່າຕອບໄປວ່າ ໝາຂີ້ຂ້າໄທ ແລະລາວ ລືມຊາຕ ດັ່ງນີ້ເປັນຕົ້ນ.

ກາຣທີ່ລາວເຮົາ ຮ້ອງດ່າ ກັນເຊັ່ນນັ້ນ ກໍເພາະວ່າ ຕ່າງຝ່າຍ ກໍເປັນຂີ້ຂ້າ ຂອງຕ່າງຊາຕດ້ວຍກັນ ຕ່າງຝ່າຍ ກໍມີຄວາມ ເປັນອິສຣະ ເປັນຕົວຂອງຕົວເອງ. ຍິ່ງຮ້າຍກວ່າກາຣ ບໍ່ມີອິສຣະພາພແລ້ວ ເຊື້ອຊາຕ ແຫ່ງຄວາມເປັນລາວ ກໍຖືກລົບລ້າງໄປດ້ວຍ ມີນ້ອຍຄົນ ທີ່ຈະກ້າອ້າປາກຂຶ້ນມາ ດ້ວຍຄວາມພູມໃຈວ່າ ຕົນເປັນຄົນລາວ. ກາຣທີ່ຈະຮູ້ໄດ້ວ່າ ໃຜເປັນລາວນັ້ນ ສັງເກຕເຫັນໄດ້ ກໍໃນເວລາກິນເຂົ້າ ແລະ ໃນເວລາ ມີງານມ່ວນຊື່ນ ເທົ່ານັ້ນຄື ລາວ ກິນເຂົ້າໜຽວ ແລະເປົ່າແຄນນັ້ນເອງ.

ສ່ວນລາວ ທີ່ຕົກຢູ່ໃນຄວາມປົກຄອງ ຂອງຝຣັ່ງເສສ ຮ່ວມກັບວຽດນາມ ແລະຂເມຣນັ້ນ ກໍຍັງໄຄແດ່ກວ່າ ພີ່ນ້ອງລາວ ທີ່ຕົກໄປຢູ່ພາຍໃຕ້ກາຣປົກຄອງ ຂອງໄທ. ສຳລັບລາວຝັ່ງຊ້າຍ ຝຣັ່ງເສສ ບໍ່ໄດ້ບັງຄັບ ໃຫ້ປ່ຽນເປັນສັນຊາຕຝຣັ່ງເສສ ແລະໃຫ້ຮັກສາ ຄວາມເປັນເຊື້ອຊາຕລາວຢູ່ ຕາມເດີມ ບໍ່ເໝືອນກັບລາວຝັ່ງຂວາ ທີ່ຖືກໄທກືນເປັນເຊື້ອຊາຕໄທ ສັນຊາຕໄທ ໄປຕາມກົດໝາຍ ທີ່ເຂົາເຈົ້າ ຍັງເປັນລາວຢູ່ ກໍຍ້ອນພາສາປາກເວົ້າ. ອັນນີ້ແຫລະເພີ່ນວ່າ ພາສາບອກຊາຕ ມາຣະຍາຕບອກຕະກູລ.

ໃນຣະຫວ່າງທີ່ຝຣັ່ງເສສ ແລະ ໄທທຳສົງຄາມກັນຢູ່ນັ້ນ ໄທໂຄສະນາຍຸຍົງສົ່ງເສີມ ໃຫ້ຄົນລາວ ໂດຍທີ່ທາງກາຣຂອງໄທ ຮັບຮອງ ຈະໃຫ້ກາຣລ້ຽງດູ ເປັນຢ່າງດີ. ກາຣໂຄສະນາແບບນີ ກໍໄດ້ຜົລພໍສົມຄວນ ຄືມີທະຫາຣ ບາງໝວດບາງກອງ ຂ້າມໄປປະເທສໄທ.

ນອກຈາກນີ້ ທາງກາຣຂອງຣັຖບາລໄທ ຍັງໄດ້ສົ່ງຄົນສຳຄັນ ຊຶ່ງເປັນຂ້າຣາຊກາຣ ຊັ້ນສູງ ແລະ ເປັນເຊື້ອເຈົ້ານາຍລາວ ຫລວງພຣະບາງ ໃຫ້ມາທຳກາຣຕິດຕໍ່ ກັບເຈົ້າເພັຊຣາຊ ທີ່ເປັນ ເຈົ້ານາຍຄົນສຳຄັນ ໃນວົງຣາຊກາຣ ພາຍໃຕ້ກາຣປົກຄອງ ຂອງຝຣັ່ງເສສ ແລະເປັນຜູ້ມີອິທທິພົລ ກວ້າງຂວາງ ເປັນທີ່ຢຳເກງຜູ້ນຶ່ງ ໃນວົງກາຣປົກຄອງ ອິນໂດຈີນ ຝຣັ່ງເສສ. ຝ່າຍໄທໄດ້ຂໍໃຫ້ເຈົ້າເພັຊຣາຊ ໃຫ້ຄວາມຮ່ວມມື ຊ່ວຍເຫລືອໄທ. ກ່ຽວກັບເຣື່ອງນີ້ ທ່ານອາຈາຣຍ໌ ມະຫາສິລາ ວີຣະວົງ ຜູ້ທີ່ເຄີຍ ຢູ່ໃກ້ຊິດ ກັບເຈົ້າເພັຊຣາຊ ໄດ້ຊາບຈາກພຣະໂອສຖ໌ ຄືຈາກປາກ ຂອງເຈົ້າເພັຊຣາຊເອງວ່າ ໃນເຣື່ອງນີ້ ພຣະອົງຄ໌ໄດ້ສເນີເງື່ອນໄຂ 2 ຂໍ້ ກັບຫລວງພິບູລ ສົງຄຣາມນາຍົກຣັຖມົນຕຣີໄທ.

ເງື່ອນໄຂ 2 ຂໍ້ນີ້ເຮົາຈະໄດ້ ນຳເອົາມາສເນີທ່ານ ໃນສັປດາໜ້າ ພວກເຮົາຂໍຍຸຕິຣາຍກາຣປວັຕ ສາດລາວ ປະຈຳສັປດາ ໄວ້ແຕ່ພຽງເທົ່ານີ້ ສະບາຍດີ.

ວຽງໄຊ ຣາຍງານ

ປະຫວັດສາດ ການຕໍ່ສູ້ ແລະພົງສາວະດານຂອງລາວ