ນັບຕັ້ງແຕ່ ຣາຊອານາຈັກຣ໌ລາວ ໄດ້ຖືກປົດແອກ ອອກຈາກ ກາຣເປັນປະເທສຣາຊພາຍໃຕ້ ຄວາມອາຣັກຂາ ຂອງໄທສຍາມ ສ່ວນນຶ່ງ ຄື ຣາຊອານາຈັກຣ໌ ຫຼວງພຣະບາງ ກໍຖືກໂອນມາຢູ່ ພາຍໃຕ້ຄວາມອາຣັກຂາ ຂອງຝຣັ່ງເສສ ແລະສ່ວນທີ່ເຫຼືອ ຖືກຈັດເຂົ້າເປັນ ອານານິຄົມ ຄືເປັນເມືອງຂຶ້ນ ໂດຍກົງ ຂອງຝຣັ່ງເສສ ຮ່ວມກັບອີກ ສອງປະເທສ ຄື ວຽດນາມ ແລະກັມພຸຊາ ຕາມສັນຍາ ແລະອະນຸສັນຍາ ຄຣິສຕະ ສັກຣາຊ 1893.
ນັບແຕ່ບັດນັ້ນ ເປັນຕົ້ນມາ ພຣະພຸທ ທະສາສນາ ກໍໄດ້ຖືກປ່ອຍ ປະລະເລີຍ ບໍ່ມີກາຣສົ່ງເສີມ ປັບປຸງໃຫ້ດີຂຶ້ນ ຍິ່ງຮ້າຍກວ່ານັ້ນ ຍັງມີກາຣມ້າງເພທຳລາຍ ໂດຍສະເພາະ ກໍແມ່ນ ວັດວາອາຣາມ ປູຊະນີຍະສຖານ ທາງພຸທທະສາສນາ ເຊັ່ນ ພຣະພຸທທະຣູບ ພຣະສຖູບເຈດີຍ໌ ເຈົ້າໜ້າທີ່ບ້ານເມືອງ ທີ່ມີອຳນາຈປົກຄອງ ທີ່ເປັນຄົນຕ່າງຊາຕ ຕ່າງສາສນາ ນອກຈາກພຣະ ພຸທ ທະສາສນາ ຈະຖືກປ່ອຍ ໃຫ້ເປັນໄປຕາມຍະຖາກັມມ໌ແລ້ວ ກໍຍັງຖືກທຳລາຍ ມ້າງເພຕື່ມ ເພື່ອບໍ່ໃຫ້ມີຮ່ອງຮອຍ ແຫ່ງຄວາມເປ໊ນຊາຕ ສີວິລັຍ ເພື່ອສະດວກໃ ນກາຣປົກຄອງຂອງເຂົ້າ.
ໃນສມັຍເປັນຫົວເມືອງຂຶ້ນ ຂອງຝຣັ່ງເສສນັ້ນ ກໍບໍ່ຕ່າງຫຍັງ ກັບໃນສມັຍ ທີ່ເປັນປະເທສ ຣາຊຂອງໄທສຍາມ. ກາຣສຶກສາ ຂອງພຣະສົງຄ໌ ຖືກປ່ອຍປະລະເລີຍ. ປາກົດວ່າ ຝຣັ່ງເສສ ໄດ້ຕັ້ງໂຮງຮຽນຂຶ້ນ ທີ່ຫຼວງພຣະບາງ ເປັນເທື່ອທຳອິດ ໃນປີ ຄ.ສ. 1896 ພວກທີ່ມິສິທເຂົ້າຮຽນ ໃນໂຮງຮຽນນັ້ນ ກໍມີແຕ່ລູກຫຼານເຈົ້ານາຍ ຈຳເພາະ ຢູ່ໃນນະຄອນຫຼວງພຣະບາງ ແລະໃນແຂວງໃກ້ຄຽງ ເທົ່ານັ້ນເຂົ້າຮຽນ. ນອກນັ້ນ ປະຊາຊົນ ພົລະເມືອງ ແມ່ນອາສັຍວັດ ເປັນບ່ອນສຶກສາຮ່ຳຮຽນ.
ໃນສມັຍຕໍ່ມາ ລູກຫຼານເຈົ້ານາຍ ຕາມເມືອງສຳຄັນ ເຊັ່ນ ວຽງຈັນທນ໌ ແລະຈຳປາສັກດິ ເປັນຕົ້ນ ທາງກາຣຝຣັ່ງເສສ ໄດ້ຈັດສົ່ງໄປຮຽນໜັງສືຝຣັ່ງ ຢູ່ນະຄອນຮາໂນຍ ຫຣື ໂຊງ່ອນ ປະເທດວຽດນາມ. ຫຼັງຈາກນັ້ນ ກໍມີເປັນສ່ວນນ້ອຍ ທີ່ຖືກສົ່ງໄປຮຽນຕໍ່ທີ່ ປະເທດຝຣັ່ງເສສ.
ໃນດ້ານພຣະພຸທທະສາສນາ ທາງກາຣຂອງຝຣັ່ງເສສ ບໍ່ໄດ້ຫຼຽວແລເລີຍ. ພຽງແຕ່ວ່າ ໄດ້ຈັດກາຣປົຄອງ ຂຶ້ນຕາມແນວທາງ ກາຣປົກຄອງບ້ານເມືອງ ເຊັ່ນ ໃນແຂວງ ກໍຕັ້ງພຣະເຖຣະຜູ້ໃຫຍ່ ໃນແຂວງນັ້ນ ເປັນເຈົ້າຄນະແຂວງ ຊຶ່ງຝ່າຍພຣະສົງຄ໌ ຍົກຖານະຂຶ້ນວ່າ ເຈົ້າຣາຊາຄນະ ຄືເປັນຄນະຂອງ ສົມເດັຈພຣະສັງຄະຣາຊ ເພາະວ່າ ໃນແຂວງຫຼວງພຣະບາງ ມີສົມເດັຈພຣະສັງຄະຣາຊ ຄູ່ກັບຝ່າຍປົກຄອງ ທີ່ມີພຣະຣາຊາ ສ່ວນຜູ້ຮັບຜິດຊອບ ໃນກາຣດູແລໃກ້ຊິດ ກັບພຣະສົງຄ໌ ສາມະເນຣນັ້ນ ແມ່ນເຈົ້າຄນະແຂວງ ຫຣື ພຣະຣາຊາຄນະ.
ຄັນຕໍ່ມາ ໃນປີ 1929 ສະມາຄົມ ນັກປຣາຊຝຣັ່ງເສສ ໃນເອເຊັຽບູຣພາ ໄດ້ອອກກົດຣະບຽບ ກ່ຽວກັບກາຣຣັກສາ ບູຣານະສຖານ, ບູຣານວັຕຖຸ, ພຣະພຸທທະຣູບ ເຈດີຍ໌ຂຶ້ນ ເພາະວ່າ ຕັ້ງແຕ່ລາວ ໄດ້ຕົກເປັນປະເທສ ຣາຊຂອງໄທສຍາມ ແລະຂອງຝຣັ່ງເສສ ຕໍ່ມານັ້ນ ບໍ່ມີກາຣເບິ່ງແຍງກັນ ໃນດ້ານນີ້.
ຕົວຢ່າງ ໃນນະຄອນວຽງຈັນທນ໌ ຕາມປຣະວັຕຣ໌ ແລະຣາຍງານ ຂອງຊາວຢຸໂຣບ ຈາກປະເທດ ໂຮລລັງດ໌ ຄືທ່ານ ໂວລວຸສຕົບ ທີ່ມາຄ້າຂາຍ ໃນຣາຊອານາຈັກຣ໌ລາວ ໃນຄາວກ່ອນນັ້ນ ກ່າວວ່າ ວັດວາອາຣາມ ໃນນະຄອນວຽງຈັນທນ໌ມີຢູ່ 120 ວັດ ແລະຫໍໂຮງຕ່າງໆ ສວຍງາມທີ່ສຸດ.
ແຕ່ຕົກມາໃນສມັຍ ທີ່ໄທສຍາມ ບຸກໂຈມຕີ ໃນສົງຄາມກູ້ເອກຣາຊ ຂອງ ສົມເດັຈພຣະເຈົ້າ ອະນຸສົງສ໌ ວັດວາຕ່າງໆ ຖືກທຳລາຍລົງ ຢ່າງຣາບຄາບ ເໝືອນໜ້າກອງໄຊ. ຕົກມາໃນສມັຍເປັນເມືອງຂຶ້ນ ຂອງຝຣັ່ງເສສ ກໍບໍ່ມີກາຣປົກປັກຣັກສາ ແມ່ນແຕ່ກຳແພງ ພຣະຣາຊວັງ ທີ່ຫຼືອຈາກນ້ຳມື ຂອງໄທສຍາມ ກໍໄດ້ຖືກຂຸດກົ່ນລົງ ເຮັດເປັນຖນົນອ້ອມ ນະຄອນວຽງຈັນທນ໌ຊັ້ນໃນ ທີ່ເອິ້ນກັນວ່າ ຖນົນຄູວຽງ.
ຕາມຄວາມເປັນຈິງ ຖນົນຄູວຽງ ຄືກຳແພງພຣະຣາຊວັງ ໃນຣັຊກາຣ ຂອງພຣະເຈົ້າໄຊຍະເຊຕຖາທິຣາຊ ຕໍ່ໆ ກັນສືບມາເຖິງ ຣັຊກາຣ ສົມເດັຈ ພຣະເຈົ້າ ອະນຸວົງສ໌. ບູຣານະວັຕຖຸ ອັນລ້ຳຄ່າເຫຼົ່ານີ້ ຖືກທຳລາຍ ໃນສົງຄາມກູ້ເອກຣາຊ ປີຄຣິສຕະສັກຣາຊ 1827-1828. ກາຣທຳລາຍ ບູຣານະວັຕຖຸ ບໍ່ໄດ້ຍຸຕິລົງແຕ່ພຽງເທົ່ານັ້ນ ເມື່ອຕົກເປັນເມືອງຂຶ້ນ ຂອງຝຣັ່ງເສສແລ້ວ ຝຣັ່ງເສສກໍຊ້ຳເຕິມລົງໄປອີກ ແມ່ນແຕ່ຝາປະຕູ ຫໍພຣະແກ້ວ ທີ່ເຫຼືອຈາກ ພຣະເພິງສົງຄາມ ເຜົານະຄອນວຽງຈັນທນ໌ ຂອງໄທສຍາມນັ້ນແລ້ວ ຝຣັ່ງເສສ ກໍຍັງເກັບຫອບໄປຍັງ ປະເທສຝຣັ່ງເສສອີກ. ພຣະພຸທທະຣູບ ທອງສຳຣິທອົງຄ໌ ທີ່ສວຍງາມທີ່ສຸດ ທີ່ພໍຍົກເຄື່ອນທີ່ໄດ້ ທີ່ເຫຼືອຈາກນ້ຳມື ຂອງໄທສຍາມ ທີ່ໃຫ້ຄົນລາວ ຊະເລີຍເສິກ ຫາມລົງໄປບາງກອກແລ້ວ ກໍຖືກ ຄົນຕ່າງຊາຕ ແລະຄົນລາວເອງ ນຳເອົາໄປຂາຍອີກ.
ປະວັຕຣ໌ ອັນຊ້ຳຊອກໃຈ ຂອງລາວນີ້ ເຫຼືອທີ່ຈະພັນຣະນາ ອອກມາເປັນພາສາເວົ້າໃ ຫ້ກັນຟັງໄດ້. ແຕ່ນັກປຣາຊອາຈາຣຍ໌ລາວ ຍັງປ່ອຍສົ້ນໄວ້ ເພື່ອເປັນສະຕິເຕືອນໃຈ ລູກຫຼານວ່າ ວຽງຈັນທນ໌ຮ້າງ ສາວເອີຍ ຢ່າຟ້າວວ່າ ມັນຊິໂປ້ບາດຫຼ້າ ໝາກແຕງຊ້າງໜ່ວຍປາຍ ເຈົ້າເອີຍ.
ເຮົາຂໍຸຕິຣາຍກາຣປະວັຕຣ໌ສາຕລາວ ປະຈຳສັປະດາ ໄວ້ພຽງເທົ່ານີ້ກ່ອນ ພົບກັນໃໝ່ສັປະດາໜ້າ
ສະບາຍດີ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |