ໃນສັປະດາ ທີ່ຜ່ານມາ ເຮົາໄດ້ກ່າວເຖິງ ສະມາຄົມ ນັກປຣາຊຝຣັ່ງເສສ ຝ່າຍບູຣະພາ ໄດ້ອອກຣະບຽບຮັກສາ ບູຣນະສຖານ ແລະບູຣານະວັຕຖຸ ຂອງລາວໄວ້.
ດັ່ງນັ້ນ ໃນປີ 1929 ເຈົ້າຣາຊພາຄິໄນຍ໌ ເພັຊຣາຊ ທີ່ເປັນຜູ້ຕາງພຣະເນຕຣ໌ ພຣະກັນ ສົມເດັຈພຣະເຈົ້າ ມຫາຊີວິດ ວ່າຣາຊກາຣແຜ່ນດິນ ໃນຖານະເປັນ ສາຣະວັຕ ກວດກາຣ ສຳຣັບປະເທສລາວ ທີ່ປະທັບ ຢູ່ນະຄອນວຽງຈັນທນ໌ນັ້ນ ເມື່ອທາງກາຣຝຣັ່ງເສສ ມອບອຳນາຈ ໃຫ້ມີກາຣບູຣະນະ ຊ່ອມແປງ ບູຣານະວັຕຖຸ ແລະຟື້ນຟູ ພາສາວັນນະຄະດີ ຂອງລາວຂຶ້ນໄດ້ແລ້ວ ກ່ອນອື່ນ ພຣະອົງຄ໌ຊົງເຫັນວ່າ ເພື່ອຈະໃຫ້ປະຊາຊົນ ຮູ້ເຖິງຄຸນຄ່າ ຂອງບູຣານະສຖານ, ວັຕຖຸບູຮານ ແລະພາສາຂອງຊາຕນັ້ນ ຕ້ອງໄດ້ຈັດຕັ້ງ ໂຮງຮຽນພຸທທະສາສນາ ຂຶ້ນກ່ອນ.
ທັງນີ້ ກໍຍ້ອນວ່າຄົນລາວ ຖືວ່າ ພຣະສົງຄ໌ ແລະວັດເປັນສິ່ງທີ່ເຂົາເຈົ້າ ເທີດທູນບູຊາ ເຫນືອຊີວີຈິຕໃຈ ແລະວັດນັ້ນ ເປັນຈຸດໂຮມ ຂອງຄົນລາວ ແຕ່ໃດແຕ່ໃດມາ. ພຣະສົງຄ໌ທີ່ມີໜ້າທີ່ສອນ ສີລະທັມ ໃຫ້ແກ່ປະຊາຊົນ ຢູ່ແລ້ວນັ້ນ ໃນເມື່ອພວກທ່ານ ມີກາຣສຶກສາດີ ປະຊາຊົບ ກໍຈະໄດ້ຜົລປະໂຢຊນ໌ນຳ ເພາະວ່າ ພຣະສົງຄ໌ ໄດ້ຮັບກາຣອຸປະຖັມ ຈາກປະຊາຊົນຢູ່ແລ້ວ ທາງກາຣ ຈຶ່ງບໍ່ຈຳເປັນຕ້ອງ ໄດ້ໃຊ້ຈ່າຍເງິນງົປະມານ ຂອງແຜ່ນດິນ.
ໃນ ປີ 1929 ນັ້ນເອງ ພຣະອົງຄ໌ ຈຶ່ງໄດ້ຕັ້ງ ພຸທທະບັນດິຕ ສະພາຈັນທະບຸຣີຂຶ້ນ ທີ່ນະຄອນ ວຽງຈັນທນ໌ ໂດຍຈັດໃຫ້ມີຫໍສມຸທ, ຕັ້ງໂຮງຮຽນ ປະຣິຍັຕິທັມມ໌ ສອນພາສາບາລີ, ສອນທັມມະ ໃຫ້ແກ່ພຣະສົງຄ໌ ສາມະເນຣ, ຕັ້ງໂຮງຮຽນຊ່າງຄວັດ, ຊ່າງແຕ້ມລວດລາຍ ຕາມແບບສບັບຂອງລາວເດີມ ຕາມທີ່ໆມີຢູ່ໃນວັດວາຕ່າງໆ ທົ່ວປະເທສ ທີ່ຍັງເຫຼືອຢູ່ນັ້ນ. ສຖາບັນຕ່າງໆ ເຫຼົ່ານີ້ ຂຶ້ນກັບພຸທະບັນດິຕສະພາ ຊຶ່ງສົມເດັຈ ເຈົ້າເພັຊຣາຊເອງ ເປັນອົງຄ໌ປະທານ.
ເມື່ອມີກາຣຈັດຕັ້ງ ສຖາບັນດັ່ງກ່າວຂຶ້ນແລ້ວ ກໍມີກາຣຮິບໂຮມເອົາ ພຣະພຸທທະຣູບ ທີ່ເຫຼືອຈາກໄຟໄໝ້, ຈາກກາຣທຳລາ ຍຂອງໂຈຣຫໍ້ ມາໂຮມກັນໄວ້. ນອກຈາກນີ້ ກໍໄດ້ທ່ຽວເກັບເອົາ ໜັງສືໃບລານ ທີ່ຈາຣຶກ ດ້ວຍອັກສອນທັມມ໌ ຈາກວັດຕ່າງໆ ມາໂຮມກັນໄວ້ ໃນຫໍສມຸທ ຊຶ່ງເປັນມໍຣະດົກ ຕົກທອດມາເຖິງທຸກວັນນີ້.
ສຳຣັບ ໂຮງຮຽນ ປະຣິຍັຕິທັມມ໌ ຫຣື ໂຮງຮຽນບາລີນັ້ນ ຄຣູຄົນທຳອິດ ທີ່ມີກາຣສຶກສາຊັ້ນສູງ ໃນທາງພຸທທະສາສນາ ໃນເວລານັ້ນ ກໍແມ່ນ ອາຊຍາ ມະຫາແກ້ວ ນັກສຶກສາ ຈາກປະເທສໄທ ໃນສມັຍປີ 1900. ທາງພຸທທະບັນດິຕສະພາ ໄດ້ມອບພາຣະກາຣສອນໂຮງຮຽນ ປະຣິຍັຕິທັມມ໌ ໃຫ້ແກ່ທ່ານ ແລະໂຮງຮຽນ ແຫ່ງທຳອິດ ໄດ້ຕັ້ງຂຶ້ນທີ່ວັດຈັນ ນະຄອນວຽງຈັນທນ໌.
ໃນປີ 1931 ທ່ານ ອາຈາຣຍ໌ ມະຫາ ສີລາ ວີຣະວົງສ໌ ຜູ້ສຳເຣັຈ ກາຣສຶກສາ ຝ່າຍພຸທທະສາສນາ ຈາກປະເທສໄທ ກໍໄດ້ເຂົ້າມາ ສົມທົບກັບອາຊຍາ ມະຫາແກ້ວ ຮັບໜ້າທີ່ເປັນຄຣູສອນ ຮ່ວມກັບທ່ານ. ໃນຣະຫວ່າງດຽວກັນນີ້ ທາງສະມາຄົມ ນັກປຣາຊຝຣັ່ງເສສ ກໍໄດ້ຈັດສົ່ງນາຍຊ່າງຜູ້ນຶ່ງ ມາປະຕິສັງຂອນ ພຣະທາຕຸຫຼວງ ທີ່ຖືກໂຈຣຫໍ້ ທຳລາຍນັ້ນ ໃຫ້ມີສະພາບສົມບູນຄືນດັ່ງເດີມ.
ຕໍ່ມາໃນປີ 1938-1940 ເຈົ້າເພັຊຣາຊ ປະທານ ພຸທທະບັນດິຕສະພາ ຈັນທະບຸຣີ ຈຶ່ງໄດ້ທຳກາຣ ຊ່ອມແຊມຫໍພຣະແກ້ວ ທີ່ເຫຼືອຈາກກາຣຈູດເຜົາ ໃນສົງຄາມ ຣະຫວ່າງລາວ ໄທສຍາມ ແລະເຫຼືອຈາກກາຣມ້າງເພ ທຳລາຍຂອງໂຈຣຫໍ້ ທີ່ຍັງເຫຼືອ ແຕ່ພຽງຊາກຫັກພັງ ໃຫ້ເຫັນເປັນຮູບຮ່າງ ຢູ່ນັ້ນຂຶ້ນມາອີກ ຜູ້ຮັບໜ້າທີ່ ໃນກາຣບູຣະນະ ຊ່ອມແປງ ຫໍພຣະແກ້ວນີ້ ເຈົ້າເພັຊຣາຊ ໄດ້ມອບໃຫ້ ເຈົ້າສຸວັນນະພູມາ ເຈົ້າກຣົມະມາເອງເປັນສະຖາປະນິກ.
ເມື່ອມີກາຣຕັ້ງໂຮງຮຽນ ປະຣິຍັຕິທັມມ໌ຂຶ້ນແລ້ວ ກໍໄດ້ຈັດຫຼັກສູຕຣ໌ກາຣສອນ ໂດຍອິງໃສ່ຫຼັກສູຕຣ໌ ທີ່ເຄີຍປະຕິບັຕ ກັນມາແຕ່ສມັຍບູຮານ ຂອງລາວ. ພ້ອມກັນນັ້ນ ໄດ້ຮື້ຟື້ນອັກສອນທັມມ໌ ແລະອັກສອນລາວ ທີ່ຄົບຕາມພາສາບາລີຂຶ້ນ ເພື່ອນຳອອກສອນ ຕາມໂຮງຮຽນວັດຕ່າງໆ ໃນທົ່ວປະເທສ. ທາງພຸທທະບັນດິຕສະພາ ກໍໄດ້ຈັດຕັ້ງ ຄນະອັກສອນສາຕ ແຕ່ງຕຳຫຣັບຕຳຣາຮຽນຂຶ້ນ ອອກເຜີຍແຜ່. ຕຳຫຣັບຕຳຣາຮຽນ ທີ່ຍັງບໍ່ທັນພຽງພໍ ກໍໄດ້ໃຊ້ຕຳຣາ ຂອງໄທ ຄຽງຄູ່ກັບຕຳຣາຂອງລາວເອງ.
ຕັ້ງແຕ່ໄດ້ມີກາຣຕັ້ງ ພຸທທະບັນດິຕ ສະພາຂຶ້ນມານີ້ເອງ ພຣະສົງຄ໌ລາວ ໃນທົ່ວປະເທສ ຈຶ່ງໄດ້ມີກາຣຕື່ນຕົວ ສຶກສາຫາຄວາມຮູ້. ເມື່ອພຣະສົງຄ໌ລາວ ຈົບຈາກກາຣສຶກສາ ໃນປະເທສລາວເອງແລ້ວ ທາງກາຣກໍໄດ້ສົ່ງໄປຮຽນ ຕໍ່ຊັ້ນສູງໃນປະເທສ ກັມພຸຊາ ສ່ວນທີ່ໄປຮຽນຕໍ່ທີ່ປະເທສໄທກໍມີ.
ເຮົາຂໍຍຸຕິ ຣາຍກາຣປະວັຕສາຕລາວ ປະຈຳສັປະດາໄວ້ພຽງເທົ່ານີ້ກ່ອນ ພົບກັນໃໝ່ໃນສັປະດາໜ້າ ສະບາຍດີ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |