ກ່ອນທີ່ຈະເກີດສົງຄາມ ຍາດດິນແດນ ຍາດຫົວເມືອງຂຶ້ນ ຣະຫວ່າງ ຝຣັ່ງເສສ ແລະໄທ ໃນປີ 1940-41 ນັ້ນ ແມ່ນຝ່າຍໄທ ເປັນຜູ້ເກາະຜິດກ່ອນ ຍ້ອນໄທເຫັນວ່າ ຝຣັ່ງເສສ ກຳລັງຕົກຢູ່ໃນສະພາພ ທີ່ອັຕະຄັດທີ່ສຸດ ຄື ຖືກກອງທະຫາຣ ນາຊີເຢີຣະມັນ ບຸກໜັກ ແລະຍີ່ປຸ່ນ ທີ່ເປັນພັນທະມິຕ ສົງຄາມກັບເຢີຣະມັນ ກໍກຳລັງຈະຍົກພົລຂຶ້ນ ອິນໂດຈີນ ຂັບໄລ່ຝຣັ່ງເສສ ອອກໄປຢູ່ແລ້ວ.
ອັນນີ້ ເປັນມູລເຫຕ ຸທີ່ໄທຕ້ອງໄດ້ຖືໂອກາສ ຍາດເອົາດິນແດນລາວ ຝັ່ງຊ້າຍແມ່ນ້ຳຂອງ ແລະສ່ວນນຶ່ງ ຂອງພາຄຕາເວັນຕົກ ຂອງປະເທສກັມພູຊາ ທີ່ເຄີຍເປັນເຂຕ ທີ່ຢູ່ພາຍໃຕ້ ຄວາມອາຣັກຂາ ຂອງຕົນກ່ອນທີ່ຝຣັ່ງເສສ ເຂົ້າຢຶດຄອງນັ້ນ ໄປຢູ່ໃນກາຣຄອບຄອງຂອງຕົນຄືນອີກ.
ເມື່ອກອງທັພເຢີຣະມັນ ອັນມີ ຮິຕເລີ້ ເປັນຜູ້ນຳ ບຸກເຂົ້າຢຶດ ເອົາປະເທສໂປແລນດ໌ໄດ້ແບບ ສາຍຟ້າແມບ, ຕໍ່ຈາກນັ້ນ ກອງທັພ ທີ່ມີແສນຍານຸພາພ ອັນໜ້າຢ້ານກົວ ຂອງເຢີຣະມັນ ກໍໄດ້ອວ່າຍໜ້າ ລົງມາທາງທິສໃຕ້ ເຂົ້າຢຽບຢຶດເອົາປະເທສຝຣັ່ງເສສ ໃນວັນທີ່ 9 ທີ່ 10 ເດືອນພຣຶສພາ ປີ 1940 ຄືຫຼັງຈາກຢຶດເອົາ ໂປແລນດ໌ໄດ້ແລ້ວນັ້ນ.
ຕໍ່ຈາກນັ້ນ ກອງທັພເຢີຣະມັນ ກໍບຸກເລິກເຂົ້າໄປ ໃນປະເທສຝຣັ່ງເສສເລື້ອຍໆ ໂດຍກອງທັພຝຣັ່ງເສສ ບໍ່ສາມາດຕ້ານທານໄດ້.
ໃນວັນທີ່ 14 ມິຖຸນາ ເຢີຣະມັນໄດ້ບຸກເຂົ້າກຣຸງປາຣີສ໌ ແລະກຣຸງປາຣີສ໌ ກໍປະກາສເປັນເມືອງປອດ ທະຫາຣ. ໃນທີ່ສຸດ ຣັຖບາລຂອງທ່ານ ໂປລເລໂນ (Paul Reynaud) ກໍໄດ້ ລາອອກ ແລະຣັຖບາລຊຸດໃໝ່ ຂອງທ່ານ ຈອມພົລ ເປແຕັງ (Marechal Philippe Petaine) ຂຶ້ນຮັບໜ້າທີ່ບໍຣິຫາຣ ປະເທສແທນ ແລະຂໍເຈຣະຈາສງົບເສິກ ກັບເຢີຣະມັນ.
ໃນຂນະທີ່ ຝຣັ່ງເສສໃກ້ຈະລົ້ມລະລາຍຢູ່ແລ້ວນີ້ ຍ້ອນເຢີຣະມັນ ບຸກໂຈມຕີຢ່າງບໍ່ຫຍຸດຍັ້ງ ພົລຕຣີ ຫລວງ ພິບູລສົງຄຣາມ ແຫ່ງປະເທສໄທ ກໍຕັ້ງທ່າ ຈະຂໍເອົາດິນແດນ ຂອງປະເທສລາວທັງໝົດ ເພາະປະເທສລາວ ເຄີຍເປັນປະເທສ ຢູ່ໃນຄວາມອາຣັກຂາຂອງຕົນ ແລະຊຶ່ງຕົນໄດ້ຍອມແບ່ງ ໃຫ້ແກ່ຝຣັ່ງເສສ ໄປຄອບຄອງຕາມສັນຍາ ຝຣັ່ງເສສ ສຍາມ ໃນປີ ຄ.ສ. 1893 ນັ້ນຄືນໄປ.
ຝຣັ່ງເສສ ກໍຮູ້ຕົວຢູ່ແລ້ວວ່າ ຕົນກຳລັງຕົກຢູ່ໃນສະພາພທີ່ອ່ອນແອ ເກືອບຈະເອົາຕົວບໍ່ລອດ ຈາກໄພຍ໌ສົງຄາມ ກັບເຢີຣະມັນຢູ່ແລ້ວ ຈຶ່ງໄດ້ທຳກາຣຕິດຕໍ່ ກັບຝ່າຍໄທ ໂດຍດີ ແລະຂໍທຳສັນຍາ ບໍ່ຣຸກຣານກັນຂຶ້ນ.
ເມື່ອປະເທສຝຣັ່ງເສສ ໄດ້ທາບທາມກັບປະເທສໄທ ແບບນີ້ ຝ່າຍໄທ ກໍຕອບວ່າຕົນຍິນດີ ທີ່ຈະທຳສັນຍາ ບໍ່ຣຸກຣານ ຊຶ່ງກັນແລະກັນ ແລະມີເງື່ອນໄຂວ່າ ກ່ອນທີ່ຈະມີກາຣເຈຣະຈາ ທຳສັນຍາກັນນັ້ນ ຝຣັ່ງເສສ ຄວຣຈະມີກາຣເຈຣະຈາ ທຳສັນຍາ ປັບປຸງເຂຕແດນ ກັນຕາມຫລັກກົດໝາຍ ຣະຫວ່າງຊາຕ ເສັຍກ່ອນ ຄື ຖືເອົາຮ່ອງນ້ຳເລິກ ເດີນເຮືອໄດ້ຕລອດປີ ເປັນຫລັກເກນ ແຫ່ງຄວາມຍຸຕິທັມມ໌. ນອກຈາກນີ້ແລ້ວ ຝ່າຍໄທ ຍັງໄດ້ກ່າວເຖິງກາຣປັບປຸງ ເສັ້ນເຂຕແດນຣະຫວາງໄທ ກັບອິນໂດຈີນ ນຳອີກ ເພື່ອໃຫ້ເປັນຂຕແດນ ຕາມທັມະຊາຕ ຄື ຖືເອົາເສັ້ນເຂຕແດນ ຕາມສັນພູໄມ້ລົ້ມແບ່ງແດນແກວ ຊຶ່ງໝາຍຄວາມວ່າ ກວມເອົາປະເທສລາວທັງໝົດ.
ກ່ຽວກັບເຣື່ອງນີ້ ຝຣັ່ງເສສ ກໍຕອບໄປວ່າ ຕົນມີຄວາມຍິນດີເຈຣະຈາ ໂດຍທີ່ຈະສົ່ງເຈົ້າໜ້າທີ່ ຂັ້ນ ເອກອັຄຣາຊທູຕ ໄປຍັງກຣຸງເທພ ເພື່ອທຳກາຣຕົກລົງ ບັນຫາຕ່າງໆ ຕາມທີ່ຝ່າຍໄທ ມີຄວາມປະສົງຄ໌ ຈະເຈຣະຈາກັນນັ້ນ.
ແຕ່ເມື່ອຝຣັ່ງເສສ ປຣາໄຊຍ໌ໃຫ້ແກ່ເຢີຣະມັນ ແລະໄດ້ຍອມເຊັນສັນຍາສງົບເສິກ ໃນວັນທີ່ 22 ເດືອນ ມິຖຸນາ 1940 ກັບເຢີຣະມັນນັ້ນແລ້ວ ຣັຖບາລຝຣັ່ງເສສ ຈຶ່ງໄດ້ແຈ້ງໃຫ້ຝ່າຍໄທຊາບວ່າ ຕົນບໍ່ສາມາຖ ທີ່ຈະສົ່ງເຈົ້າໜ້າທີ່ ຂັ້ນເອກອັຄຣາຊທູຕ ມາເຈຣະຈາ ຕາມທີ່ໄດ້ຕົກລົງໄວ້ນັ້ນໄດ້ ຈຶ່ງໄດ້ສົ່ງຣາຍຊື່ເຈົ້າໜ້າທີ່ ຂອງຕົນ ທີ່ປະຈຳກາຣ ຢູ່ອິນໂດຈີນ ໃຫ້ມາເຈຣະຈາແທນ ແລະມອບໃຫ້ ເອກອັຄຣາຊທູຕຝຣັ່ງເສສ ປະຈຳປະເທສໄທ ເປັນຫົວໜ້າເຈຣະຈາ.
ເຈົ້າໜ້າທີ່ເຈຣະຈາ ຂອງຝຣັ່ງເສສ ທີ່ທຳກາຣເຈຣະຈາ ໃນຄາວນີ້ ນອກຈາກເອກອັຄຣາຊທູຕ ຝຣັ່ງເສສ ປະຈຳປະເທສໄທແລ້ວ ກໍມີເຈົ້າໜ້າທີ່ທີ່ ສົ່ງໄປຈາກອິນໂດຈີນອີກ ຄື ອະທິບໍດີ ກົມກາຣເມືອງ, ເຈົ້າກຣົມໂຍທາ, ອະທິບໍດີ ກຣົມຕຳຣວຈ, ຜູ້ແທນຂ້າຫລວງໃຫຍ່ຝຣັ່ງເສສ ປະຈຳປະເທສລາວ ແລະເຈົ້າກຣົມພາສີອາກອນ ອິນໂດຈີນ. ສ່ວນຝ່າຍໄທນັ້ນ ກໍມີພົລຕຣີ ຫລວງພິບູລ ສົງຄຣາມ ຣັຖມົນຕຣີກະຊວງການຕ່າງປະເທສ ເປັນຫົວໜ້າ.
ເຮົາຂໍຍຸຕິຣາຍກາຣປະວັຕສາຕລາວ ປະຈຳສັປະດາໄວ້ແຕ່ພຽງເທົ່ານີ້ ພົບກັນໃໝ່ໃນສັປະດາໜ້າ ສະບາຍດີ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |