ນັບຕັ້ງແຕ່ຖືກສຖາປະນາຂຶ້ນ ໃນຂບວນສັງຄົມນິຍົມ ວັນສຕຣີສາກົນ ໃດ້ກາຍເປັນວັນສຳຄັນ ຂອງ ໂລກ ແລະມີການສເຫລີມສຫລອງ ຢ່າງທົ່ວເຖິງ ບໍ່ວ່າໃນປະເທດຈເຣີນ ອຸດສາຫະກັມ ຫລືປະເທດ ທີ່ກຳລັງພັທນາ.
ເປັນເວລານານຫລາຍປີມາແລ້ວ ທີ່ອົງການສາຫະປະຊາຊາຕ ໃດ້ຈັດປະຊຸມ ປະຈຳປີສຳລັບ ວັນສຕຣີ ສາກົນ ເພື່ອປະສານຄວາມພຍາຍາມ ຂອງທຸກປະເທດ ເພື່ອສົ່ງເສີມສິດທິ ຂອງແມ່ຍິງ ພ້ອມກັບ ເປີດໂອກາດ ໃຫ້ເຂົາເຈົ້າມີສ່ວນຮ່ວມ ໃນວຽກງານເສຖກິດ ການເມືອງ ແລະສັງຄົມຂອງຊາຕ.
ອົງການສາຫະປະຊາຊາຕ ໃດ້ສຖາປະນາປີ 1975 ເປັນປີສຕຣີສາກົນ. ອົງການຈັດຕັ້ງກ່ຽວກັບ ເຮື້ອງຜູ້ຍິງ ແລະ ອົງການຈັດຕັ້ງ ຂອງຣັຖບານທົ່ວໂລກ ສເຫລີມສຫລອງ ວັນສຕຣີສາກົນ ໃນວັນທີ່ 8 ມິນາ ໂດຍການຈັດກິຈກັມຕ່າງໆ ເພື່ອເປັນກຽຕ ແກ່ຄວາມກ້າວໜ້າ ຂອງສຕຣີເພດ ແຕ່ໃນ ຂນະດຽວກັນ ກໍ່ເປັນການເຕືອນວ່າ ຍັງຕ້ອງພຍາຍາມ ຫລາຍຂຶ້ນ ເພື່ອເຮັດໃຫ້ ເພດຍິງມີຄວາມ ສເມີພາບ ກັບເພດຊາຍໃນທຸກໆດ້ານ.
ທ່ານ Kiyo Akasaka ຮອງເລຂາທິການ ຂອງອົງການ ສາຫະປະຊາຊາຕ ຝ່າຍຄົມນາຄົມ ແລະຖແລງຂ່າວ ຊຶ່ງກຳລັງຢ້ຽມຢາມ ສຳນັກງານ ຂອງວິທຍຸເອເຊັຍເສຣີ ໃນກຸງ Washington ເວົ້າວ່າ:
(ສຽງ) "This year’s particular theme is ‘investing in women and girls."
ທ່ານ Akasaka ເວົາວ່າ ຄຳຂວັນສເພາະ ສຳລັບປີນີ້ແມ່ນ ‘investing in women and girls’ ຊຶ່ງພໍແປເປັນພາສາລາວໃດ້ວ່າ ‘ທຸ້ມເທສັພຍາກອນ ໃສ່ການສົ່ງເສີມ ສຖານະຂອງແມ່ຍິງ ແລະ ເດັກນ້ອຍຜູ້ຍິງ’. ທ່ານເວົາຕໍ່ໄປວ່າ ທຸ້ມເທສັພຍາກອນ ໃນທີ່ນີ້ໝາຍເຖິງ ທຸ້ມເທໃສ່ການສຶກສາ ໃສ່ວຽກການ ໃຫ້ພວກເຂົາເຈົ້າ ໃນທຸກໆດ້ານ ບໍ່ວ່າແຕ່ໃນວົງການ ຣັຖບານ ແຕ່ໃນວົງການທຸຣກິຈ ເອກຊົນນຳອີກ ຊຶ່ງຈະເປັນວິທີທີ່ດີທີ່ສຸດ ເພື່ອແກ້ໄຂບັນຫາ ການຂາດດູນຄວາມສເມີພາບ ຣະຫວ່າງ ຍິງແລະຊາຍ ທັງຈະເຮັດໃຫ້ຊີວິຕ ຄວາມເປັນຢູ່ຂອງຜູ້ຍິງໃຫຍ່ ແລະນ້ອຍດີຂຶ້ນໄປພ້ອມໆກັນ.
ແຕ່ທ່ານ Akasaka ກໍ່ຍອມຮັບຮູ້ວ່າ ຍັງມີການທຳຣ້າຍຣ່າງກາຍ ແລະການໄຊ້ຄວາມຮຸນແຮງ ໃສ່ເພດຍິງ ຢູ່ບໍ່ຂາດ ໃນຫລາຍໆປະເທດ. ນອກຈາກນັ້ນຍັງມີອີກບັນຫານຶ່ງ ທີ່ສ້າງຄວາມໜັກໃຈ ໃຫ້ສາຫະປະຊາຊາຕ ຊຶ່ງກໍ່ຄື ການແບ່ງແຍກທາງເພດ ແລະການຂາດຄວາມສເມີພາບ ຣະຫວ່າງ ຍິງແລະຊາຍ.
ທ່ານ Akasaka ກ່າວມ້ວນທ້າຍວ່າ ເພື່ອຈະແກ້ໃຂບັນຫາ ທີ່ກ່າວມາແລ້ວ ໃນລະຍະຍາວ ຕ້ອງ ໃຫ້ການສຶກສາ ແລະວຽກການ ໃຫ້ແກ່ເດັກນ້ອຍເພດຍິງ ແລະແມ່ຍິງ. ການກະທັມດັ່ງນັ້ນ ຈະມີຜົນດີຕໍ່ ສັງຄົມ ເພາະຈະເປັນການພັທນາ ພວກເຂົາເຈົ້າ ໃນທາງເສຖກິດ ແລະຄວາມສເມີພາບ.
ສ່ວນໃນສປປລາວ ເມື່ອບໍ່ເທົ່າໃດປີຜ່ານມາ ມີການອອກກົດໝາຍ ວ່າດ້ວຍການພັທນາ ແລະ ປົກປ້ອງແມ່ຍິງ ແລະ ຍັງມີສາຫະພັນແມ່ຍິງລາວ ເປັນອົງການຈັດຕັ້ງຂອງຣັຖ ເພື່ອຮັບຜິດຊອບ ໂດຍກົງ ກ່ຽວກັບບັນຫານີ້. ເຖິງປານນັ້ນ ການຂົດຂີ່ຂົ່ມເຫັງ ການເອົາລັດເອົາປຽບແມ່ຍິງ ຄວາມ ບໍ່ສເມີພາບ ຣະຫວ່າງຍິງ ແລະຊາຍກໍ່ຍັງມີຫລາຍຢູ່ ແລະຄົງຈະແກ້ໄຂ ໃດ້ຍາກໃນສັງຄົມລາວ ດັ່ງ ເຈົ້າໜ້າທີ່ ສາຫະພັນແມ່ຍິງລາວ ຜູ້ນຶ່ງໃດ້ເວົ້າວ່າ:
(ສຽງ) "ຄຶດວ່າບັນຫານີ້ ມັນຈະ ມັນຈະເກີດຂຶ້ນໄປເລື້ອຍໆ ແລ້ວເຣົາກໍ່ພຍາຍາມອົບຮົມ ແລ້ວກໍ່ປັບປຸງໄປ ເລື້ອຍໆ ຄຶດວ່າອັນນີ້ ມັນຈະມົດໄປບໍ່ໃດ້ດອກ."
ປັດຈຸບັນ ຜູ້ຍິງລາວຢູ່ໃນເມືອງ ກໍ່ອາດຈະມີຄວາມຕື່ນຕົວ ມີບົດບາດ ແລະມີຄວາມສເມີພາບ ກັບ ຜູ້ຊາຍ ຫລາຍຂຶ້ນແດ່ເລັ່ກນ້ອຍ ແຕ່ຜູ້ຍິງໃນເຂດຊົນບົດ ສ່ວນຫລາຍກໍ່ຍັງຕົກ ຢູ່ໃນສພາບຕໍ່າຕ້ອຍ ຢູ່ຄືເກົ່າ. ເຖິງຢ່າງໃດກໍ່ດີ ເຈົ້າໜ້າທີ່ ສາຫະພັນແມ່ຍິງລາວ ຜູ້ນີ້ກ່າວອີກວ່າ ເມື່ອທຽບໃສ່ສມັຍກ່ອນ ປັດຈຸບັນຜູ້ຍິງລາວ ກໍ່ເລີ້ມມີສິດເສຣິພາບ ແລະສິດສເມີພາບ ກັບເພດຊາຍຫລາຍຂຶ້ນ.
(ສຽງ) "ດຽວນີ້ຢູ່ສປປລາວນີ້ ຣູ້ສຶກວ່າໃດ້ມີການປັບປຸງຫລາຍ ເນື່ອງຈາກວ່າ ຣັຖບານເພິ່ນໃດ້ມີຂໍ້ກໍາໜົດ ມີ ນໂຍບາຍເນາະ ໃຫ້ທັງຊາຍ ແລະຍິງຕ້ອງຮຽນຮູ້ ແລະພ້ອມກັນເປັນເຈົ້າ ປຕິບັດສິດທິ ຊຶ່ງກັນແລະກັນ ."
ສປປລາວ ເປັນປະເທດ ທີ່ນັບຖືວັນທີ່ 8 ມິນາ ວັນສຕຣີສາກົນ ແລະເປັນວັນພັກ ການຂອງ ເຈົ້າໜ້າທີ່ ແລະພນັກງານຂອງຣັຖ. ໃນຫລາຍໆແຂວງຂອງລາວ ໂດຍສເພາະ ໃນແຂວງ ຫລວງພຣະບາງ ແລະຈຳປາສັກ ກໍ່ມີການສຫລອງ ວັນສຳຄັນນີ້. ໃນວັນທີ່ 8 ມິນານີ້ ແມ່ຍິງລາວ ໃນກະຊວງທະບວງກົມຕ່າງໆ ຫລືອົງການຈັດຕັ້ງແມ່ຍິງ ອາດມີການສຫລອງ ກັນເລັ່ກນ້ອຍ ແຕ່ສຳພລັບ ຄົນລາວທົ່ວໄປແລ້ວ ຖືວ່າເປັນມື້ພັກທັມດາ ທີ່ເຮັດໃຫ້ດີໃຈ ເພາະ ເປັນເວລາຜັກຜ່ອນ.
ວຽງໄຊ ຣາຍງານ
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |