ໂຄງການສ້າງເຂື່ອນໄຟຟ້າ ນໍ້າເທີນ 2 (1)

2007-09-07

ໂຄງການສ້າງເຂື່ອນໄຟຟ້ານ້ຳເທີນສອງມີມານານເຖິງສິບກວ່າປີແລ້ວ ແຕ່ຍັງບໍ່ສາມາດລ &# xEBB;ງມືໃດ້ເທື່ອ ເນື່ອງຈາກວ່ານັກລົງທຶນໃນໂຄງກ &# xEB2;ນ ຍັງບໍ່ໄດ້ການສນັບສນູນທາງ &# xE81;ານເ &# xE87;ິນຈາກສຖາບັນການເງິນສາກົນເທື່ອ ໂດຍສະເພາະຈາກທະນາຄານໂລກແລະທະນາຄານພັທນາເອເຊັຍ.

ໂຄງກາ &# xE99;ສ້າງເຂື່ອນໄຟຟ້ານ້ຳເທີນສອງ ມີມານານເຖິງ ສິບກວ່າປີແລ້ວ ແຕ່ຍັງບໍ່ສາມາດລົງມືໃດ້ເທື່ອ ເນື່ອງຈາກວ່າ ນັກລົງທຶນໃນໂຄງການ ອັນມີຣັຖບານສປປລາວ 25% ອົງການໄຟຟ້າ ຝຣັ &# xEC8;ງເສສ 35% ບໍຣິສັດ Ital-Thai 15 % ແລະບໍຮິສັດ EGGO 25 % ນັ້ນ ຍັງບໍ່ໄດ້ການສນັບສນູນທາງການເງິນ ຈາກສຖາບັນການເງິນສາກົນເທື່ອ ໂດຍສະເພາະຈາກທະນາຄານໂລກ ແລະທະນາຄານພັທນາເອເຊ &# xEB1;ຍ ຊຶ່ງຈະເຣັດໃຫ້ບໍຣິສັດລົງທຶນສາມາດ ໄປຂໍກູ້ຍືມເງິນ ຈາກທະນ &# xEB2;ຄານເອກະຊົນ ເພື່ອມາສ້າງເຂື່ອນດັ່ງກ່າວ ຊຶ່ງຕົກເປັນມູລຄ່າທັງຫມົດ ປະມານ 1 ພັນ 2 ຮ້ອຍລ້ານ dollars ສາຫະຣັຖ.

ເຫດຜົນທີ່ເຣັດໃຫ້ສຖາບັນການເງິນສາກົນ ຊັ່ກຊ້າມາເຖິງ ເກືອບສິບປີ ກ່ອນຈະຕັດສີນໃຫ້ການສນັບສນູນ ແກ່ໂຄງການນີ້ຫລືບໍ່ນັ້ນ ກໍ່ເພາະວ່າມີກະແສ ຄັດຄ້ານຢ່າງຮຸນແຮງ ຈາກກຸ່ມອະນຸຣັກ ສະພາບແວດລ້ອມ ກຸ່ມສິດທິມະນຸດສາກົນ ແລະກຸ່ມຊາວລາວອົພຍົບ ອາໃສຢູ່ຕ່າງປະເທດ. ກຸ່ມທີ່ນຶ່ງໃຫ້ເຫດຜົນວ່າ ປະວັດສາຕ ສແດງໃຫ້ເຫັ &# xE99;ແລ້ວວ່າ ການສ້າງເຂື່ອນໄຟຟ້າ ໃດ້ນຳຄວາມຫາຍານະມາສູ່ ສະພາບແວດລ້ອມ ຫລາຍກວ່າຜົນໄດ້ ກຸ່ມທີ່ສອງອ້າງວ່າ ຕາບໃດ ທີ່ຣັຖ &# xE9A;ານສປປລາວ ຍັງລະເມີດ ສິດທິ ພື້ນຖານ ຂອງມະນຸດຊົນຢູ່ ທະນາຄານໂລກ ບໍ່ຄວນໃຫ້ການສນັບສນູນ. ສ່ວນກຸ່ມສຸດທ້າຍ ນອກຈາກ ຈະ &# xEC0;ຫັນພ້ອມນຳເຫດຜົນ ຂອງກຸ່ມທີ່ສອງແລ້ວ ຍັງຄຶດວ່າຮ້າຍໃດ້ຈາກການຂາຍໄຟຟ້າຈາກໂຄງການ ຈະບໍ່ໄປບັນເທົາ ຄວາມທຸກຍາກ ຂອງປະຊາຊົ &# xE99;ລາວ ດັ່ງຄຳອ້າງ ຂອງຣັຖບານ ແຕ່ຫາກຈະ ໄປຄູນຮັ &# xEC8;ງຄູນມີຕື່ມ ໃຫ້ພວກຜູ້ນຳພັກປະຊາຊົນ ປະຕິວັດ ລາວ ເຮັດໃຫ້ມີອຳນາດຫລ &# xEB2;ຍຂຶ້ນ ເພື່ອກົດຂີ່ຂົ່ມເຫັງປະຊາຊົນ.

ເພື່ອເຮັດໃຫ້ກະແສຄັດຄ້ານດັ່ງກ່າວ ລົດຫນ້ອຍຖອຍລົງ ທະນາຄານໂລກ ພ້ອມດ້ວຍ ບໍຣິສັດຜູ້ລົງທຶນ ແລະຣັຖບານສປປ &# xEA5;າວ ໃດ້ຈັດໃຫ້ມີຂບວນການຫາລື ຫລື consultation ຂຶ້ນ ໃນແຕ່ທ້າຍເດືອນສິງຫາ ເຖິງເດືອນກັນຍາ ແບບຕິດຕໍ &# xEC8;ກັນຢູ່ທີ່ Bangkok, Paris, Tokyo, Washington DC ກ່ອນຈະຈົບລົງ ໃນວັນທີ່ 24 ກັນຍາ ທີ່ນະຄອນວຽງຈັນ.

&# xEC1;ຕ່ກ່ອນຫນ້ານັ້ນ ປະຊາຊົນລາວ ຜູ້ທີ່ຈ &# xEB0;ໄດ້ຮັບຜົນສະທ້ອນ ຈາກໂຄງການດັ່ງກ່າວ ຄືຜູ້ທີ່ ອາໄສ ຢູ່ເຂດພູພຽງນາກາຍ ແລະເຂດເຊບັ້ງໄຟ ແລະແມ່ນ້ຳອື່ນໆ ສາຂາຂອງແມ່ນຳ້ຂອງ ກໍມີສ່ວນປະກອບ ໃນການຫາລືນີ້ເຊັ່ນກັນ ໂດຍທະນາຄານໂລກ ໄດ້ນຳເອົາຜູ້ຊຽວຊານ ກ່ຽວກັນບັນຫານີ້ ເຂົ &# xEC9;າມາຊ່ວຍເຫລື &# xEAD;.

ໃນສາຣະຄະດີມື້ນີ້ ຂ້າພະເຈົ້າ ຈະຂໍໃຫ້ຜູ້ຊ່ຽວຊານ ອະທິບາຍສູ່ຟັງວ່າ ມີປະຊາຊົນລາວ ຜູ້ໃດແດ່ ທີ່ມີໂອກາດ ໃດ້ອອກຄວາມຄິດຄວາມເຫັນ ກ່ຽວກັບໂຄງການນີ້ &# xEC1;ລະແມ່ນຜູ້ໃດເປັນຜູ້ໄປຂໍຄວາມຄິດຄວາມເຫັນ ຂອງພວກເຂົາເຈົ້າ ແລ &# xEB0;ພວກນີ້ ຖືກຄັດເລືອກ ໂດຍວິທີໃດ.

ຜູ້ຊ່ຽວຊານ ທີ່ຈະອະທິບາຍ ວິທີການສູ່ຟັງ ຄື ດຣ. ອະເນກ ນາຄະບຸຕ ຊຶ່ງມີປະສົບປະການ ພາກປະຊາສັງຄົມ ໃນປະເທດໄທມາແລ້ວ ເຖິງ 30 ປີ. ທ່ານຫາກໍເຂົ້າມາກ່ຽວຂ້ອງ ກັບໂຄງກ &# xEB2;ນນຳ້ເທີນ 2 ໃນລາວ ເມື່ອເດືອນມິນາປີນີ້ ຫລັງຈາກ ທີ່ເຫັນວ່າ ການປ &# xEB6;ກສາຫາລື ທີ່ດຳເນີນມາ ແຕ່ກາງທົສວັສ 1990 ນັ້ນ ມີຄວາມຂາດຕົກບົກພອງ.

ຫນ້າທີ່ຂອງທ່ານ ກໍຄືວາງຣະບົບ ແລະຝຶກອົບຮົມ ພນັກ &# xE87;ານຂ &# xEAD;ງບໍຮິສັທ &# xEC1;ລະຂ້າຣາຊກາຣລາວ ໃນຫລາຍເມືອງ ທີ່ເອີ້ນວ່າພວກແກນນຳ ຊຶ່ງມີ 10 ຄົນ ໃນແຕ່ລະບ &# xEC9;ານນັ້ນ ເພື໋ອໃຫ້ເຂົາເຈົ້າ ສາ &# xEA1;າຖໄປ ຂໍຄຳເຫັນນຳ ໄທບ້ານໄດ້ໂດຍຕົນເອງ. ຕໍ່ຄຳຖາມທີ່ວ່າຣັຖບາລຄວບຄຸມ ໃນການຄັດເລືອກ ແລະວິທີການ ປະຕິບັຕງານຂອງ ພວກແກນນຳ ຫລືບໍ່ ດຣ. ອະເນກຕອບວ່າ

(ສຽງປະກອບ)

"ຂບວນການນີ້ ເຮົາຈັດໂດຍອິສຣະຈາກການຊີ້ນຳ ຂອງພັຄ ແລະຂອງຣັຖບານລລາວ ໃນສ່ວນກາງ. ແຕ່ວ່າໃນຈຳນວນ 10 ຄົນທີ່ຄັ່ດເ &# xEA5;ືອກ ກໍໃຫ້ມີຕົວແທນ ຈາກກົລໃກ ຊຶ່ງມີຕັ້ງໄວ້ໃນທຸກບ້ານ ອັນມີ 5 ອົງປະກອບ ຄື ສາຫະພັນແມ່ຍິງລາວ ກຸ່ມຫນຸ່ມສາວ ຜູ້ນຳບ້ານ ກອງຫລອນ ແລະແນວໂຮມ. ຮັຖບານລາວຕັ້ງ &# xEA3;ະບົບນີ້ໄວ້."

ສ່ວນພາກສນາມນັ້ນ ດຣ. ອະເນກ ເວົ້າວ່າ

(ສຽງປະກອບ)

"ແຕ່ຕອນເຂົ້າໄປຈັດ ຣັຖບານລ ບໍ່ໄດ້ໄປຊີ້ມື ຜູ້ຊຽວຊານ ເປັນຜູ້ອອກແບບທັງເນື້ອຫາ ທັງ session ທັງສື່ແລ້ວກໍ່ຝຶກອົບຮົມ ພນັກງານເມືອງໃປເຮັດ ແລະຜູ້ຊຽວຊານເອງກໍໄປຕິ &# xE94;ຕາມ. ທ່ານເວົ້າຍຳ້ອີກວ່າ ເຈົ້າແຂວງເຈົ້າເມືອງ ບໍ່ໄດ້ເຂົ້າມາແຊກແຊງ ແຕ່ຣະບົບການຈັດຕັ້ງ ໃນຫມູ່ບ້ານມັນມີຢູ່ແລ້ວ. ບາງບ້ານ ກໍໃດ້ຊາວບ້ານທັມດາ ບາງບ້ານກໍໃດ້ຜູ້ນຳທີ່ດີ."

ແຕ່ເມື໋ອຖາມວ່າ ຜູ້ນຳເຫລົ່ານັ້ນ ມາຈາກຣະບົບທີ່ຈັດໃວ້ຈາກ 5 ຣະບົບບໍ່ໃນແຕ່ລ &# xEB0;ບ້ານ ຄຳຕອບກໍແມ່ນວ່າມັນຢູ່ໃນນັ້ນຢ &# xEB9;່.

ຂບວນການຫາລື ກັບຊາວບ້ານ ຜູ້ຊຶ່ງຈະໄດ້ຮັບຜົນສທ້ອນ ຈາກການສ້າງເຂື່ອນນ້ຳເທີນ 2 ນີ້ ຈະດຳເດີນຕໍ່ໄປເລື້ອຍໆ ຕາມຄວາມເວົ້າ ຂອງເຈົ້າຫນ້າ &# xE97;ີ່ທະນາຄານໂລກ. ຜົນຈາກການຫາລືນີ້ ຈະນ &# xEB3;ໃປວິຈັຍ ແລະບັນຈຸເຂົ້າເປັນສ່ວນ ໃນຣາຍງານທີ່ຕ້ອງລຽບລຽງ ໃຫ້ແລ້ວ ພາຍໃນເດືອນມິນາ ປີ 2005 ເພື່ອຈະນຳຂຶ້ນ &# xEAA;ເນີ ຕໍ່ກອງປະຊຸມປະຈຳປີ ຂອງ ກັມມະການບໍຣິຫາຣ ຂອງທະນາຄານໂລກ ໃນເດືອນເມສາ 2005. ແມ່ນເວລານັ້ນເອງ ທີ່ສຖາບັນການເງິນສາກົລ ຈະຕັດສີນວ່າ ຈະໃຫ້ການສນັບສນູນທາງການເງິນ ແກ່ໂຄງການນີ້ ຫລືບໍ່.

ສັປະດາຫນ້າ ຂ້າພະເຈົ້າ ຈະຄັດເອົາຕອນສຳຄັນ ຂອງຜົນການຫາລືກັບປະຊາຊົນ ລາວ ມາເວົ້າສູ່ທ່ານຟັງ ເພາະວ່າ ພວກເຂົາເຈົ້າ ເປັນຜູ້ຢູ &# xEC8;ແນວຫນ້າກໍວ່າໃດ້.

ພົບກັນໃຫມ່ອາທິດຫນ້າ

ສຍາຍດີ

ອ່ານຂ່າວ ທີ່ກ່ຽວຂ້ອງ

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ