
ສັປດາທີ່ຜ່ານມາ ຂ້າພະເຈົ້າ ໄດ້ສເນີຂໍ້ມູລ ກ່ຽວກັບການຈັດຕັ້ງ ອັນທີ່ເອີ້ນວ່າ ແກນນຳ ເພື່ອໄປຫາລືກັບ ປະຊາຊົນ ໃນເຂດທີ່ຈະໄດ້ຮັບຜົນສທ້ອນ ຈາກການສ້າງເຂື່ອນນ້ຳເທີນສອງ.
ມື້ນີ້ ຂ້າພະເຈົ້າ ຈະນຳເອົາຜົນການຫາລື ກັບປະຊາຊົນ ໃນເຂດພູພຽງນາກາຍ ມາສເນີທ່ານຊຶ່ງເປັນຂໍ້ມູລທີ່ ດຣ. ອາເນກ ນາຄະບຸດ ຜູ້ຊຽວຊານ ດ້ານປະຊາສັງຄົມ ພໍສລຸບສູ່ຟັງໄດ້ ຫລັງຈາກທີ່ທ່ານ ໄດ້ພົວພັນກັບ ການຫາລື ກັບຊົນທ້ອງຖິ່ນ ມາເປັນເວລາຫລາຍເດືອນ ໂດຍສະເພາະ ກ່ຽວກັບວ່າຄົນເຫລົ່ານັ້ນ ເຂົ້າໃຈຫນ້ອຍຫລາຍປານໃດ ກ່ຽວກັບຜົນສທ້ອນ ໃນຣະຍະສັ້ນ ແລະໃນຣະຍະຍາວ ຊຶ່ງຈະເກີດ ຈາກການສ້າງເຂື່ອນດັ່ງກ່າວ.
ໃນຈຳນວນຜູ້ທີ່ບໍ່ຄອ່ຍເຂົ້າໃຈ ຫລືຄຶດບໍ່ອອກວ່າ ຜົນສະທ້ອນ ທີ່ພວກຕົນ ຈະໄດ້ຮັບ ໂດຍ ສະເພາະຜົນສທ້ອນ ໃນຣະຍະຍາວນັ້ນ ກໍ່ຄືຊົນເຜົ່າກຸ່ມນ້ອຍ ທີ່ມີຫລາຍໃນເຂດຕົ້ນນ້ຳ ອັນປະກອບດ້ວຍ ອະເຫີ້ ອະແຕ ມະກອງ ແລະ ບຮູ. ບາງເທື່ອ ພວກເຂົາເຈົ້າກໍ່ຢູ່ຮ່ວມກັນ ບາງເທື່ອກໍ່ແຍກກັນຢູ່. ບ້ານນຶ່ງໆ ຈະມີປະມານ 20-30 ຫລັງເຮືອນ ເຂົາເຈົ້າໄຊ້ນ້ຳຮ່ວມກັນ ຄື ນ້ຳນ້ອຍ ນ້ຳຊົດ ແລະນ້ຳເທີນ.
ເມື່ຶອຂ້າພະເຈົ້າຖາມວ່າ ເຂົາເຈົ້າເຂົ້າໃຈຫນ້ອຍ ຫລາຍປານໃດ ກ່ຽວກັບຜົນສທ້ອນ ຣະຍະຍາວ ແລະຜົນສທ້ອນຣະຍະສັ້ນ ດຣ. ອາເນກຕອບວ່າ
ຄຶດວ່າບໍ່ເຂົ້າໃຈ ເພາະເປັນເຮື້ອງໄກຕົວເຂົາຫລາຍ ຄົນກຸ່ມນີ້ ມີໂລກາທັສ ແລະປະສົປການ ຊີວິຕແຄບໆ ຢູ່ກັບສາຍນ້ຳເທີນ ຢູ່ກັບປ່າເທິງພູ ບາງຄົນກໍ່ບໍ່ເຄີຍລົງມາ ເມືອງນາກາຍຈັກເທື່ອຊ້ຳ ເພາະສນັ້ນ ເຂົາເຈົ້າ ຈຶ່ງຄຶດບໍ່ອອກວ່າ ຜົນສທ້ອນຣະຍະຍາວ ຈະເປັນແນວໃດ ເພາະບໍ່ເຄີຍເຫັນອ່າງ ໃຫຍ່ໆ ບໍ່ເຄີຍເຫັນທະເລ ສ່ວນມາກຈຶ່ງຈິນຕະນາ ການໄປບໍ່ໄດ້ ແຕ່ເຣື້ອງອາຊີພ ເຣື້ອງການປ່ຽນວິຖີຊີວິຕ ເຂົາເຈົ້າພໍຄຶດອອກ ໃນຮະຍະ ສັ້ນ ເພາະສິ່ງທີ່ໂຄງການສເນີ ກໍ່ເປັນສິ່ງທີ່ເຂົາເຈົ້າປຕິບັດຢູ່ແລ້ວ ພຽງແຕ່ຕື່ມຄວາມຮູ້ ບາງຢ່າງເຂົ້າໄປ ເຊັ່ນລ້ຽງສັຕ ກໍ່ໃຫ້ລ້ຽງແບບມີຄອກກັ້ນ ແທນທີ່ຈະປ່ອຍ ໄປຕາມທັມຊາຕ ຕ້ອງຈຳກັດທົ່ງຫຍ້າຫລາຍຂຶ້ນ ຕ້ອງໄຫ້ອາຫານ ແລະຕໍ່ໆໄປ.
ເຣື້ອງອາຊີພ ຄົນສ່ວນຫລາຍ ຈະພໍຄຶດອອກ ແຕ່ອາຊີພຮັບຈ້າງ ສ່ວນເຣື້ອງການທ່ອງທຽວ xEC0;ຊີງນິເວສ ເຣື້ອງປາ ເຂົາເຈົ້າຍັງຄຶດບໍ່ອອກ ເພາະບໍ່ເຄີຍຮູ້ບໍ່ເຄີຍເຫັນ ເຂົາເຈົ້າຈະເວົ້າ ວົນໄປວົນມາ ເຣື້ອງການປູກຝັງ ເຣື້ອງລ້ຽງສັຕ ແຕ່ເຣື້ອງທີ່ພວກເຂົາເຈົ້າ ເວົ້າຫາຫລາຍ ທີີ່ສຸດແມ່ນເຣື້ອງເຮັດວຽກ
ເຂົາຮູ້ສຶກວ່າການເຮັດວຽກ ຈະເປັນທາງອອກ ເປັນໂອກາດ ໄດ້ເງິນສົດ ເພາະສນັ້ນ ເຂົາຈຶ່ງສົນໃຈເຮັດວຽກ ໂດຍມາຮັບຈ້າງເປັນແຮງງານກັບບໍຣິສັດກໍ່ສ້າງ ຫລືເຮັດວຽກໄຫ້ໂຄງການ ຫລືພວກຫນຸມ່ສາວ ສົນໃຈລົງມາເຮັດວຽກ ເພື່ອຈະໄດ້ເງິນສົດກັບໄປ ເພາະເຂົາຄຶດ xEA7;່າ ດຽວນີ້ ເຂົາມີຄວາມຕ້ອງການ ເງິສົດຫລາຍຂຶ້ນ.
ບາງກຸ່ມກໍ່ຂໍໃປເບິ່ງ ເຂື່ອນທີ່ສ້າງໄປແລ້ວ ເພື່ອຢາກເຫັນວ່າ ແມ່ນ້ຳໃຫຍ່ ອ້າງນ້ຳໃຫຍ່ໆ ເປັນແນວໃດ ແລະການຫາປານ້ຳເລິກ ມັນຕ່າງກັນກັບການຫາປາ ໃນແມ່ນ້ຳນ້ອຍໆຂອງ ເຂົາໃນຍາມແລ້ງຍາມຝົນແນວ xEC3;ດ.
ເມື່ອຂ້າພະເຈົ້າຖາມວ່າ ມີຜູ້ສແດງຄວາມວີຕົກກັງວົນອອກມາບໍ່ ກ່ຽວກັບອະນາຄົດ ຫລັງ ຈາກສ້າງເຂື້ອນໃປແລ້ວ ດຣ. ອາເນກຕອບວ່າ
ບໍ່ມີໃຜເວົ້າອອກມາຊື່ໆ ວ່າເຫັນພ້ອມ ຫລືປະຕິເສດ ໂຄງການນີ້. ໃນເຂດຕົ້ນນ້ຳເຂົາຈະເຫັນດີເຫັນພ້ອມນຳ. ໃນເຂດ xEAD;່າງ ປາກົດວ່າ ໄດ້ຍິນມາດົນແລ້ວ. ເຂົາເຫັນດີນຳການຍ້າຍ ແຕ່ມີຄວາມກັງວົນສູງ ກ່ຽວກັບການປ່ຽນແປງອາຊີພ ແລະ ອື່ນໆ. ເຂົາເຈົ້າບໍ່ບອກວ່າບໍ່ເຫັນດີນຳ ເພາະຮູ້ວ່າແນວໃດກໍ່ຕ້ອງຍ້າຍຢູ່ແລ້ວ.
ແຕ່ເຂົາເຈົ້າກໍ່ມີຂໍ້ສເນີກັບ ຫລາຍຢ່າງ ດັ່ງຂ້າພະເຈົ້າ ຈະນຳມາສເນີທ່ານສັປດາຫນ້າ.
ສບາຍດີ
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |