ນ້ຳ​ເທີນສອງ

2007-09-07

ການສ້າງເຂື່ອນນ້ຳເທີນເປັນວິທີນຶ່ງຂອງຣັຖບານລາວທີ ຈະຊ່ອຍລຸດຜ່ອນຄວາມຍາກຈົນຂອງປະຊາຊົນລາວ. ຖ່າຍພາບໂດຍ: RFA

ກະຣຸນາຊົມພາບຖ່າຍກ່ຽວກັບນ້ຳເທີນ

ມື້​ນີ້​ເຣື້ອງທີ່​ຂ້າພະ​ເຈົ້າ​ຈະ​ນຳ​ມາສ​ເນີ​ກໍ່​ຄື​ເຣື້ອງຣາຍ​ໃດ້ ທີ່ຣັຖບານລລາວ​ຈະ​ໃດ້ຮັບ​ຈາກ ການ​ຂາຍ​ໄຟຟ້າ ຈາກ​ເຂື່ອນ​ນ້ຳ​ເທີນ​ສອງ ​ແລະ​ກາຣບໍຣິຫາຣຣາຍ​ໃດ້ດັ່ງກ່າວ.

ສປປລາວ​ຢູ່​ໃນ​ຈຳນວນ​ປະ​ເທສທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ໂລກ ຄິດ​ສ​ເລັ່ຍ ຣາຍ​ໃດ້ຂອງ​ຄົນ​ລາວ​ ຜູ້​ນຶ່ງ ບໍ່​ຮອດ​ນຶ່ງ dollar ສາ​ຫະຣັຖຕໍ່​ມື້. ​ໂຄງກາລພັທນາ​ໄດໆ ກໍ່​ຕ້ອງ​ອາ​ໃສ​ການ ຊ່ວຍ​ເຫລືອຈາກ​ຕ່າງປະ​ເທສ ອົງການ​ພັທນາສາ​ກົລ ຫລື​ ສຖາ​ບັນ​ການ​ເງິນຣະຫວ່າງ​ຊາຕ.

ຜົລການ​ວິຈັຍ​ຂອງ​ທະນາຄາລໂລກ ກ່ຽວ​ກັບ​ທາງ​ເລືອກ​ຕ່າງໆ ສຳຣັບພັທນາສປປລາວ ​ໃຫ້​ໃດ້​ໄວ ຊີ້​ໄຫ້​ເຫັນ​ວ່າແມ່ນ​ກາຣສ້າງ​ເຂື່ອນ​ໄຟຟ້າ​ແບບ​ຍືນ​ຍົງ ບໍ່​ວ່າ​ທາງ​ດ້ານ ສພາບ ແວດ​ລ້ອມ ດ້ານ​ສັງ​ຄົມ ຫລື​ ​ເສ​ຖກິຈ ຊຶ່ງ​ຈະ​ເປັນ​ສ່ວນ​ປະກອບ​ອັນ​ສຳຄັນ ​ໃນ​ຍຸ​ທສາຕ ການ​ຂຍາຍ​ຕົວຂອງ​ສປປລາວ ​ຊຶ່ງ​ກົງ​ກັບ​ທັສນະ​ຂອງ ທ່ານ ສົມ​ດີ ດວງ​ດີ ຮອງ​ຣັຖມົນຕຣີກາລຄັງ​

ຕາມ​​ແຜນທີ່​ວາງ​ໄວ້​ ​ໂຄງການນ້ຳ​ເທີນ​ສອງ ຈະ​ສ້າງ​ຣາຍ​​ໄດ້ຈາກ​ກາຣ​ຂາຍ​ໄຟຟ້າ​ໄຫ້​ແກ່ ກາຣໄຟຟ້າ​ຝ່າຍ​ຜລິ​ຕ​ແຫ່ງ​ປະ​ເທສໄທ ຫລື Egat ຕົກ​ເປັນເງິນ​ຈຳນວນ 13 ລ້າ​ນ US dollar ​ຕໍ່​ປີ ໃນ​ປີ​ທຳ​ອິດ​ທີ່​ເຣີ້ມ​ຜລິ​ຕ​ໄຟຟ້າ ​ແລະ​ຈະ​ຄອ່ຍ​ເພີ້​ມຂຶ້ນ​ເປັນ 150 ລ້ານ ຕໍ່​ປີ ​ໃນ​ປີ 20​33. ຕາມ​ຄວາມ​ເຫັນ​ຂອງທະນາຄາຣໂລກ​ ຖ້າຣາຍ​ໃດ້ດັ່ງກ່າວ ຫາກ​ນຳ​ໄປ​ໄຊ້​ແບບ​ມີປະສິທຜົລ ​ແບບ​ຜູ້​ມີ​ຄວາມ​ຮັບຜິດຊອບ ​ແລະ​ແບບ​ໂປ່​ງ​ໄສ ​ໂຄງການ​ນ້ຳ​ເທີນ​ສອງ​ກໍ່ຈະ​ສາ​ມາຖເປັນ​ສ່ວນ​ປະກອບ​ໃນ​ການ​ບັນ​ເທົາ​ຄວາມທຸກ​ຍາກ ​ແລະ​ການ​ພີ​ທັກ​ຮັກສາສັຕ​ແລະ​ພືຊ​ພັນ​ນາໆ​ປະ​ເພທ ​ໃນ​ລາວ​ໃວ້​ໃດ້ຫລາຍ​ຂຶ້ນ​ເລື້ອຍໆ.

ຕາມ​ການ​ປະ​ເມີນ​ໃນ​ປັຈຈຸບັນ ​ໂຄງການ​ນ້ຳ​ເທີນ​ສອງ​ຈະ​ເພີ້​ມຣາຍ​​ໄດ້ຂອງ​ສປປລາວ ຂຶ້ນ​ຕື່ມ​ປີ​ລະ​ປະມານ 5% ​ໃນ​ຮະ​ຍະ 10 ປີ​ທຳ​ອິດ​ທີ່​ໂຄງການ​ເຣີ້ມຂຶ້ນ ຊຶ່ງ​ຖ້າ​ຫາກ​ວ່າ ຣາຍ​ໃດ້​ທີ່​ເພີ້​ມສູງ​ຂຶ້ນ​ນີ້ ຖືກ​ນຳ​ໄປ​ໃຊ້​ເພື່ອ​ປັບປຸງ​ສະພາບ​ການ​ໃນ​ດ້ານ​ສາທາຣະນະ​ສຸຂ ​ແລະ​ການ​ສຶກສາ​ຕາມ​ແຜນການ​ແລ້ວ ງົປະມານ​ເພື່ອ​ໄຊ້ຈ່າຍ​ໃນ​ສອງ​ດ້ານ​ນີ້​ກໍ່​ຈະ​ສູງ​ຂຶ້ນ ຕື່ມ ຣະຫວ່າງ 25% ຫາ 30% ​ໃນ​ປີ​ທຳ​ອິດ​ທີ່​ໂຄງການ​ຖືກ​ປະຕິບັຕ.

​ເມື່ອ​ເວົ້າ​ເຖິງ​ຜົນລປະ​ໂຍດຊທີ່​ຈະ​ໃດ້ຮັບ​ຈາກ​ກາຣຂາຍ​ໄຟຟ້າ​ຂອງ​ໂຄງກາຣນ້ຳ​ເທີນ​ສອງ​ນີ້​ ແລ້ວ ຄົງ​ບໍ່​ມີ​ຜູ້​ໃດ​ຄັ່ດຄ້ານ​ວ່າ​ມັນ​ເປັນ​ການ​ດີ ​ເພື່ອ​ຊ່ວຍ​ພັທນາ​ປະ​ເທສ​ລາວ​ໄຫ້​ຫລຸດ​ພົ້ນ ​ຈາກ​ຄວາມ​ຍາກຈົນ. ​ແຕ່​ໃນ​ເວລາ​ດຽວ​ກັນ ​ເກືອບ​ທຸກ​ຄົນ​ກໍ່​ເວົ້າ​ອອກ​ມາ​​ເກືອບເປັນສຽງ ດຽວ​ກັນ​ວ່າ ຂາດ​ຄວາມ​ເຊື່ອ​ໝັນ​ໃນ​ການ​ບໍຣິຫາຣຂອງ​ທາງ​ການສປປລາວ ຢ້ານ​ວ່າ​ເມື່ອ ມີຣາຍ​​ໄດ້​ແລ້ວ ​ເງິນ​ເຫລົ່າ​ນັ້ນ​ຈະ​ບໍ່​ຖືກ​ນຳ​ໄປ​ໃຊ້​ຕາມ​ແຜນການ​ທີ່​ວາງ​ໄວ້ ຫລື​ຖ້າ​ນຳ​ໄປ ​ໃຊ້​ກໍ່​ຈະ​ບໍ່​ເຕັມ​​ເມັດ​ເຕັມ​ຫນ່ວຍ ຢ້ານ​ມີ​ກາຣ​ຣົ່ວ​ໄຫລ​ແບບ​ບໍ່​ມີ​ຫົວ​ມີ​ຂາ​ຫລາຍ​ກວ່າ ດັ່ງ​ທີ່​ເຫັນໆ​ກັນ​ຢູ່​ໃນ​ປັຈຈຸບັນ.

ກ່ຽວ​ກັບ​ເຣື້ອງນີ້ ຍານາງ ທິພກອນ ຈັນທະ​ວົງ​ສາ ຮອງ​ອາທິ​ບໍດີ​ກະຊວງ​ກາຣຄັງ​ແລະ​ນຶ່ງ​ ໃນ​ຈຳນວນ​ສະມາ​ຊິກ​ຂອງ​ກັມມະການຣບໍຣິຫາຣຣາຍ​​ໄດ້​ເວົ້າ​ວ່າ ຣັຖບາລສປປລາວ​ກຳລັງ ພະຍາຍາມ​ເສີມ​ສ້າງ​ຄວາມ​ສາ​ມາຖຂອງ​ຕົນ​ໃນ​ດ້ານ​ການ​ບໍຣິຫາຣງົປມານ​ທີ່​ຈະ​​ໄດ້ມາ​ໃນ​ອະນາຄົຕ ​ແລະ​ເວົ້າ​ຕໍ່​ໄປ​ອີກ​ວ່າ

​ນາງ​ເວົ້າ​ວ່າ ມີ​ຫລາຍ​ຄົນ​ໃນ​ຫ້ອງ​ປະຊຸມ​ນີ້​ກັງວົນ​ນຳ​ເຣື່ອງການ​ສໍ້ຣາຊບັງ​ຫລວງ ນາງ​ແຈ້ງ​​ໃຫ້​ຊາບ​ວ່າ ສຳນັກງານ​ນາຍົກຣັຖມົນຕຣີ​​ໄດ້ອອກດຳຣັດສບັບນຶ່ງ ວ່າ​ດ້ວຍ​ກາຣ ສໍ້ຣາຊບັງ​ຫລວງ ​ແລະ​ຊຶ່ງ​ໃນ​ອີກ​ບໍ່​ດົນ ກໍ່​ຈະ​ຖືກ​ຍົກ​ຂຶ້ນ​ເປັນ​ກົດຫມາຍ. ຫລັງ​ຈາກ​ຮັບ​ຟັງ​ການບັຣະ​ຍາຍ​ ກ່ຽວ​ກັບ​ມາ​ຕະການ​ຕ່າງໆ​ທີ່​ທາງ​ກາຣ​ລາວ​ວາງ​ໄວ້ ​ເພື່ອ ປ້ອງ​ກັນ​ບໍ່​ໄຫ້​ມີ​ກາຣຮົ່ວ​ໄຫລ ຫລື​ສໍ້ຣາຊບັງ​ຫລວງ ​ແລ້ວ​ຂ້າພະ​ເຈົ້າ​ກໍ່​​ໄດ້ຕັ້ງ​ຄຳ​ຖາມ​ຕໍ່​ຜູ້​ຕ່າງ ຫນ້າ​ທະນາຄາຣໂລກ​ວ່າ ​ໃນ​ກໍຣະນີທີ່ຣັຖບານສປປລາວ​ບໍ່​ປະຕິບັດ​ຕາມ​ກົດຫມາຍ​ ຂອງ​ຕົນ​ເອງ ດັ່ງ​ທີ່​ເຄີຍ​ເປັນ​ມາ ທາງ​ທະນາຄາຣໂລກ​ຈະ​ເຮັດ​ແນວ​ໃດ ທ່ານ Christian Delvoie ຜູ້ອຳນວຍການ​ຝ່າຍ​​ໂຄງ​ສ້າງ​ພື້ນຖານ ສຳຣັບ​ໂຂງ​ເຂຕ​ເອ​ເຊັຍຕາ​ເວັນ​ອອກ ຂອງ​ທະນາຄາຣ ໂລກ​ຕອບ​ວ່າ

​ທ່ານ​ເວົ້າ​ວ່າ ​ໃນ​ທຸກໆ​ໂຄງການ​ຊຶ່ງ​ທະນາຄາຣໂລກ​​ເປັນ​ຜູ້​ອອກ​ເງິນ​ນັ້ນ ທັນ​ທີ່​ທີ່​ເຫັນ​ວ່າ​ມີ ກາຣ​ສໍ້ຣາຊບັງ​ຫລວງ ທະນາຄານຣກໍ່​ຈະ​ໄປ​ຫາຣັຖບານລປະ​ເທດສນັ້ນ​ໂລດ ​ແລະ​ຍົກ​ເລີກ​ ໂຄງກາຣທີ່​ມີ​ການ​ໂກງ​ກິນ​ ຫລັງ​ຈາກ​ນັ້ນ​ກໍ່​ມີ​ກາຣກວດ​ບັນຊີ ກາຣ​ສຳຣວຈ​ເບິ່ງ ​ແລະ​ອື່ນໆ ທະນາຄາຣມີ​ຫລາຍ​ມາ​ຕະການ​ທີ່​ຈະ​ນຳ​ອອກປະຕິ​ບັຕ​​ໄດ້ ຢ່າງ​ບໍ່​ຕ້ອງ​ສົງ​ໄສ.

ນອກຈາກ​ນັ້ນ ທ່ານ Urooj Malik ຜູ້ອຳນວຍກາຣຝ່າຍ​ໂຄງ​ສ້າງ​ພື້ນຖານ ປະຈຳ​ທະນາຄາຣພັທນາ​ເອ​ເຊັຍ ຊຶ່ງກໍ່​ມີ​ສ່ວນ​ຮ່ວມ​ ໃນ​ໂຄງກາຣນ້ຳ​ເທີນສ​ອງນີ້​ເຊັ່ນ​ກັນ ອາທິ​ບາຍ​ເພີ້​ມ​ເຕີມກ່ຽວ​ກັບ​ບັນຫາ​ການຣສໍ້ຣາຊບັງ​ຫລວງ​ວ່າ

ທ່ານ​ Malik ວົ້າ​ວ່າ​ເມື່ອ​ບໍ່​ນານ​ມາ​ນີ້ ທະນາຄານ​ພັທນາ​ເອ​ເຊັຍ​​ໄດ້​​ໃຊ້ນະ​ໂຍບາຍ ​ໄຫ້​ການ​ຊ່ວຍ​ເຫລືອ ​ໂດຍ​ອ້າງ​ອີງ​ໃສ່​ພາຄປະຕິບັຕຂອງ​ຜູ້​ຮັບ ຊຶ່ງ​ໝາຍ​ຄວາມ​ວ່າ ທະນາຄາຣປະ​ເມີນ​ເບິ່ງ​ການ​ປະຕິບັຕ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທສ ອ້າງ​ອີງ​ໃສ່​ກາຣ​ປະຕິບັຕ ໃນ​ຫລາຍ​ດ້ານ ​ເຊັ່ນ​ການ​ຄົງ​ຕົວ​ຂອງ​ຫລັກ​ເກນ​ເສ​ຖກິຈ​ມະຫາ​ພາຄ ກາຣ​ປະຕິ​ຮູ​ປ​ໃນ​ດ້ານ ການ​ປົກຄອງ ການຣວີ​ເຄາະ​ສ່ວນ​ປະກອບ​ຂອງ​ທຸຣະກິ​ຈ ​ແລະ​ຕໍ່​ໆ​​ໄປ​.

​ໂຄງການຣນ້ຳ​ເທີນ​ສອງ​ເປັນ​ໂຄງກາຣ​ໃຫ​ຍ່ ບໍ່​ພຽງ​ແຕ່​ໃນຣະດັບ​ສປປລາວ ​ແຕ່​ໃນ​ຮະ​ດັບ ​ຂົງ​ເຂຕ​ເອ​ເຊັຍ​ຕາ​ເວັນ​ອອກສຽງ​ໄຕ້​ອີກ ​ແລະ​ຈະ​ມີ​ມູລຄ່າ​ປະມານ 1 ພັນ ລ້ານ US dollars ດັດ​ແປງ ​ແກ້​ໄຂ ປັບປຸງ​ມາ​ເຖິງ​ເກືອບ 10 ປີ​ແລ້ວ. ມາ​ເຖິງ​ປັຈຈຸ​ບັນ ມີ​ຫລາຍ ສິ່ງ​ຫລາຍ​ຢ່າງ​ສໍສ​ແດງ​ໄຫ້​ເຫັນ​ວ່າ​ຣັຖບານສປປລາວ ​ແລະ ບໍຣິສັທລົງທຶນ​​ໃນ​ໂຄງການ ຄົງ​ຈະ​ບໍ່​ຍອມ​ຖອຍຫລັງ ຍ້ອນ​ວ່າ​ໃດ້ທຸ້ມ​ເທ​ທັງ​ປັດ​ໃຈ ​ເຫື່ອ​ແຮງ​ແລະ​ເວລາ​ໄປ​ຫລາຍ​ແລ້ວ ສ່ວນ​ສຖາ​ບັນ​ກາຣ​ເງິນ​ທັງຫລາຍ​ທີ່​ກ່ຽວຂ້ອງ​ກໍ່​ປາກົດ​ວ່າ​ພໍ່​ໃຈ​ນຳ​ມາ​ຕະກາຣຕ່າງໆ​ທີ່​ຂຽນ​ໄວ້ ​ໃນ​ເອກ​ສາຣ​ຕ່າງໆ. ຕໍ່​ນີ້​​ໄປກໍ່​ຄົງ​ມີ​ແຕ່​ລໍຖ້າ​ເບິ່ງ​ຕໍ່​ໄປ​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ.

​ຍ້ອນ​ແນວ​ໂນ້ມທີ່​ກ່າວ​ມາ​ແລ້ວ ຂ້າພະ​ເຈົ້າ​ຈຶ່ງ​ຢາກ​ນຳ​ເອົາ​ຊໍ້​ມູລຕ່າງໆ ມາ​ເວົ້າ​ສູ່​ທ່ານ​ຟັງ ຂໍ້​ມູລທີ່​ກ່ຽວຂ້ອງ​ໂດຍ​ກົງກັບ​ປະຊາຊົນ​ລາວ ຜູ້​ທີ່​ຈະ​ໃດ້ຮັບ​ຜົນສະທ້ອນ​ຈາກ​ໂຄງກາຣ ທັງ​ຜົລ​ດີ​ແລະ​ຜົລ​ຮ້າຍ ​ເຊັ່ນ​ດຽວ​ກັບ​ສິທທິ​ຂອງຊາວ​ລາວ​ທັງຫລາຍ ທີ່​ເປັນ​ຜູ້​ຄວນ​ຈະ​ໃດ້ຮັບ ຜົລປະ​ໂຍຊ​ຈາກ ​ໂຄງກາຣ​ນີ້​.

ສບາຍ​ດີ

ອ່ານຂ່າວ ທີ່ກ່ຽວຂ້ອງ