ໂຄງການສ້າງເຂື່ອນໄຟຟ້າ ນໍ້າເທີນ 2 (3)

2007-09-07

ເມື່ອສັປດາທີ່ຜ່ານມາ ຂ້າພເຈົ້າໄດ້ເລົ່າສູ່ທ່ານຟັງວ່າ ຕາມຜົລການຫາລື ກັບພວກໄທບ້ານ ໃນເຂດຕພູພຽງນາກາຍ ອັນເປັນບ່ອນ ທີ່ຈະສ້າງເຂື່ອນ ໄຟຟ້ານ້ຳເທີນສອງນັ້ນ ມີຫນ້ອຍຄົນ ທີ່ຈະຄຶດອອກ ວ່າຜົນສທ້ອນຣະຍະຍາວ ທີ່ພວກຕົນຈະໄດ້ຮັບ ຈາກການສ້າງເຂື່ອນນັ້ນຈະເປັນແນວໃດ ສ່ວນມາກຈະພໍຄຶດອອກ ແຕ່ຜົລປະໂຍຊຣະຍະສັ້ນ ເປັນຕົ້ນແມ່ນວຽກຮັບຈ້າງ ກັບບໍຣິສັທ ຫລືວຽກກັບໂຄງການໂດຍທົ່ວໄປ ເພື່ອໄຫ້ໃດ້ມາຊຶ່ງເງິນສົດ ທີ່ພວກຕົນ ຍິ່ງນັບ ມື້ຕ້ອງການຫລາຍຂຶ້ນນັ້ນ.

ມື້ນີ້ຂ້າພະເຈົ້າຈະເວົ້າເຖິງເຣື້ອງຂໍ້ສເນີຂອງປະຊາຊົນ ແລະສິທຂອງພວກເຂົາເຈົ້າ ໃນການຕໍ່ລອງທີີ່ມີບົ່ງໄວ້ ໃນເອກະສານ ທີ່ບໍຣິສັດ ແລະຣັຖບານສປປລາວ ສເນີຕໍ່ ທະນາຄານໂລກ.

ມາເຖິງປັຈຈຸບັນ ປະຊາຊົນໃນເຂຕ ອ່າງນ້ຳຂອງເຂື່ອນ ຮັບຫລັກການແລ້ວວ່າ ພວກຕົນຈະຕ້ອງໂຍກຍ້າຍ ໄປຢູ່ບ່ອນທີ່ໂຄງການ ຈະຈັດສັນໄຫ້ໃຫມ່ ເພາະສນັ້ນ ເຂົາເຈົ້າຈຶ່ງສເນີໄຫ້ມີການ ດັດແປງຫລາຍຢ່າງ ເພື່ອຜ່ອນຄາຍ ຄວາມວິຕົກກັງວົນ ກ່ຽວກັບການໂຍກຍ້າຍ ທີ່ຈະມີຂຶ້ນ ດຣ. ອະເນກເວົ້າວ່າ

ໃນເຂດຕອ່າງປະກົຕວ່າ ໄດ້ຍິນມາດົນແລ້ວ ເຂົາເຫັນພ້ອມນຳການຍ້າຍ ແຕ່ວ່າເຂົາມີຄວາມກັງວົນສູງຫລາຍ ກັບການປ່ຽນອາຊີພ ຂໍ້ຂ້ອງໃຈຂອງເຂົາມີເປັນຮ້ອຍໆ ທັງເຣື້ອງເຮືອນທີ່ຈັດໃຫ້ ເຣື້ອງບ່ອນທຳມາຫາກິນທີ່ຈັດໃຫ້ ເຂຕປ່າທີ່ຈະຫນ້ອຍລົງ ບ່ອນໃຫມ່ທີ່ເຂົາບໍ່ຮູ້ວ່າຈະເປັນແນວໃດ ເຂົາມີຂໍ້ສເນີທາງອອກ.

ເປັນຕົ້ນກໍ່ແມ່ນບ່ອນລ້ຽງຄວາຍ ທີ່ໄທບ້ານເຫັນວ່າ ມີຄວາມສຳຄັນຫລາຍ ເພາະເຂົາວ່າເຂົາຢູ່ໄດ້ຍ້ອນບ່ອນລ້ຽງຄວາຍໃນເຂດອ່າງ ແລະເຂຕຕີນພູ. ເຂົາຢາກຮູ້ວ່າເຮັດແນວໃດເຂົາຈະມີທົ່ງຫຍ້າພຽງພໍ ໄວ້ລ້ຽງຄວາຍ ເພາະມັນເປັນສັຕທີ່ມີຄວາມສຳຄັນ ຕໍ່ຊີວິຕ ຂອງພວກເຂົາເຈົ້າ. ສຳຣັບບ່ອນທຳມາຫາກິນນັ້ນ ດຣ. ອະເນກເວົ້າວ່າ

ເຂົາຢາກມີໂອກາດສ ທີ່ຈະດູແລປ່າ ແລະເຂົ້າໄປຫາຂອງກິນໃນປ່າ ເພາະປ່າເປັນ ເໝືອນ supermarket ສຳຣັບເຂົາ

ກ່ຽວກັບໝູ່ບ້ານຕົວຢ່າງ ທີ່ທາງໂຄງການຈັດໄວ້ ເຂົາເຈົ້າ ສເນີໃຫ້ຄອບຄົວລູກຫລານ ຢູ່ໂຮມກັນ ແລະສແດງຄວາມວີຕົກ ອອກມາວ່າຢ້ານທີ່ດິນ ທີ່ຈັດໄວ້ໃຫ້ຫນ້ອຍເກີນໄປ.

ອີກປະການນຶ່ງ ວິທີຕັ້ງບ້ານເຮືອນ ເຊັ່ນການອອກແບບເຮືອນ ເປັນແບບບ້ານຈັດສັນຂອງ ຊາວຕາເວັນຕົກຊັ້ນກາງ ປິ່ນຫນ້າໄປທາງດຽວກັນ. ສ່ວນໄທບ້ານ ຊ້ຳພັດຢາກໄຫ້ເຮືອນ ປິ່ນຫນ້າໄສ່ກັນເປັນກຸ່ມ ໂດຍມີເຄືອຍາຕ ຢູ່ຮ່ວມກັນ ອັນເປັນແນວຄິດແບບຄົນລາວ ຊຶ່ງ ກໍ່ແຕກຕ່າງກັບແນວຄິດ ຂອງບໍຣິສັທ ທີ່ຄຶດແບບຊາວຕາເວັນຕົກ. ໃນທຸກໆທາງເລືອກ ທີ່ບໍຣິສັທສເນີໄປ ໄທບ້ານ ກໍ່ມີຂໍ້ສເນີກັບໄປໝົດ. ເປັນຫນ້າທີ່ຂອງບໍຣິສັທ ທີ່ຈະປັບປຽ່ນ ຕາມຂໍ້ສເນີ ເທົ່າທີ່ຈະເຮັດໄດ້.

ເມື່ອຂ້າພະເຈົ້າ ຖາມວ່າ ເມື່ອໄທບ້ານສເນີໄປແລ້ວ ຫລືວ່າຫລັງຈາກ ສ້າງເຂື່ອນໄປແລ້ວ ຮຽບຮ້ອຍ ແຕ່ບໍຣິສັທ ຫລືຣັຖບານລາວ ບໍ່ປະຕິບັດຕາມຄຳໝັ້ນສັນຍາ ທີ່ຕົກລົງກັນໄວ້ນັ້ນ ແມ່ນຫຍັງຈະເກີດຂຶ້ນ ດຣ.ອະເນກເວົ້າວ່າ

ໃນເວລານີ້ ບໍຣິສັຕຖືກຕິດຕາມ ໂດຍຣັຖບາລລາວ ແລະຣັຖບາລລາວກໍ່ຖືກຕິດຕາມໂດຍ ທະນາຄານໂລກ ມັນມີເງື່ອນໄຂ ຕໍ່ເນື່ອງກັນຢູ່ແບບນີ້...ປະກາຣສຸດທ້າຍຊາວບ້ານສເນີມາ ໂດຍມີເວທີໝູ່ບ້ານທຸກໝູ່ບ້ານ ບັນທຶກເຫລົ່ານີ້ຈະຮັກສາໄວ້ທີ່ຫໍຂ່າວບ້ານ ເພາະສນັ້ນ ຖ້າ ບໍຣິສັທ ບໍ່ເຮັດຕາມຂໍ້ສເນີທີ່ຄຶດວ່າເຮັດໄດ້ ໄທບ້ານຄົງຈະຕໍ່ລອງໃນອະນາຄົຕ ບັດນີ້ໄທບ້ານຮູ້ເຣື້ອງຂັ້ນຕອນ ໃນການໄກ່ເກັ່ຍ ວ່າຄນະບ້ານມີຄວາມສຳຄັນ. ເພາະສນັ້ນ ຖ້າວ່າມີຫຍັງທີ່ເຂົາບໍ່ພໍໃຈ ເຂົາຄົງຈະຕ້ອງມີກົລໄກຮວມຕົວກັນ ເຈຣະຈາກັບ ບໍຣິສັທ ກັບຣັຖບາລລາວ ໃນອານາຄົຕ ຊຶ່ງຕອນນີ້ ມັນມີແຕ່ຂຽນໄວ້ໃນເຈັ້ຍຊື່ໆ.

ເຖິງຢ່າງໃດກໍ່ດີ ດຣ. ອະເນກເຂົ້າໃຈວ່າ ຂບວນການຫາລືນີ້ ກໍ່ເພື່ອໄຫ້ໄທບ້ານຮູ້ວ່າອຳນາດ ການຕໍ່ລອງ ມັນຢູ່ກັບເຂົາເຈົ້າສ່ວນນຶ່ງ ໃນຖານະທີ່ເປັນຜູ້ໄດ້ຮັບຜົລສທ້ອນ ຂໍ້ມູລທັງມົດ ຮ່ວມທັງຈຳນວນເງິນ ແລະງົປະມານທີ່ສເນີໄວ້ ທີ່ໄຫ້ຂໍ້ມູລ ກັບໄທບ້ານວ່າຈະໄດ້ຮັບງົວ ຈັກຕົວເປັນກອງທຶນໝູນວຽນ ເງື່ອນໄຂແນວໃດ ກ່ຽວກັບການຊົ່ດເຊີຍທັງໝົດ ບໍຣິສັຕ ບົ່ງໄວ້ໃນແຜນ ທີ່ເອີ້ນເປັນພາສາອັງຄິດວ່າ Safeguard document ທີ່ມີໄວ້ໃນ poster ແລະ facts sheets ຢູ່ກັບພນັກງານເມືອງ. ເພາະສນັ້ນ ຖ້າບໍຣິສັທ ຫລື ຣັຖບາລບໍ່ປະຕິບັຕຕາມ ຜູ້ເຂົ້າໃຈໃນເຣື້ອງນີ້ດີໃນແຕ່ລະບ້ານກໍ່ມີສິທລຸກຂຶ້ນມາທວງຖາມ.

ໃນທີ່ສຸດ ດຣ.ອະເນກສລຸບວ່າ ເຣື້ອງນີ້ຂຶ້ນຢູ່ກັບສາມຝ່າຍ ນຶ່ງ ກົລໄກຂອງໄທບ້ານຕ້ອງ ແຂງແຮງ ສອງ ບໍຣິສັທ ແລະຣັຖບາລລາວ ຕ້ອງຮັບຜິດຊອບ ກ່ຽວກັບເຣື້ອງທີ່ຮັບຟັງມາ ສາມ ທະນາຄານໂລກ ຫລື ADB ເປັນຜູ້ຢູ່ພາຍນອກ ແລະເປັນຜູ້ຮັກສາກະຕິກາ. ຍ້ອນວ່າຂບວນການນີ້ ຫາກໍ່ເລີ້ມມາໄດ້ບໍ່ດົນ ທ່ານເອງຮູ້ສຶກວ່າ ຕ້ອງອາໄສຊື່ມວນຊົນ ແລະ ພາກປະຊາຄົມໃນລາວ ເພື່ອຕິດຕາມເຣື້ອງນີ້ ເພາະລຳພັງ ທະນາຄານໂລກ ແລະ ທະນາຄານພັທນາເອເຊັຍ ບໍຣິສັທ ແລະຣັຖບາລລາວ ເປັນຜູ້ມີສ່ວນໄດ້ສ່ວນເສັຍ ເພາະ ສນັ້ນຈຶ່ງຕ້ອງຫາຄົນກາງເຂົາມາມີສ່ວນ ເພື່ອໃຫ້ມີຄວາມກ້ຳເກິ່ງ ທ່ານກ່າວໃນທີ່ສຸດ.

ສັປະດາຫນ້າ ຂ້າພະເຈົ້າ ຈະນຳເອົາເຣື້ອງບໍຣິຫາຣເງິນຣາຍໄດ້ ຈາກໂຄງການນ້ຳເທີນສອງມາສເນີທ່ານ.

ສບາຍດີ

ອ່ານຂ່າວ ທີ່ກ່ຽວຂ້ອງ