ບົດວິເຄາະ

ກ່ຽວກັບປະເທດລາວ ແລະປະເທດອື່ນໆ

ໄທຈະຕັດສີນ ຄະດີຍຶດຊັພ ທັກສິນ ຊີນະວັດ

2010-02-08

ວັນທີ່ 26 ກຸມພາ ທີ່ຈະມາເຖິງນີ້ ສານສູງສຸດ ຂອງໄທ ຈະຕັດສີນ ຄະດີຍຶດຊັພ ຂອງອາດີດ ນາຍົກ ຣັຖມົນຕຣີ ທັກສິນ ຊີນະວັດ. ພວກກຸ່ມເສື້ອແດງ ກໍາລັງກົດດັນ ໃສ່ຣັຖບານ ຂອງທ່ານ ອະພິສິດ ເວຊຊາຊີວະ. ການເມືອງ ພາຍໃນຂອງໄທ ເຮັດໃຫ້ເກີດຜົນ ສະທ້ອນເຖິງກຸ່ມ ASEAN ຢ່າງໃດແດ່ ພົງສວັນ ໄດ້ຮິບໂຮມ ຂໍ້ມູນກ່ຽວກັບ ເຣື້ອງນີ້ ຊຶ່ງ ວຽງໄຊ ຈະນຳມາ ສເນີທ່ານ ໃນອັນດັບຕໍ່ໄປ ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ກອງປະຊຸມຄັ້ງທີ 9 ພັກປະຊາຊົນ ປະຕິວັດລາວ

2010-02-05

ກ່ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງຈະມີຂຶ້ນ ໃນຕົ້ນປີ 2011 ຄນະພັກເມືອງ, ຄນະພັກແຂວງ ແລະ ຄນະພັກຮາກຖານ ໃນທົ່ວປະເທດ ພາກັນຂຸ້ນຂ້ຽວ ດໍາເນີນ ກອງປະຊຸມ ຂອງຕົນ ຢ່າງເປັນຂະບວນ ຮວມທັງມີການ ສະຫລຸບ ລາຍງານກ່ຽວກັບ ວຽກງານຮອບດ້ານ ໃນສົກປີ 2008-2009 ແລະ ວາງທິດທາງ ແຜນການສົກ ປີ 2009-2010. ຈຳປາທອງ ມີລາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ … ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ກອງປະຊຸມເພື່ອ Haiti ໃນເຫດການແຜ່ນດີນໄຫວ

2010-01-29

ເມື່ອສອງສັປດາ ຜ່ານມາປະເທດ Haiti ປະສົບກັບເຫດການ ແຜ່ນດີນໄຫວຢ່າງຮ້າຍແຮງ ຕິດຕາມມາດ້ວຍການສັ່ນສະເທືອນ ຂອງແຜ່ນດີນ ອີກຫລາຍສິບເທື່ອ ເຮັດໃຫ້ປະເທດ ທີ່ທຸກຍາກທີ່ສຸດ ໃນຊີກເໜືອຂອງໂລກ ຍິ່ງທຸກຍາກລົງໄປອີກຕື່ມ ຈົນເຮັດໃຫ້ ປະຊາຄົມໂລກ ຕ້ອງຍື່ນມືເຂົ້າຊ່ວຍເຫລືອ ໂດຍໄດ້ປະຊຸມກັນ ຢູ່ທີ່ນະຄອນ Montreal ປະເທດ Canada ເພື່ອວາງແຜນປົວແປງ Haiti ໃຫ້ຄືນສະພາບເດີມ ຫຼືດີຂື້ນກວ່າເກົ່າ ວຽງໄຊ ມີຣາຍງານກ່ຽວກັບ ເຣື້ອງນີ້ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ການແຊກແຊງໃນກິຈການ Google ຂອງສປຈີນ

2010-01-26

ບັນຫາທີ່ເຮັດໃຫ້ ສະຫະຣັຖ ແລະສປຈີນ ຂັດໃຈກັນ ກໍນັບວ່າມີຫລາຍ ສົມຄວນແລ້ວ ແຕ່ເມື່ອມໍ່ໆມານີ້ ຊ້ຳພັດມີເຣື້ອງບໍຣິສັດດ Google ຍັກໃຫຍ່ອະເມຣິກັນດ້ານ internet ຂູ່ວ່າຈະຖອນ ກິຈການ ອອກຈາກປະເທດຈີນ ຍ້ອນທົນຕໍ່ການ ແຊກແຊງ ແລະ ກວດກາຢ່າງເຂັ້ມງວດ ຂອງທາງການຈີນ ອີກຕໍ່ໄປບໍ່ໄຫວ. ບັນຫາຂັດແຍ້ງລ້າສຸດ ເກີດຂຶ້ນໄດ້ແນວໃດ ແລະມີຄວາມສຳຄັນ ຕໍ່ຣັຖບານ ສະຫະຣັຖຫລາຍປານໃດ ຈຶ່ງເຮັດໃຫ້ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອອກມາໃຫ້ຄວາມຄິດວາມເຫັນ ກ່ຽວກັບບັນຫາ ດັ່ງກ່າວ ຊຶ່ງວຽງໄຊ ຈະສເນີຣາຍລະອຽດ ສູ່ທ່ານຟັງ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ຄົມນາຄົມເຊື່ອມໂຍງ ລາວ-ໄທແລະວຽດນາມ

2010-01-25

ໃນບົດວິຈັຍ ຫລາຍສັປດາມາແລ້ວ ເຮົາໄດ້ເວົາເຖິງ ເຂດພັທນາເສຖກິດ ຊຶ່ງກ່ຽວພັນກັບລາວ ແລະປະເທດເພື່ອນບ້ານ ຫລາຍໂຄງການ. ນຶ່ງໃນເງື່ອນໄຂ ທີ່ຈະເຮັດໃຫ້ໂຄງການ ເຫລົ່ານີ້ ບັນລຸຜົນ ໄດ້ຄືເສັນທາງ ຄົມນາຄົມ. ມື້ນີ້ ພົງສວັນ ໄດ້ຮິບໂຮມຂໍ້ມູນຕ່າງໆ ກ່ຽວກັບເສັ້ນທາງ ຄົມນາຄົມ ທີ່ເຊື່ອມໂຍງຣະຫວ່າງ ລາວ-ໄທ ແລະວຽດນາມ ຕາມເສັ້ນທາງໝາຍ ເລຂເກົ້າ ຊຶ່ງ ວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ວຽງຈັນ ພາຍຫລັງການລົງທຶນ ຈາກຕ່າງປະເທດ

2010-01-19

ໃນບົດວິເຄາະ ປະຈຳວັນທີ່ 21 ກັນຍາຜ່ານມາ ເຮົາໄດ້ເວົາເຖິງ ປວັດຄວາມເປັນມາ ຂອງນະຄອນ ຫລວງວຽງຈັນ ຕັ້ງແຕ່ ສມັຍພຣະເຈົ້າ ໄຊຍະເສຖາທິຣາດ ຈົນເຖິງປັດຈຸບັນ. ສຳຫລັບມື້ນີ້ ພົງສວັນ ໄດ້ຮິບໂຮມຂໍ້ມູນ ກ່ຽວກັບການປ່ຽນແປງ ຂອງ ນະຄອນຫລວງວຽງຈັນ ພາຍຫລັງທີ່ມີ ການເປີດກ້ວາງ ຮັບເອົາການລົງທຶນ ຈາກຕ່າງປະເທດ ແລະ ພາຍຫລັງການເຂົ້າ ເປັນສມາຊິກ ຂອງກຸ່ມອາຊ້ຽນ ຊຶ່ງ ວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ຍາຕພີ່ນ້ອງມົ້ງລາວ ໃນສະຫະຣັດ ອະເມຣິກາ

2010-01-15

ໃນຂະນະ ທີ່ຊາວມົ້ງລາວ ຫລາຍພັນຄົນ ໃນຣັຖ Minnesota ສະຫະຣັຖ ອະເມຣີກາ ຕ່າງຄົນຕ່າງມີຄວາມ ເປັນຫວ່ງນຳ ຊາຕາກັມ ຊາວມົ້ງລາວ ສີ່ພັນກ່ວາຄົນ ຊື່ງເປັນຍາຕພີ່ນອ້ງ ຂອງພວກຕົນ ທີ່ຖືກທາງການໄທ ຈັດສົ່ງຄືນໄປ ສປປລາວ ແລະ ຂາດການຕິດຕໍ່ ແບບບໍ່ມີຮ່ອງຮອຍ ແລ້ວນັ້ນ ບາງຄົນ ກໍໄດ້ສົ່ງຂ່າວໄປ ໃຫ້ພີ່ນ້ອງຂອງຕົນ ໃຫ້ຕັ້ງຈິດຕັ້ງໃຈໃໝ່ ເພື່ອເປັນ ພົລເມືອງດີຊອງຊາດ ແລະຢ່າພາກັນ ໜີເຂົ້າ ປະເທດໄທ ອີກ ພ້ອມດຽວກັນນັ້ນ ກໍຮຽກຮ້ອງໃຫ້ ຣັຖບານລາວ ໃຫ້ຄວາມຮັກ ແລະ ຄວາມເມດຕາປານີ ແກ່ພວກເຂົາເຈົ້າ ຄືກັນກັບ ປະຊາຊົນຂອງຕົນ. Maysoly ມີຣາຍງານ ກ່ຽວກັບ ເຣື່ອງນີ້ມາ ສເນີທ່ານ ໃນອັນດັບຕໍ່ໄປ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"