ຂ່າວ ຕ່າງປະເທດ

ຂ່າວ ໃນພາກພື້ນ ເອເຊັຍ ໃນລະຍະນີ້ ແມ່ນ ໂຣກໄຂ້ຫວັດໃໝ່ ສາຍພັນ A/H1N1,​ ການກັກຂັງ ຫົວໜ້າ ພັກຝ່າຍຄ້ານ ໃນພະມ້າ,​ ການເລືອກຕັ້ງ ໃນປະເທດ ອີ່ຣານ, ການທົດລອງ ອາວຸດນິວຄະເລັຍ ຂອງເກົາຫລີເໜືອ ແລະ ອື່ນໆ

ສປຈີນເພີ້ມກາຣສືບສອດແນມ ສະຫະຣັຖຫລາຍກວ່າເກົ່າ

2009-11-20

ສປຈີນ ເພີ່ມມາຕກາຣ ທາງກາຣສືບສອດແນມ ສະຫະຣັຖຫລາຍກວ່າເກົ່າ ໂດຽສະເພາະໃນຣະຍະ ທີ່ຈີນກຳລັງກ້າວຂຶ້ນ ເປັນປະເທສມະຫາອຳນາຈ ໃນເອເຊັຽ ດ້ວຍກາຣໃຊ້ ຣະບົບອິນເຕີເນັຕຕ່າງໆ.

ໂອບາມາເວົ້າຕໍ່ຜູ້ນໍາຈີນວ່າ ແຕ່ລະຊົນເຜົ່າມີສິດທິມະນຸສ ດ້ວຍກັນ

2009-11-18

ປະທານາທິບໍດີ ສະຫະຣັຖ ບອກກັບ ຜູ້ນໍາຈີນ ວ່າ ຊົນຊາດຊົນເຜົ່າ ສ່ວນນ້ອຍ ໝົດທຸກເຜົ່າ ມີສິດປະຕິບັດ ສິດທິມະນຸສ ຂອງຂະເຈົ້າ.

ສະຫະຣັຖແລະຈີນ ຈະເຈຣະຈາຫາລື ປະເດັນສິດທິມະນຸສ

2009-11-17

ສະຫະຣັຖແລະສປຈີນ ເຫັນດີຮ່ວມກັນວ່າ ແຕ່ລະປະເທດ ແລະປະຊາຊົນ ໃນປະເທດຂອງຕົນ ມີສິດທີ່ຈະເລືອກ ທາງເດີນຂອງຕົນເອງ ແລ້ວກໍເຫັນດີ ທີ່ຈະຈັດກອງປະຊຸມ ກ່ຽວກັບປະເດັນ ສິດທິມະນຸສ ຢູ່ນະຄອນຫລວງ Washington ພາຍໃນທ້າຍເດືອນ ກຸມພາ 2010 ອີງຕາມຖແລງການຮ່ວມ ຈີນ-ສະຫະຣັຖ ທີ່ເປີດເຜີຍ ມື້ວັນອັງຄານ ທີ17 ພຶສຈິກາ 2009ນີ້.

ໂອບາມາ ຊື່ນຊົມໃນຄວາມສໍາເຣັດ ຂອງສປຈີນ

2009-11-17

ປະທານາທິບໍດີ ສະຫະຣັຖ ອະເມຣິກາ ສັລເສີນ ສປຈີນໃນຖານະ ເປັນປະເທດ ທີ່ເຂັ້ມແຂງ ແລະມີຜົລສໍາເຣັດ.

ກຸ່ມປົກປ້ອງສິດທິດມະນຸດ ເວົ້າວ່າ "ຄຸກລັບ" ຂອງຈີນ ຄວນຖືກທໍາລາຍ

2009-11-13

ກຸ່ມປົກປ້ອງ ສິດທິດມະນຸດ ປະນາມ ຄຸກລັບ ຂອງສປຈີນ ກ່ອນການຢ້ຽມຢາມ ຂອງປະທານາທິບໍດີ ສະຫະຣັຖ.

ທ່ານ ບາຣັກ ໂອບາມາ ຢ້ຽມຢາມເອເຊັຍ

2009-11-13

ໃນຖານະ ປະທານາທິບໍດີ ສະຫະຣັດອະເມຣິກາ ທ່ານ ບາຣັກ ໂອບາມາ ໄດ້ອອກ ເດີນທາງໄປຢ້ຽມຢາມ ເອເຊັຍ ເປັນຄັ້ງທຳອິດ ໃນວັນພະຫັດນີ້. ທ່ານຈະໄປຢ້ຽມຢາມ ຍີ່ປຸ່ນ ເປັນປະເທດທຳອິດ ແລະຕໍ່ໄປກໍຈະແມ່ນ ປະເທດສິງກະໂປ ຈີນ ແລະ ເກົາຫລີໄຕ້. ການຢ້ຽມຢາມ ປະເທດຕ່າງໆທັງໝົດນັ້ນ ຈະໃຊ້ເວລາ ນຶ່ງອາທິດ.

ສະຫະຣັດຮຽກຮ້ອງກຸ່ມອາຊຽນ ຊຸກຍູ້ພະມ້າ ໃຫ້ເລືອກຕັ້ງ ແບບເສຣີ

2009-11-12

ສະຫະຣັດອະເມຣິກາ ຮຽກຮ້ອງໃຫ້ ບັນດາປະເທດ ໃນ ເອເຊັຍ ຊຸກຍູ້ພະມ້າ ໃຫ້ມີການເລືອກຕັ້ງ ແບບເສຣີ ແລະຍຸຕິທັມ.

ດໍາເນີນ ຄະດີດ ອັອງ ຊານ ຊູ ຈິ

ຍານາງ ອັອງ ຊານ ຊູ ຈິ, ຜູ້ນໍາພັກ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ, ທີ່ຖືກກັກຂັງ ປະເຊີນ ກັບ ການດໍາເນີນຄະດີ ອີກຄັ້ງໃໝ່ ທີ່ບໍ່ແນ່ນອນ.

ທ່ານ Bill Clinton ເດີນທາງໄປ ປະເທດ ເກົາຫລີເໜືອ

ອາດີດປະທານາທິບໍດີ ສະຫະຣັຖອະເມຣິກາ ທ່ານ Bill Clinton ໄດ້ເດີນທາງໄປເຖິງ ປະເທດເກົາຫລີເໜືອ ແລ້ວໃນວັນອັງຄານນີ້ ຕາມລາຍງານຂອງ ອົງການຂ່າວທາງການ ເກົາຫລີເໜືອ.

ຊາວວີກເກີ ແລະ ຊາວຮັ໋ນ ປະທະກັນ

ເຫດການ ຈະລາຈົນ ຣະຫວ່າງ ຊາວຮັ໋ນຈີນ ແລະ ຊາວມຸສລິມ ວິກເກີ ໃນເຂດຊິນຈຽງ ເຣີ່ມແຕ່ວັນອາທິດມາ ມີຜູ້ເສັຍຊີວິດແລ້ວ 156, ບາດເຈັບ 800 ກ່ວາຄົນ, ແລະ ຖືກຈັບ 1400 ກ່ວາຄົນ.

ທຽນອັນເໝີນ ວີດີໂອ
ກົດ ບ່ອນນີ້ ເບິ່ງພາບໃຫຍ່

ໃນວາຣະ ໂອກາສຄົບຮອບ 20ປີ ຂອງເຫຕກາຣ ທີ່ທາງກາຣ ສປຈີນ ໃນມື້ວັນ ພະຫັດ ທີ່4 ມີຖຸນາ 2009 ນີ້ນັ້ນ ທາງກາຣຈີນ ກໍບໍ່ປາກົດ ມີພິທີກາຣ ອັນໃດ ອັນໜື່ງເລີຽ ນອກຈາກທີ່ວ່າ ໄດ້ສົ່ງກຳລັງ ເຈົ້າໜ້າທີ່ ຈຳນວນຫລາຍ ເພີ່ມຂື້ນເພື່ອໄປ ຮັກສາຄວາມ ສງົບຕາມເຂຕ ບໍຣິເວນ ຂອງຈະຕຸຣັຕ ທຽນອັນເໝີນ ພ້ອມກັບມີ ກາຣຕິດຕາມ ສີ້ງຊອມເບີ່ງ ຕາມນັກທ່ອງທ່ຽວ ໂດຽທົ່ວໄປ.