ເກີດເຫດແຜ່ນດິນໄຫວ ທີ່ໃຕ້ຫວັນ ໃນວັນຈັນນີ້ ເຮັດໃຫ້ຍີ່ປຸ່ນ ຊຶ່ງເປັນປະເທດ ທີ່ຢູ່ໃກ້ຄຽງນັ້ນ ເຕືອນໄພ ຟອງຍັກ tsunami ຢ່າງຮີບດ່ວນ ແຕ່ກໍຍັງບໍ່ທັນ ມີຣາຍງານກ່ຽວກັບ ຜູ້ໄດ້ຮັບບາດເຈັບ ຫລືຄວາມເສັຽຫາຍ ຍ້ອນໃດໆເທື່ອ.
ຕາມຣາຍງານຂ່າວຈາກ ນະຄອນ Taipei ມີເຫດແຜ່ນດິນໃຫວ ທີ່ເກີດຂຶ້ນໃນ ເວລາ8ໂມງ5ນາທີ ຕອນເຊົ້າ ຂອງວັນຈັນນີ້ ຕາມເວລາທ້ອງຖີ່ນ ມີຈຸດໃຈກາງ ສັ່ນສະເທືອນຢູ່ Hualien ຕົວເມືອງທາງດ້ານ ຕາເວັນອອກສ່ຽງໃຕ້ ຂອງຊາຍຝັ່ງທະເລ ດ້ານຕາເວນອອກ ຂອງໃຕ້ຫວັນ ມີຄວາມແຮງ6.7 ຕາມການຄໍານວນຂອງ ສູນສໍາຣວດດ້ານ ທໍຣະນີສາດ ຂອງສະຫະຣັດ ອະເມຣິກາ ພາຍຫລັງທີ່ໄດ້ ຄໍານວນເບື້ອງຕົ້ນ 6.9.
ໃຕ້ຫວັນຊຶ່ງຕັ້ງຢູ່ ທາງທິດຕາເວັນອອກ ສ່ຽງໃຕ້ຂອງຈີນ ໃນອ່າວມະຫາສມຸດ ປາຊີຟິກ ມັກເກີດແຜ່ນດິນໃຫວ ຢູ່ເລື້ອຍ. ໃຕ້ຫວັນຂນະນີ້ ຢູ່ຣະຫວ່າງ ການຟື້ນຕົວຈາກ ພະຍຸໃຕ້ຝຸ່ນ ທີ່ພັດຜ່ານເຂົ້າ ໃຕ້ຫວັນເມື່ອ ວັນທີ8ຜ່ານມາ ອັນເຮັດໃຫ້ເກີດດິນເຈື່ອນ ແລະນໍ້າຖ້ວມ ໄປທົ່ວຊຶ່ງ ປະທານາທິບໍດີ Ma Ying-jeou ຄາດຄະເນໃນ ທັນທີວ່າ ຜູ້ເສັຽຊີວິດຍ້ອນ ຈະມີຫລາຍກວ່າ 500ຄົນ.
ເຫດແຜ່ນດິນໄຫວ ທີ່ຮ້າຍແຮງທີ່ສຸດ ຄັ້ງນຶ່ງຂອງໃຕ້ຫວັນ ເກີດຂຶ້ນໃນເດືອນ ກັນຍາ ປີ1999 ມີຄວາມແຮງສັ່ນສະເທືອນ 7.6 ຕາມການວັດແທກ Richter ເຮັດໃຫ້ມີຜູ້ ເສັຽຊີວິດຍ້ອນ ຫລາຍກວ່າ2400ຄົນ ແລະສ້າງຄວາມເສັຽຫາຍ ແກ່ຕຶກອາຄານ 50ພັນຫລັງ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ເກົາຫລືເໜືອ ມີເປົ້າໝາຍ ຈຳກັດສິດແມ່ຍິງ
ກອງປະຊຸມ ສຸດຍອດອາຊ໊ຽນ ຄັ້ງທີ່ 15 ໄດ້ສີ້ນສຸດລົງ
ກັມພູຊາ ຈັດກອງປະຊຸມ ແກ້ໄຂບັນຫາ ພັຍທັມມະຊາຕ
ສະມາຊິກ ສະພາສູງ ສະຫະຣັຖ ວ່າຄວນມີ ກາຣຄ້າເສຣີ ຮ່ວມກັບ ກຸ່ມອາຊ໊ຽນ
ປະເທດ ໃນຂົງເຂດພູມີພາກ ແມ່ນ້ຳຂອງ ຄວນແກ້ໄຂ ສະພາບອາກາດ ຮ່ວມກັນ
ສະຫະຣັດ ແລະ ພະມ້າ ມີກຳນົດພົບກັນ
ອົພຍົບ ຈາກ ພະມ້າ ເຂົ້າໄປ ຈີນ ໜ້ອຍລົງ
ແຜນຍຸທສາທໃໝ່ ໃນກາຣຕໍ່ສູ້ເພື່ອ ມະນຸສທັມ
ຣັຖບານພັດຖີ່ນ ຈັດຕັ້ງ ຂະບວນການ ເພື່ອ ປະຊາທິປະໄຕ ໃນອິນໂກເນເຊັຍ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.