ມີຜູ້ເສັຍຊີວິດ ຕື່ມອີກ 2 ຄົນ ຍ້ອນ ໂຣກໄຂ້ຫວັດ ສາຍພັນໃໝ່ ຢູ່ ປະເທດໄທ ແລະ ຢູ່ຈີນ 1 ຄົນ.
ກະຊວງ ສາທາຣະນະສຸກໄທ ຢືນຢັນ ມື້ວັນພຸດນີ້ວ່າ ມີຄົນເສັຍຊີວິດ ຕື່ມອີກ 2 ຄົນ ຍ້ອນຕິດເຊື້ອໂຣກໄຂ້ຫວັດ ສາຍພັນໃໝ່ H1N1. ຜູ້ທີ 4 ແມ່ນຜູ້ຊາຍອາຍຸ 45 ປີ ເປັນຄົນ ດື່ມເຫລົ້າ ແລະ ດູດຢາໜັກ, ສ່ວນຜູ້ທີ 5 ແມ່ນ ຜູ້ຍິງອາຍຸ 15 ປີ ຜູ້ທີ່ໄດ້ຮັບ ການປິ່ນປົວຢູ່ ໂຮງໝໍ ຊົນບຸຣີ.
ຜູ້ຈັດການ ຈາກໂຮງໝໍ ຣາຊວິຖີ ດຣ ວາຣຸນີ ຈິນນະຣາດ ກ່າວວ່າ ຜູ້ຊາຍທີ່ ຕິດເຊື້ອໂຣກໄຂ້ຫວັດ ສາຍພັນ ເອ ເສັຍຊີວິດ ຍ້ອນຫົວໃຈລົ້ມເຫລວ. ເຖິງຢ່າງໃດກໍຕາມ ອາການ ຂອງຜູ້ກ່ຽວ ມື້ກ່ອນນີ້ ກໍຢູ່ໃນເຂດ ອັນຕະລາຍ ຢູ່ແລ້ວ.
ຣັຖມົນຕຣີ ກະຊວງສາທາຣະນະສຸຂ ທ່ານ ວິທະຍາ ຂຽວປາຣາໄດ ກ່າວວ່າ ເດັກຍິງ ທີ່ເສັຍຊີວິດ ກໍມີບັນຫາດ້ານສຸຂພາບ ຫລາຍຢ່າງ ຄື ໂຣກຄວາມຕ້ານທານຕໍ່າ ໂຣກເບົາຫວານ ແລະ ຍັງມີເນື້ອງອກ ໃນສໝອງອີກ.
ກະຊວງສາທາຣະນະສຸຂໄທ ຢືນຢືນວ່າ ທັງໝົດ ມີຜູ້ຕິດເຊື້ອໂຣກໄຂ້ຫວັດ ສາຍພັນໃໝ່ ຮອດ 1,473 ຄົນ, 1.448 ຄົນ ໄດ້ຮັບການປິ່ນປົນຈົນ ຫາຍເຊົາ, ອີກ 22 ຄົນ ຍັງຮັກສາພະຍາບານຢູ່.
ໃນຂະນະດຽວກັນ ຜູ້ປ່ວຍຕິດເຊື້ອໂຣກ ໄຂ້ຫວັດ ສາຍພັນໃໝ່ ໃນຈີນ ຄົນ 1 ໄດ້ເສັຍຊີວິດ ແຕ່ຍ້ອນ ເຫດການອຸບັດຕິເຫດ ຊຶ່ງທາງການ ເຈົ້າໜ້າທີ່ ຕຳຣວດທ້ອງຖິ່ນ ແລະ ເຈົ້າໜ້າທີ່ ໂຮງໝໍ ກຳລັງສືບສວນ ຢູ່ ເພາະອາການໄຂ້ ໂຕຮ້ອນ ຂອງນາງ ກໍເປັນປົກກະຕິ ດີແລ້ວ ມີແຕ່ອາການໄອ ເປັນບາງຄັ້ງບາງຄາວ ເລັກນ້ອຍ ແຕ່ເມື່ອພົບເຫັນ ນາງໄດ້ເສັຍຊີວິດຢູ່ ຫ້ອງນ້ຳ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ສາທາຣະນະສຸຂປ່າວເຕືອນ ໃຫ້ປະຊາຊົນ ຮັກສາສຸຂພາບ
ນັກຮຽນແຂວງອັຕປື ຕິດໄຂ້ຫວັດໝູ A/H1N1 ຫົກຄົນ
ອະນາມັຍລາວ ຮ່ວມກັບ ອະນາມັຍໂລກ ວາງແຜນຄວບຄຸມ ໂຣຄຕິດຕໍ່ ໃນຊ່ວງ ກິລາຊີເກມສ໌
ເກົາຫລີໃຕ້ ຊ່ວຍເຫລືອໂຄງການຮັກສາ ສຸຂພາບຜູ້ເຖົ້າ
ໂອງການ ອະນາມັຍໂລກ ຊ່ວຍ ສປປ ລາວ ປ້ອງກັນ ໄຂ້ຫວັດໝູ
ຣັຖບານ ຂາດລາຍຮັບ ຍ້ອນຊາວລາວຂາດ ອະນາໄມ ແລະ ສຸຂພິບານ ບໍ່ໄດ້ ມາຕຖານ
ອາຫານ ເຄື່ອງອຸປໂພຄ ໃນເຂດ ເສຖກິດ ພິເສດ ຂາດອາຍຸ ໝົດຄຸນນະພາບ
ຈຳນວນຜູ້ປ່ວຍ ຕິດເຊື້ອ ໄຂ້ຫວັດໝູ ສາຍພັນ A/H1N1 ໃນລາວ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.