ຈຳນວນຜູ້ອົພຍົບ ຊາວພະມ້າ ທີ່ເຂົ້າໄປ ລີ້ພັຍໃນຈີນ ຫລຸດຜ່ອນລົງ.
ຊາວອົພຍົບຈາກພະມ້າເຂົ້າໄປໃນຊາຍແດນຂອງປະເທດຈີນ ກຳລັງເລີ້ມມູ້ງໜ້າກັບຄືນບ້ານເດີມຫລັງຈາກການສູ້ລົບສີ້ນສຸດ ລົງໃນວັນທີ31ສິງຫາ2009.
ລາຍງານຂ່າວຈາກ AP ໃນເຂດນັນຊັນ ປະເທດຈີນ ເປີດເຜີຍໃນມື້ ວັນຈັນທີ31ສິງຫາ ນີ້ວ່າ, ຈຳນວນອົພຍົບ ພະມ້າທີ່ຂ້າມໄປ ໃນເຂດຊາຍແດນຈີນ ເພື່ອຫລົບໜີ ການຕໍ່ສູ້ກັນໃນພະມ້າ, ຫລຸດຜ່ອນລົງ ຫລັງຈາກທີ່ປາກົດວ່າ ກອງກຳລັງຝ່າຍ ຣັຖບານປາບປາມ ກຸ່ມທະຫານຊົນເຜົ່າໄດ້.
ກຸ່ມຜູ້ກໍ່ການ ຈະຣາຈົນ ຫລາຍຮ້ອຍຄົນສ່ວນຫລາຍ ເປັນຊົນເຜົ່າ ໃນເຂດໂກກ້າງຂອງຈີນ, ໄດ້ໜີອອກຈາກ ເຂດປະທະກັນ ທາງພາກຕາເວັນອອກ ສ່ຽງເໜືອຂອງ ພະມ່າ, ພາກັນມອບອາວຸດ ແລະ ຊຸດເຄື່ອງນຸ່ງທະຫານ ໃຫ້ເຈົ້າໜ້າທີ່ ຕຳຣວດຈີນໃນເຂດ ຊາຍແດນ, ຂ້າມໄປຢູ່ເຂດ ປອດພັຍຫລັງຈາກ ການປະທະກັນ ຫລາຍມື້.
ກຸ່ມທະຫານປົກຄອງ ພະມ້າກ່າວວ່າ ການຕໍ່ສູ້ສາມມື້ ເຮັດໃຫ້ທະຫານ ຝ່າຍຣັຖບານເສັຍ ຊີວິດ26ຄົນ ແລະ ຢ່າງນ້ອຍກຸ່ມ ຈະຣາຈົນ ກໍເສັຍຊີວິດ8ຄົນ. ກຸ່ມທະຫານ ປົກຄອງ ຍັງກ່າວອີກວ່າ ການຕໍ່ສູ້ກັນ ໄດ້ສີ້ນສຸດລົງ ແລະຂົງເຂດນີ້ ກໍກັບຄືນສູ່ ຄວາມສງົບອີກ ເຊັ່ນເຄີຍ.
ສະຫະປະຊາຊາດ ແລະເຈົ້າໜ້າທີ່ ຈີນກ່າວວ່າ ອົພຍົບພົລເຮືອນ 30,000ກວ່າຄົນ ໄດ້ຫລົບໜີການ ສູ້ຮົບ, ເຂົ້າໄປໃນເຂດ ຊາຍແດນຈີນ ໃນອາທິດຫລັງນີ້ ຫລັງຈາກ ທີ່ທະຫານຝ່າຍ ຣັຖບານພະມ້າ ບຸກເຂົ້າໄປ ໃນເຂດໂກກ້າງ ຊຶ່ງປົກຄອງໂດຍ ກອງທະຫານທ້ອງຖິ່ນ.
ເຖິງຢ່າງໃດກໍຕາມ ແຫລ່ງຂ່າວ AP ກໍບໍ່ສາມາດ ແຈ້ງຈຳນວນ ທີ່ແທ້ຈິງຂອງ ພວກອົພຍົບໄດ້ດ ຍ້ອນວ່າມີການ ຫ້າມຜູ້ສື່ຂ່າວ ເຂົ້າໄປໃນເຂດ ສູນອົພຍົບ ແຕ່ຈຳນວນ ກໍໄດ້ ຫລຸດໜ້ອຍລົງ ໃນມື້ວັນຈັນນີ້.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ເກົາຫລືເໜືອ ມີເປົ້າໝາຍ ຈຳກັດສິດແມ່ຍິງ
ກອງປະຊຸມ ສຸດຍອດອາຊ໊ຽນ ຄັ້ງທີ່ 15 ໄດ້ສີ້ນສຸດລົງ
ກັມພູຊາ ຈັດກອງປະຊຸມ ແກ້ໄຂບັນຫາ ພັຍທັມມະຊາຕ
ສະມາຊິກ ສະພາສູງ ສະຫະຣັຖ ວ່າຄວນມີ ກາຣຄ້າເສຣີ ຮ່ວມກັບ ກຸ່ມອາຊ໊ຽນ
ປະເທດ ໃນຂົງເຂດພູມີພາກ ແມ່ນ້ຳຂອງ ຄວນແກ້ໄຂ ສະພາບອາກາດ ຮ່ວມກັນ
ສະຫະຣັດ ແລະ ພະມ້າ ມີກຳນົດພົບກັນ
ແຜນຍຸທສາທໃໝ່ ໃນກາຣຕໍ່ສູ້ເພື່ອ ມະນຸສທັມ
ຣັຖບານພັດຖີ່ນ ຈັດຕັ້ງ ຂະບວນການ ເພື່ອ ປະຊາທິປະໄຕ ໃນອິນໂກເນເຊັຍ