ຍານາງ ອັອງ ຊານ ຊູ ຈິ, ຜູ້ນໍາພັກ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ, ທີ່ຖືກກັກຂັງ ປະເຊີນ ກັບ ການດໍາເນີນຄະດີ ອີກຄັ້ງໃໝ່ ທີ່ບໍ່ແນ່ນອນ.
ຊາວອົພຍົບພະມ້າທີ່ບັງກລາເທດຍົກປ້າຍຮຽກຮ້ອງຢູ່ຕໍ່ໜ້າ ສານສູງສຸດ(Bangladesh High Court in Dhaka) ໃນວັນທີ່7ສິງຫາ2009ວັນຄົບຮອບ21ປີຂອງການປະທ້ວງ ເພື່ອປະຊາທິປະຕັຍໃນພະມ້າຊື່ງເຮັດໃຫ້ມີປະຊາຊົນນັກສຶກສາ ແລະຄູບາອາຈານໄດ້ເສັຽຊີວິດໄປຢ່າງນ້ອຍ3000ຄົນຍ້ອນການ ປາບປາມຂອງຣັຖບານ.
ຍານາງ ອັອງ ຊານ ຊູ ຈິ, ຜູ້ນໍາພັກ ຝ່າຍຄ້ານ ເພື່ອປະຊາທິປະໄຕ ປະເຊີນ ກັບການດໍາເນີນຄະດີ ທີ່ບໍ່ມີຄວາມແນ່ນອນ ໃນອາທິດນີ້ ທ່າມກາງ ການປະນາມ ການດໍາເນີນຄະດີ ຂອງນາໆຊາດ, ພ້ອມກັບ ການດໍາເນີນ ຄະດີ ຊາວອະເມຣິກັນ ທີ່ບໍ່ສະບາຍ ຖືກເລື່ອນການຕັດສິນ ອອກໄປອີກ, ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ເອັຟ ພີ ໃນມື້ວັນທີ 9 ນີ້.
ສານ ດໍາເນີນຄະດີ ຈະກໍານົດ ການດໍາເນີນຄະດີ ຍານາງ ອັອງ ຊານ ຊູ ຈິ ແລະ ຊາວອາເມຣິກັນ ຄື ທ່ານ ຈອນ ເຢັດທໍ, ໃນເວລາ ທີ່ມີການພົບພໍ້ກັນ ໃນມື້ວັນອັງຄານ ໂດຍຄາດວ່າ ຈະເປັນການດໍາເນີນ ຄະດີ ຄັ້ງສຸດທ້າຍ ພາຍຫລັງ ທີ່ໄດ້ດໍາເນີນຄະດີມາ ເກືອບເຖິງ 3 ເດືອນ.
ແຕ່ວ່າ ບັນດາ ນັກການທູດ ແລະ ເຈົ້າໜ້າທີ່ ເວົ້າວ່າ ອາດຈະມີ ການເລື່ອນອອກໄປອີກ ເພາະວ່າ ທ່ານ ເຢັດທໍ, ຜູ້ທີ່ ກໍ່ໃຫ້ເກີດ ຄະດີ ໂດຍການລອຍນໍ້າ ຜ່ານທະເລສາບ ເຂົ້າໄປ ຍັງທີ່ພັກ ຂອງຍານາງ ອັອງ ຊານ ຊູ ຈິ ນັ້ນ, ຍັງຖືກປິ່ນປົວ ຢູ່ໃນໂຮງພະຍາບານ ຢູ່.
ນາຍແພດ ທີ່ໂຮງພະຍາບານ ກ່າວຕໍ່ຜູ້ສື່ຂ່າວ ເອ ແອັຟ ພີ ໃນວັນອາທິດ ນີ້ວ່າ ທ່ານ ເຢັດທໍ ມີອາການ ດີຂຶ້ນ, ແຕ່ວ່າ ບໍ່ສາມາດ ໃຫ້ຣາຍລະອຽດໄດ້ ວ່າ ທ່ານຈະກັບຄືນໄປ ຄຸກ ໄດ້ເມື່ອໃດ.
ເຈົ້າໜ້າທີ່ ຣັຖບານ ທະຫານພະມ້າ ເມື່ອວັນເສົາ ຜ່ານມາວ່າ ສຸຂພາບ ຂອງທ່ານ ເຢັດທໍ ມີອາການດີຂຶ້ນ ໜ້ອຍນຶ່ງ ແລະ ວ່າ ທ່ານ ເຣີ່ມກິນອາຫານ ຫລາຍຂຶ້ນ ພາຍຫລັງ ທີ່ອົດອາຫານ ມາເປັນເວລາ ຫລາຍສັປດາ, ແຕ່ ເວົ້າວ່າ ການດໍາເນີນຄະດີ ອາດຖືກເລື່ອນອອກໄປອີກ ຢ່າງໜ້ອຍ 1 ສັປດາ.
ການດໍາເນີນ ຄະດີດັ່ງກ່າວ ເຮັດໃຫ້ ຣັຖບານ ທະຫານພະມ້າ ເຈັບຫົວນໍາ, ຊຶ່ງເຮັດໃຫ້ ນາໆຊາດ ເພີ້ມທະວີ ການກົດດັນ ພະມ້າຫລາຍ ຂຶ້ນ ເພື່ອໃຫ້ປ່ອຍ ຍານາງ ອັອງ ຊານ ຊູ ຈິ ໃຫ້ເປັນອິສຣະ ແລະ ນັກວິຈານ ເວົ້າວ່າ ເປັນການຕັດສິນໃຈ ຂອງຣັຖບານ ທະຫານພະມ້າ ເພື່ອກີດກັ້ນ ຍານາງ ອອກຈາກ ການເລືອກຕັ້ງ ໃນປີ 2010.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ສປຈີນເພີ້ມກາຣສືບສອດແນມ ສະຫະຣັຖຫລາຍກວ່າເກົ່າ
ໂອບາມາເວົ້າຕໍ່ຜູ້ນໍາຈີນວ່າ ແຕ່ລະຊົນເຜົ່າມີສິດທິມະນຸສ ດ້ວຍກັນ
ສະຫະຣັຖແລະຈີນ ຈະເຈຣະຈາຫາລື ປະເດັນສິດທິມະນຸສ
ໂອບາມາ ຊື່ນຊົມໃນຄວາມສໍາເຣັດ ຂອງສປຈີນ
ກຸ່ມປົກປ້ອງສິດທິດມະນຸດ ເວົ້າວ່າ "ຄຸກລັບ" ຂອງຈີນ ຄວນຖືກທໍາລາຍ
ທ່ານ ບາຣັກ ໂອບາມາ ຢ້ຽມຢາມເອເຊັຍ
ສະຫະຣັດຮຽກຮ້ອງກຸ່ມອາຊຽນ ຊຸກຍູ້ພະມ້າ ໃຫ້ເລືອກຕັ້ງ ແບບເສຣີ
ຊົນເຜົ່ານ້ອຍຂອງພະມ້າ ຕົກລົງເຂົ້າຮ່ວມກັບ ຣັຖບານ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.