ທ່ານ Ban Ki-moon ເລຂາທິກາຣໃຫຍ່ ສະຫະປະຊາຊາຕ ຈະເດີນທາງໄປ ພະມ້າ ເພື່ອໄກ່ເກັ່ຽ ໃຫ້ທາງຜູ້ນຳ ຂອງຣັຖບາລ ທະຫາຣພະມ້າ ປະຕິຮູບ ຣະບົບກາຣປົກຄອງ ໄປສູ່ກາຣມີ ປະຊາທິປະໄຕ ພ້ອມກັບ ໃຫ້ມີກາຣປ່ອຍ ບັນດາ ນັກໂທສກາຣເມືອງ ທຸກໆຄົນ ອອກຈາກຄຸກຄຸມຂັງ ໂດຽບໍ່ມີເງື່ອນໄຂໃດໆ.
ຍານາງ Michele Montas ໂຄສົກ ຂອງອົງກາຣ ສະຫະປະຊາຊາຕ ໄດ້ແຈ້ງ ຕໍ່ທາງສື່ມວລຊົນ ວ່າ: ທ່ານ Ban Ki-moon ມີກຳໜົດ ອອກເດີນທາງ ໄປຢ້ຽມຢາມພະມ້າ ໃນວັນທີ່ 3-4 ກໍຣະກະດານີ້ ແລະ ມີຄວາມຕັ້ງໃຈ ທີ່ຈະໄປພົບປະຫາຣື ກັບທາງຜູ້ນຳ ຂອງຣັຖບາລ ທະຫາຣພະມ້າ ເພື່ອໃຫ້ປ່ອຍ ນັກໂທສກາຣເມືອງ ທຸກຄົນ ຮວມທັງ ຍານາງ Aung San Suu-kyi ໃຫ້ເປັນອິສຣະ ພ້ອມກັບຢາກໃຫ້ ທາງກາຣພະມ້າ ໄດ້ເປີດໃຫ້ມີ ກາຣເຈຣະຈາ ກັບບັນດາ ຜູ້ນຳ ຂອງພັກຝ່າຍຄ້ານ ແລະ ຕຣຽມຈັດໃຫ້ມີ ກາຣເລືອກຕັ້ງ ທົ່ວປະເທສ ແບບມີປະຊາທິປະໄຕ ຢ່າງແທ້ຈີງ.
ຍານາງ Aung San Suu-kyi ຜູ້ນຳ ຂອງພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ພະມ້າ ຖືກຈັບເຂົ້າຄຸກ ແລະ ກັກບໍຣິເວນ ມາຢ່າງຕໍ່ເນື່ອງ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 13 ໃນຣະຍະ 19 ປີ ທີ່ຜ່ານມາ ທັ້ງໆ ທີ່ພັກກາຣເມືອງ ຂອງຍານາງ ຊະນະກາຣເລືອກຕັ້ງ ທົ່ວປະເທສ ໃນປີ 1990 ນັ້ນ ກໍຕາມ ແຕ່ທາງຝ່າຍ ກຳລັງທະຫາຣ ບໍ່ຍອມວາງອຳນາຈ ຈົນເທົ່າປັຈຈຸບັນນີ້.
ຍານາງ Aung San Suu-kyi ຄວນທີ່ຈະ ໄດ້ຖືກປ່ອຍ ອອກຈາກ ກາຣກັກບໍຣິເວນ ໃນວັນທີ່ 27 ພືສພາ ຜ່ານມາ ແຕ່ຊ້ຳຖືກຈັບ ເຂົ້າຄຸກ ໃນຂໍ້ຫາ ທີ່ວ່າ ຍານາງ ມີກາຣພົວພັນ ກັບຊາວອະເມຣິກັນ ຄົນໜື່ງ ທີ່ວ່າ ລອຍຂ້າມບຶງ ນ້ຳເຂົ້າໄປ ໃນບໍຣິເວນ ທີ່ພັກ ຂອງຍານາງ ແລະ ກໍອາຈ ຖືກຈຳຄຸກ ຕໍ່ໄປຕື່ມອີກ ຖ້າທາງສາລ ຫາກຕັດສີນ ໃຫ້ມີຄວາມຜິດ ຕາມກາຣກ່າວຫາ ນັ້ນ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ອົງກາຣ ທຶນ ສຳຫລັບ ແມ່ ແລະ ເດັກ ສປຊ ພົບບັນຫາ ເກັບກຳຂໍ້ມູລ ຜູ້ປ່ວຍ ໂຣຄເອດສ໌
ໄຟໄໝ້ ສູນອົພຍົບ ຫ້ວຍນ້ຳຂາວ ມ. ເຂົາຄໍ້ ຂ. ເພັຊບູນ ປະເທດໄທ
ອະນຸສາວະຣີ ນັກຮົບເກົ່າ ມົ້ງ ແລະ ລາວ, ຣັດ ມິນເນໂຊຕາ ສະຫະຣັດ ອາເມຣິກາ
ຊາວເຜົ່າມົ້ງ ອົບພຍົບ ໃນໄທ ອາດມີ ອານາຄົດ ຢູ່ ປະເທດ ທີ່ 3
ໂສກນາຕກັມ ຈາກພະຍຸ ໄຊຄລອນ ສແດງເຖິງ ຄວາມບົກຜ່ອງ ຂອງຣັຖບານ ທະຫານພະມ້າ
ສູນ ພັທນາ ຜາຫລັກ ມີທັງ ກຸ່ມ ຍ້າຍເຂົ້າ ແລະ ຍ້າຍອອກ
ຊາວມົ້ງລາວ ຈາວ່າ "ຖ້າສົ່ງກັບ ສປປລາວ ຈະຂ້າຕົວຕາຍ?textonly=1"
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.