ສະຫະຣັດ ແລະ ພະມ້າ ມີກຳນົດພົບກັນ

2009-09-30

ສະຫະຣັດ ແລະ ພະມ້າ ມີກຳນົດພົບປະກັນ ທີ່ນະຄອນນິ໊ວຢ໊ອກ ໃນວັນອັງຄານ ນີ້.

ສະຫະຣັດ ອະເມຣິກາ ແລະພະມ້າ ມີກຳນົດ ພົບປະຫາລືກັນ ໃນອັນດັບສູງ ຊຶ່ງໄດ້ຕົກລົງກັນ ຢູ່ໃນກອງປະຊຸມ ທີ່ນະຄອນ ນິ໊ວຢ໊ອກ ສະຫະຣັດ ອະເມຣິກາ       ໃນວັນອັງຄານນີ້. ຕາມລາຍງານຂອງ ອົງການຂ່າວ Reuters ຈາກກຸງວໍຊິງຕັນ ໃນວັນທີ29 ກັນຍາ2009ນີ້.

ທ່ານ Kurt Campbell ຜູ້ຊ່ວຍຣັຖມົນຕຣີ ກະຊວງ ການຕ່າງປະເທດ ສະຫະຣັດ ມີແຜນການທີ່ ຈະພົບປະກັບທ່ານ U Thaung ຣັຖມົນຕຣີ ກະຊວງວິທຍາສາຕ ເທັກໂນໂລຢີ ແລະແຮງງານ ຂອງພະມ້າ. ຕາມແຫລ່ງຂ່າວທີ່ ບໍ່ປະສົງອອກຊື່ ເນື່ອງຈາກວ່າການ ປະຊຸມກັນຍັງ ບໍ່ທັນໄດ້ເປີດເຜີຍ ໃຫ້ສາທາຣະນະ ຮູ້ເທື່ອ.

ທີ່ຜ່ານມາ ຜູ້ຊ່ວຍຣັຖມົນຕຣີ ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວຕໍ່ຊື່ມວນຊົນ ວ່າພວກທ່ານຕັ້ງໃຈ ທີ່ຈະເລີ້ມສົນທະນາ ໂດຍກົງກັບທາງ ການພະມ້າ ເພື່ອໄຂທາງໄປ ສູ່ການພົວພັນ ທີ່ດີຂື້ນ.

ທ່ານຮຽກຮ້ອງໃຫ້ ພະມ້າ ປ່ອຍນັກໂທດ ການເມືອງທັງໝົດ ແລະໃຫ້ຍຸຕິການ ຂັດແຍ່ງກັບຊົນຊາຕ ສ່ວນນ້ອຍຕ່າງໆ ແລະວ່າ ການຈະເຊົາທີ່ ຈະຂະຫຍາຍການ ລົງໂທດນັ້ນ ແມ່ນຂື້ນຢູ່ກັບ ການກະທຳຂອງ ພະມ້າເອງ.

ໃນອາທິດຜ່ານມາ ມາດາມ Hillary Clinton ຣັຖມົນຕຣີ ກະຊວງ ການຕ່າງປະເທດ ສະຫະຣັດ ກໍໄດ້ກ່າວວ່າ, ສະຫະຣັດ ຈະຕິດຕາມ ພາລະກິດ ໃຫ້ເລິກຊຶ້ງຂື້ນ
ກັບບັນດາຜູ້ນຳ ຣັຖບານທະຫານ ເພື່ອພຍາຍາມ ທີ່ຈະເຮັດໃຫ້ ເກີດມີການ ປະຕິຮູບ ປະຊາທິປະໃຕ ແຕ່ກໍຈະບໍ່ຍຸຕິ ການລົງໂທດພະມ້າ ໃນປັດຈຸບັນນີ້.

ໃນຂນະທີ່ ຮູ້ຈັກວ່າ ການລົງໂທດທາງ ດ້ານເສຖກິດ ບໍ່ສາມາດທີ່ ຈະເຮັດໃຫ້ພະມ້າ ມີການປ່ຽນແປງ ສະຫະຣັດ ກໍໄດ້ມີການ ທົບທວນນະໂຍບາຍ ຂອງຕົນຄືນໃໝ່ ແລະ ເຫັນວ່າຄວນມີ ການສົນທະນາ ກັບພະມ້າ ຊຶ່ງເປັນປະເທດ ທີ່ໂດດດ່ຽວ ໃນເອເຊັຍຕາເວັນ ອອກສ່ຽງໃຕ້.

ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ