ປະທານາທິບໍດີ ສະຫະຣັຖທ່ານ Barack Obama ໄດ້ແຈ້ງເປັນກາຣ ຕອບຂໍ້ຂ້ອງໃຈ ຂອງທາງ CBS ທີ່ມີກຳໜົດ ອອກອາກາດ ໃນມື້ວັນຈັນ ນີ້ວ່າທາງກາຣ ສະຫະຣັຖ ມີກາຣຕຣຽມພ້ອມ ຕໍ່ເຫຕກາຣ ທີ່ອາຈຈະບັງເອີນ ເກີດຂື້ນກັບ ທາງເກົາຫລີເໜືອ ຊື່ງກໍຮວມ ທັງກາຣທີ່ອາຈ ເປັນໄປໄດ້ທີ່ວ່າ ເກົາຫລີເໜືອ ອາຈສົ່ງຂີປານະວຸທ ໄປເຖີງຍັງເຂຕແດນ ຂອງສະຫະຣັຖ ເຊັ່ນຣັຖ Hawaii ໃນຣະຫວ່າງ ເທສກາລກາຣ ສລອງວັນຊາຕ ສະຫະຣັຖ ໃນວັນທີ່ 4 ກໍຣະກະດາ ນີ້ກໍເປັນ ໄດ້ນັ້ນ.
ທະຫານສະຫະຣັຖ ແລະເກົາຫລີໃຕ້ຮ່ວມ ຊ້ອມຣົບຢູ່ຫ່າງຈາກໂຊນ (Seoul)ທາງພາກເໜືອ ປະມານ65kms
ໃນເມື່ອຖາມວ່າ: ທາງກາຣ ສະຫະຣັຖ ກໍຈະຕ້ອງໄດ້ ບອກເຕືອນທາງກາຣ ທະຫາຣໃຫ້ມີ ກາຣພ້ອມຫລືບໍ? ແຕ່ທ່ານ Obama ກໍມີແຕ່ວ່າ ບໍ່ຢາກສ້າງຄວາມ ແຕກຕື່ນ ແຕ່ຫາກຢາກໃຫ້ ປະຊາຊົນມີ ຄວາມໝັ້ນໃຈວ່າ ທາງກອງທັພ ສະຫະຣັຖ ຢູ່ໃນທ່າຕຣຽມ ພ້ອມສເມີ.
ກາຣທີ່ທາງ ນັກຂ່າວ CBS ໄດ້ຂໍຄຳເຫັນ ດັ່ງກ່າວກໍຍ້ອນ ວ່າອີງຕາມກາຣ ຢັ່ງສຽງຂອງ ປະຊາຊົນນັ້ນ ປະມານ 51%ຂອງຊາວ ອະເມຣິກັນ ໄດ້ໃຫ້ຄຳເຫັນວ່າ ເກົາຫລີເໜືອ ເປັນບັນຫາທາງ ດ້ານຄວາມໝັ້ນຄົງ ຂອງສະຫະຣັຖ ຫລາຍກວ່າປະເທສ ອື່ນໆເຊັ່ນ ອີຣ່ານ ອີຣັກ ອັຟການິສຖານ ແລະປາກີສຖານ ນັ້ນດ້ວຍ.
ຢ່າງໃດກໍຕາມ ທ່ານ Robert Gates ຣັຖມົນຕຣີ ປ້ອງກັນປະເທສ ຂອງສະຫະຣັຖ ກໍວ່າມີກາຣ ເພີ່ມມາຕກາຣທາງ ດ້ານກາຣປ້ອງກັນ ທາງດ້ານເຂຕເກາະ ຮ໋າວາຍ ເປັນຢ່າງດີ ຕລອດມາໂດຽທາງ ພາຄສ່ວນກ່ຽວຂ້ອງ ໄດ້ຕິດຕາມກາຣ ເຂື່ອນໄຫວຂອງເຮືອ ກຳປັ່ນບັນທຸກ ສິນຄ້າ ຂອງທາງກາຣ ເກົາຫລີເໜືອ ໂດຽສະເພາະໃນ ເມື່ອມີກາຣ ສົງສັຍວ່າ ອາຈມີກາຣຕ່າງ ສິນຄ້າຫລືອາວຸທ ທີ່ຕ້ອງຫ້າມ ພາຍຫລັງທີ່ທາງ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາຕ ໄດ້ເຫັນພ້ອມລົງ ມັຕຕິຂ້ວມບາດ ຫລືເພີ່ມ ການລົງໂທສທາງ ດ້ານເສຖກິຈແກ່ ເກົາຫລີເໜືອ ນັ້ນ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ເກົາຫລືເໜືອ ມີເປົ້າໝາຍ ຈຳກັດສິດແມ່ຍິງ
ກອງປະຊຸມ ສຸດຍອດອາຊ໊ຽນ ຄັ້ງທີ່ 15 ໄດ້ສີ້ນສຸດລົງ
ກັມພູຊາ ຈັດກອງປະຊຸມ ແກ້ໄຂບັນຫາ ພັຍທັມມະຊາຕ
ສະມາຊິກ ສະພາສູງ ສະຫະຣັຖ ວ່າຄວນມີ ກາຣຄ້າເສຣີ ຮ່ວມກັບ ກຸ່ມອາຊ໊ຽນ
ປະເທດ ໃນຂົງເຂດພູມີພາກ ແມ່ນ້ຳຂອງ ຄວນແກ້ໄຂ ສະພາບອາກາດ ຮ່ວມກັນ
ສະຫະຣັດ ແລະ ພະມ້າ ມີກຳນົດພົບກັນ
ອົພຍົບ ຈາກ ພະມ້າ ເຂົ້າໄປ ຈີນ ໜ້ອຍລົງ
ແຜນຍຸທສາທໃໝ່ ໃນກາຣຕໍ່ສູ້ເພື່ອ ມະນຸສທັມ
ຣັຖບານພັດຖີ່ນ ຈັດຕັ້ງ ຂະບວນການ ເພື່ອ ປະຊາທິປະໄຕ ໃນອິນໂກເນເຊັຍ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.