ແມ່ຍິງແຂວງສາຣະວັນຂາດ ສຸຂນາມັຍພື້ນຖານ


2013.08.19
f-saravan ນໍ້າຖ້ວມ ໃນກາງແຂວງ ສາຣະວັນ 2009
WFP/Photo library

 

ແມ່ຍີງລາວ ໃນແຂວງສາຣະວັນ ສ່ວນໃຫຍ່ ຂາດຄວາມຮູ້ກ່ຽວກັບ ການຮັກສາ ສຸຂພາບ ຂັ້ນ ພື້ນຖານ.

ປັດຈຸບັນແມ່ຍິງສ່ວນໃຫຍ່ ຢູ່ແຂວງສາຣະວັນ ຍັງບໍ່ເຂົ້າໃຈ ກ່ຽວກັບ ການຮັກສາສຸຂພາບ ຂັ້ນພື້ນຖານ ຍ້ອນບໍ່ໄດ້ຮັບການບໍຣິການ ດ້ານ ສຸຂພາບເປັນຕົ້ນ ການກວດພຍາດ ແລະ ການປີ່ນປົວຢູ່ ສຸຂສາລາ ຊື່ງທາງການ ແຂວງກໍຢ້ານວ່າ ການຂາດຄວາມຮູ້ ຈະພາໃຫ້ ເກີດ ບັນຫາ ຄວາມເຊື່ອມເສັຽຕໍ່ ສຸຂພາບ ຕາມພາຍຫລັງ. ດັ່ງເຈົ້າຫນ້າທີ່ ແມ່ຍີງລາວ ແຂວງ ສາຣະວັນ ນາງນື່ງ ເວົ້າວ່າ:

"ບັນຫາທີ່ພົບກໍແມ່ນຢູ່ໃນ ເຂດທີ່ຫ່າງໄກສອກຫລີກ ແມ່ນເວົ້າເຣື້ອງ ການຮັກສາ ສຸຂພາບ ນີ້ແຫລະ ສ່ວນໃຫຍ່ຂະເຈົ້າ ຍັງບໍ່ເຂັ້າໃຈ ກ່ຽວກັບການຮັກສາ ສຸຂພາບໃນຂັ້ນພື້ນຖານ ນີ້ນະ ຢູ່ເຂດ ຫ່າງໄກ ສອກຫລີ ຫັ້ນ ມີຢູ່ສຸຂສາລາ ແຕ່ເຂົາບໍ່ມາ ບໍຣິການ ຢູ່ໃນຫັ້ນ ກໍມີ".

ນາງກ່າວຕໍ່ໄປວ່າ  ບັນດາ ແມ່ຍິງ ໃນແຂວງ ສາຣະວັນ ທີ່ບໍ່ເຂົ້າໃຈໃນ ການຮັກສາ ສຸຂພາບຂັ້ນ ພື້ນຖານນັ້ນ ມີຢູ່ປະມານ 50% ຂອງ ຈຳນວນແມ່ຍິງ ທັງຫມົດ ໃນ ແຂວງປະມານ 1 ແສນ 9 ມື່ນກວ່າຄົນ. ສາເຫດທີ່ຂະເຈົ້າຂາດຄວາມຮູ້ ຍ້ອນບໍ່ມາເຂົ້າມາຮັບ ການສິດສອນ ຢູ່ສຸຂສາລາ ເພາະການເດີນທາງໄກ ຈາກບ້ານຫາສຸຂສາລາ ຈື່ງເຮັດໃຫ້ຂະເຈົ້າ ບໍ່ຢາກມາ, ຮ້າຍໄປກວ່າ ນັ້ນ ແມ່ຍີງ ຊາວເຜົ່າ ຍັງພາກັນ ເຊື່ອຖືຜີ ແລະ ວັທນະທັມ ແບບດັ້່ງເດີມຢູ່ ເລີຍບໍ່ພາກັນ ມາສຸຂສາລາ.

ເຖິງຢ່າງໃດກໍຕາມ ບັນຫາດັ່ງກ່າວ ນອກຈາກ ແຂວງສາຣະວັນ ແລ້່ວ ຍັງພົບເຫັນ ໃນຫລາຍແຂວງ ຂອງລາວ ນຳອີກ ໂດຍສະເພາະໃນ ແຂວງ ທີ່ຫ່າງໄກສອກ ຫລີກຍ້ອນການ ປະຊາສຳພັນ ຊາວບ້ານ ບໍ່ທົ່ວເຖິງ. ບັນຫາດັ່ງກ່າວ ເຮັດໃຫ້ ແມ່ຍີງຫລາຍຄົນເສັຽ ຊິວິີດຍ້ອນ ໂຣຄແຊກຊ້ອນ ຍ້ອນອອກລູກ ຢູ່ບ້ານບໍ່ໄປ ຫາຫມໍ ເປັນຕົ້ນທີ່ແຂວງຊຽງຂວາງ ແລະເຊກອງ ທີ່ເກີດບັນຫາ ດັ່ງກ່າວຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.