ພີ່ນ້ອງຜູ້ເຄາະຮ້າຍຂໍຄວາມ ຊ່ອຍເຫຼືອ

ຈໍາປາທອງ
2015.04.23
F-Hongthong ນາງ ຫົງທອງ ພູເຮືອງຫົງ ຊາວບ້ານ ຄອນຄ່ວງ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ນ້ອງສາວ ຂອງ ທ້າວ ໂຕ້ຍ ພູເຮືອງຫົງ ຜູ້ທີ່ຕົກເປັນ ເຫຍື່ອ ຢູ່ເຮືອປະມົງ
RFA

ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ໄດ້ ນໍາເອົາ ແມ່ ແລະ ນ້ອງສາວ ຂອງ ຄົນງານ ລາວ 2 ຄົນ ໃນ ຈໍານວນ 6 ຄົນ ທີ່ ຖືກຄ້າ ໄປ ເຮັດວຽກ ຢູ່ ເຮືອ ປະມົງ ຂອງໄທ ທີ່ ເກາະ ອໍາບົນ ປະເທດ ອິນໂດເນເຊັຽ ໄປ ສະຖານທູດ ລາວ ທີ່ບາງກອກ ປະເທດໄທ ເພື່ອ ຢັ້ງຢືນ ວ່າ ພວກ ເຄາະຮ້າຍ ເປັນ ຄົນລາວ ແລະ ຂໍໃຫ້ ທາງ ສະຖານທູດ ຊ່ວຍເຫລືອ ພວກ ເຂົາເຈົ້າ ໃຫ້ໄດ້ ກັບຄືນ ບ້ານ. ດັ່ງ ນາງ ແນ້ນ ພົມມະຈັກ ຊາວບ້ານ ສະກໍ ເມືອງ ໄຊບູຣີ ແຂວງ ສວັນນະເຂດ ຜູ້ເປັນ ແມ່ ຂອງ ທ້າວ ລັ່ງ ພົມມະຈັກ ອາຍຸ 40 ປີ ຊຶ່ງ ເປັນນຶ່ງ ໃນຈໍານວນ ຜູ້ ເຄາະຮ້າຍ ເວົ້າວ່າ:

"ລູກ ໄປລົງເຮືອ ຍັງບໍ່ຮູ້ວ່າ ລູກ ຫາຍໂຕ ເຂົາ ໂທມາຫາ ແມ່ ເຂົາກະວ່າ ຢູ່ເກາະ ອໍາບົນ ບໍ່ເຄີຍ ບອກວ່າ ຖືກ ແນວນັ້ນ ແນວນີ້ ກົວແມ່ ຕົກໃຈ ວ່າຊັ້ນ ເຂົາ ກະບໍ່ເຄີຍ ບອກ ຖາມວ່າ ລູກ ຄືບໍ່ ເຂົ້າມາ ຈັກເທື່ອ ແຕ່ເຂົາ ກະຍັງວ່າ ເຖົ້າແກ່ ບໍ່ທັນໄດ້ ຫວນກັບ ພວກນີ້ ໄປ ຊ່ວຍເຫລືອ ເຂົາແຫລະ ເຂົາຈັ່ງ ບອກວ່າ ລູກຕົກ ລະກັມ ລໍາບາກ ໄປ ແບບນັ້ນ ແບບນີ້".

ນາງເວົ້າ ຕໍ່ໄປວ່າ ລູກຊາຍ ຂອງນາງ ໄດ້ ສມັກໃຈ ໄປ ເຮັດວຽກ ຢູ່ ເຮືອ ທີ່ ປະເທດ ອິນໂດເນເຊັຽ ຫລາຍປີ ມາແລ້ວ ແຕ່ ບໍ່ຮູ້ວ່າ ລູກ ຖືກຕົກ ເປັນເຫຍື່ອ ຂອງ ພວກ ຄ້າມະນຸດ ຢູ່ ເຮືອ ປະມົງ ຈົນວ່າ ເມື່ອ ລູກຊາຍ ຖືກ ເຈົ້າໜ້າທີ່ ຊ່ວຍ ເຫລືອ ອອກມາ ໄດ້ ແລະ ຖືກ ສົ່ງໄປ ສູນ ຊ່ວຍເຫລືອ ຄົນງານ ທີ່ ອິນໂດເນເຊັຽ ຕົນຈຶ່ງ ມີ ຄວາມຫວັງ ທີ່ ຈະໄດ້ ເຫັນໜ້າ ລູກ. ນາງວ່າ ໄດ້ ມາຫາ ສະຖານທູດ ລາວ ເພື່ອ ຢັ້ງຢືນ ວ່າ ຜູ້ກ່ຽວ ເປັນລູກ ຂອງ ນາງແທ້.

ພ້ອມກັນ ນັ້ນ ນາງ ຫົງທອງ ພູເຮືອງຫົງ ຊາວບ້ານ ຄອນຄ່ວງ ເມືອງ ປາກກະດິງ ແຂວງ ບໍຣິຄໍາໄຊ ຊຶ່ງ ເປັນ ນ້ອງສາວ ຂອງ ທ້າວ ໂຕ້ຍ ພູເຮືອງຫົງ ຊຶ່ງ ເປັນ ຄົນງານລາວ ຜູ້ນຶ່ງ ທີ່ ຕົກເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ ຢູ່ ເຮືອ ປະມົງ ທີ່ ອິນໂດເນເຊັຽ ຄືກັນ ນັ້ນ ກໍເວົ້າວ່າ ອ້າຍ ຂອງນາງ ໄດ້ ຫາຍໄປ ຕັ້ງແຕ່ ປີ 2009. ຫລັງຈາກ ຮູ້ຂ່າວ ຈາກ ສື່ມວນຊົນ ໃນ ໄທ ເມື່ອ ບໍ່ດົນ ມານີ້ວ່າ ອ້າຍ ຂອງ ຕົນ ເປັນ ຜູ້ນຶ່ງ ທີ່ ຕົກເປັນ ຜູ້ ເຄາະຮ້າຍ ແລະ ອ້າຍ ກໍໄດ້ ຕິດຕໍ່ມາ ຫາ ເພື່ອ ໃຫ້ ໄປ ຂໍຄວາມ ຊ່ວຍເຫລືອ ຈາກ ເຈົ້າໜ້າທີ່ ໃນໄທ:

"ອ້າຍ ອາຍຸ 31 ປີ ປູກ ສວນ ຢາສູບ ຢູ່ບ້ານ ຄົນຂ້າງບ້ານ ເພິ່ນ ໄປ ແຕ່ງງານ ກັບ ຄົນ ຝັ່ງໄທ ເພິ່ນ ກະເລີຍ ຊັກຊວນ ກັນໄປ ເພິ່ນ ຊວນໄປ ລະ ຄົນສື່ສານ ເປັນຄົນ ບ້ານ ດຽວກັນ ພໍ ເຫດການ ແບບນີ້ ເກີດຂຶ້ນ ເພິ່ນ ເຂົ້າໄປ ຊ່ວຍເຫລືອ ແຕ່ເຮົາ ກະບໍ່ຮູ້ ຫຍັງ ເຂົາ ເຫັນແຕ່ ຂ່າວ ຢາກໃຫ້ ອ້າຍໄດ້ ກັບມາ ປະເທດ ລາວ ເພາະ ພໍ່ແມ່ ເປັນຫ່ວງ".

ນາງ ເວົ້າວ່າ ຕົນເອງ ແລະ ພໍ່ແມ່ ດີໃຈ ທີ່ ອ້າຍ ບໍ່ໄດ້ ເສັຽ ຊີວິດ ແລະ ຫວັງນໍາ ທີ່ ທາງ ສະຖານທູດ ລາວ ແລະ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ຈະຊ່ວຍ ໃຫ້ ອ້າຍ ແລະ ຄົນງານ ລາວ ໄດ້ ກັບຄືນ ປະເທດ ຢ່າງ ປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.