ຄົນງານລາວຍັງມີຄວາມສ່ຽງຕໍ່ ກຸ່ມ ຄ້າມະນຸດ

ສິດນີ
2014.11.02
F-image2 ຄົນງານລາວຍັງມີຄວາມສ່ຽງຕໍ່ ກຸ່ມ ຄ້າມະນຸດ
RFA

 

ເຈົ້າຫນ້າທີ່ ປົກຄອງ ທ້ອງຖິ່ນ ທີ່ ນະຄອນ ຫລວງ ວຽງຈັນ ເວົ້າ ວ່າ ສະພາບ ເສຖກິດ ແລະ ສັງຄົມ ໃນລາວ ປັດຈຸບັນ ແຮງງານ ລາວ ທີ່ ຫາໂອກາດ ໄປຊອກ ວຽກເຮັດ ງານທຳ ໃນໄທ ນັ້ນຍັງ ມີຄວາມສ່ຽງ ຕໍ່ການຕົກ ເປັນເຫຍື່ອ ຂອງ ຂະບວນການ ຄ້າມະ ນຸດ ຢູ່ຕລອດມາ ເຖິງແມ່ນວ່າ ເຈົ້າຫນ້າທີ່ ຈາກ ສອງ ປະເທດ ຈະມີການ ປ້ອງກັນ ຫລາຍປານໃດ ກໍຕາມ. ດັ່ງ ທ່ານ ກ່າວວ່າ:

"ມີຫລາຍ ແດ່ ບາງຄົນ ກໍມີ ເອກສານ ບາງຄົນ ກໍລັກໄປ ບາງຄົນ ກໍມີ ໄປທະເລ ກະໄປລ້ຽງ ກຸ້ງ ໄປ ຕັດອ້ອຍ ໄປຫຍັງ ກະມີຫມົດ ຜ່ານມາກະ ຜູ້ຍີງ ສາມສີ່ຄົນ ຫັ້ນລະ ຖືກ ຄົນຮ້າຍ ເອົາໄປຂາຍ ແຮງງານ ໄປຂາຍເຂົາ ກະສົ່ງ ຄືນມາ".

ທ່ານກ່າວວ່າ ຢາກຂໍເຕືອນ ແຮງງານ ລາວ ຈາກແຂວງໃດ ກໍຕາມ ທີ່ ຢາກໄປ ເຮັດວຽກ ຢູ່ໄທ ໃຫ້ມີສະຕິ ຣະວັງຕົວ ຫລາຍຂື້ນ ເພາະສັງຄົມ ທຸກມື້ນີ້ ມີການ ຕົວະຍົວະກັນ ໄດ້ງ່າຍ. ຖ້າຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ແລ້ວ ຜົລເສັຽຫາຍ ທັງສະພາບ ຮ່າງກາຍ ແລະ ຈິດໃຈ ກໍຈະຕາມມາ ດັ່ງ ທີ່ຜ່ານມາ ແມ່ຍີງລາວ ຫລາຍຄົນ ທີ່ ຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ຖືກຊ່ອຍ ອອກມາໄດ້ ແຕ່ ຍັງມີອີກ ຫລາຍ ທີ່ ບໍ່ສາມາດ ຊ່ອຍໄດ້.

ເຈົ້າຫນ້າທີ່ ປ້ອງກັນ ຄວາມສງົບ ເວົ້າວ່າ ສາເຫດ ທີ່ເຮັດໃຫ້ ມີກຸ່ມ ຄ້າມະນຸດ ເກີດຂື້ນຢ່າງ ຕໍ່ເນື່ອງ ນັ້ນ ກໍແມ່ນ ພວກນາຍຫນ້າ ທີ່ເປັນ ທັງຄົນລາວ ແລະ ຄົນໄທ ມີການຕິດຕໍ່ ປະສານງານ ກັນຢູ່ ຕຣອດ ໂດຍໃຫ້ ນາຍຫນ້າ ທີ່ເປັນ ຄົນລາວ ຫາເຫຍື່ອ ໃຫ້ຄົນໄທ ແລ້ວ ແບ່ງ ຜົລປໂຍດ ກັນ ຊື່ງໃນ ເວລານີ້ ເຈົ້າຫນ້າທີ່ ຈາກ ສອງຝ່າຍ ກຳລັງ ເລັ່ງລັດ ໃນການ ສະກັດກັ້ນ ແລະ ຈັບກຸມ ກຸ່ມ ດັ່ງກ່າວ ຢູ່.

ຢ່າງໃດ ກໍຕາມ ທາງການ ລາວ ເຄີຍເວົ້າວ່າ ບັນຫາ ການ ຄ້າມະນຸດ ໃນລາວ ອາດຈະ ຜ່ອນລົງໄດ້ ຖ້າ ກົດຫມາຍ ຕ້ານການ ຄ້າມະ ນຸດ ສບັບ ສະເພາະ ຫາກ ຖືກ ບັງຄັບໃຊ້ ຊື່ງ ໃນ ປັດຈຸບັນ ກົດຫມາຍ ດັ່ງກ່າວ ຍັງຢູ່ໃນ ຂັ້ນຕອນ ການພິຈາຣະນາ ຂອງ ສະພາ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.