ສປປລາວ ຊ່ອຍເຫລືອ ໂສກນາຕກັມ ພະຍຸ ແກ່ພະມ້າ

2008-05-07

ຈາກ ໂສກນາຕກັມ ພະຍຸ ຊາຍໂຄລນ ນາຣ໌ກິດສ໌, ສປປລາວ ໄດ້ສົ່ງ ສຳພາຣະ, ປະມານ 2.5 ຕັນ ແລະ ເງິນສົດ 20,000 ໂດລາ ສະຫະຣັຖ, ດ້ວຍຖ້ຽວບິນ ແລະ ຄນະ ປະຕິບັດງານ ພິເສດ ໄປ ຊ່ອຍ ບັນເທົາທຸກ ປະຊາຊົນ ພະມ້າ ທີ່ເຄາະຮ້າຍ.

ທາງການລາວ ໄດ້ສົ່ງ ການຊ່ອຍເຫລືອ ທັງ ເປັນເງີນສົດ ແລ ະສິ່ງຂອງ ທີ່ຈຳເປັນ ຫລາຍຢ່າງ ໄປຊ່ອຍ ບັນເທົ່າທຸກ ແກ່ ຊາວພະມ້າ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກ ເຫດລົມພະຍຸ cyclone ໃນອາທີດນີ້. ພາຍຫລັງ ທີ່ ທ່ານ ບົວສອນ ບຸບຜາວັນ ນາຍົກ ຣັຖມົນຕຣີລາວໄ ດ້ສົ່ງ ສານສແດງ ຄວາມເສັຍໃຈໄ ປໃຫ້ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກເຫດການ ອັນສຍອງຂວັນ ຈາກ ລົມພະຍຸ ຄັ້ງນີ້. ໃນມື້ ວັນທີ 7 ພືສພາ, ທາງການລາວ ກໍ່ໄດ້ ຈັດຕັ້ງ ຜູ້ຕ່າງໜ້າ ພິເສດ ເພື່ອເດີນທາງ ໄປນະຄອນ ຢ້າງກຸ້ງ ເພື່ອນຳ ເອົາເງີນຊອ່ຍເຫລືອ ແລະ ສຳພາຣະ ທີ່ຈຳເປັນ ຫລາຍຢ່າງ ໄປມອບໃຫ້ ແກ່ຣັຖບານ ທະຫານ ພະມ້າ ໂດຍ ຄວາມເຈຕະນາດ ີຂອງ ສປປລາວ ທີ່ເປັນ ປະເທດ ໃກ້ຄຽງ ແລະ ເພື່ອນມິດ ກັບພະມ້າ, ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:

“ຄນະ ປະຕິບັດງານ ພິເສດ ໄດ້ເດີນທາງ ໄປຢ້າງກຸ້ງ ນະຄອນຫລວງ ມຽນມາ ດ້ວຍ ຍົນພິເສດ. ໃນນັ້ນ ເພີ່ນໄດ້ນຳເງີນ ຈຳນວນ 20,000 ໂດລາ ສະຫະຣັຖ ແລະ ເຄື່ອງຊ່ວຍເຫລືອ ໃນເບື້ອງຕົ້ນ ຈຳນວນ ປະມານ 2.5 ໂຕນ ໄປມອບໃຫ້ ແກ່ຣັຖບານ ມຽນມາ ເພື່ອ ບັນເທົ່າທຸກ ໃຫ້ແກ່ ປະຊາຊົນ ມຽນມາ ທີ່ກຳລັງ ປະສົບ ເຄາະຮ້າຍ ພະຍຸ ຊາຍໂຄລນ ນາຣ໌ກິດສ໌.”

ຄນະ ປະຕິບັດງານ ພິເສດ ຄັ້ງນີ້ ນຳໂດຍ ທ່ານ ບຸນເກີດ ສັງສົມສັກ ຣັຖມນົນຕຣີຊ່ອຍ ກະຊວງ ການຕ່າງປະເທດ ສປປລາວ ໄດ້ນຳເງີນ 20 ພັນໂດລາ ແລະສີ່ງຂອງ ຕ່າງໆ ດັ່ງ: ໝີ່ແຫ້ງ, ເຂົ້າປຽກເສັ້ນ ສຳເຣັດຮູບ, ປາກະປອງ, ນ້ຳດຶ່ມ. ທັງໝົດ ມີນ້ຳນັກ ປະມານ 2.5 ຕັນ, ໄປມອບໃຫ້ ແກ່ຣັຖບານ ທະຫານ ພະມ້າ ເພື່ອ ຊ່ອຍບັນເທົ່າທຸກ ປະຊາຊົນ ຜູ້ທີ່ ໄດ້ຮັບ ເຄາະຮ້າຍ ແລະ ກໍເປັນ ພາກສ່ວນ ຂອງລາວ ໃນ ການບໍຣີຈາກ. ເຖີງແມ່ນວ່າ ລາວ ຈະເປັນ ປະເທດ ທີ່ທຸກຈົນ ກໍຕາມ, ແຕ່ກໍ່ ມີນ້ຳໃຈ ທີ່ຈະຊ່ອຍ ປະເທດເພື່ອນບ້ານ ໃນຍາມ ສຸກເສີນ.

ເປັນທີ່ ຄາດກັນວ່າ ໃນເວລານີ້ ມີຈຳນວນຄົນ ທີ່ເສັຍຊີວີດ ຍ້ອນເຫດການ ດັ່ງກ່າວ ທີ່ພະມ້າ ກວ່າ 60,000 ຄົນ ແລ້ວ. ຄົນຫາຍ ແລະ ສາບສູນ ກໍຄາດວ່າ ມີຢ ູ່ປະມານ 3 ມື່ນກວ່າ ແລະ ຫລາຍສີບພັນ ຄົນ, ອາດຮອດລ້ານ ຂາດທີ່ຢູ່ ອາສັຍ ຊຶ່ງໃນເວລານີ້ ອົງການ ຊ່ອຍເຫລືອ ຕ່າງຊາດ ກໍ່ເຂົ້າໄປ ໃຫ້ ການຊ່ອຍເຫລືອ ໃນ ຫລາຍພື້ນທີ່ ແລ້ວ.