ບັນຫາ ນ້ຳມັນ ຂາດແຄນ ໃນ ນະຄອນຫລວງ ວຽງຈັນ ເລີ່ມເຂົ້າ ສູ່ສະພາບ ປົກກະຕິ ແລ້ວ.
ຫລັງຈາກ ມີການຂາດແຄນ ນ້ຳມັນ ຢ່າງໜັກ ໃນທົ່ວປະເທດລາວ, ພາຍຫລັງ ງານບຸນປີໃໝ່ ຜ່ານມາ ເພາະບໍຣິສັດ ຂາຍສົ່ງ ບໍ່ສາມາດຂາຍ ໃນຈຳນວນຫລາຍໄດ້ ຍ້ອນຂາດແຄນ ນ້ຳມັນ. ແຕ່ ມາຮອດ ປະຈຸບັນ ນີ້ ບັນຫາ ດັ່ງກ່າວ ໄດ້ຮັບການແກ້ໄຂ ແລ້ວ.
ຍານາງ ແສນດີ ໂພນຄຳ, ເຈົ້າຂອງ ປ້ຳນ້ຳມັນ ແຫ່ງນຶ່ງ ໃນ ນະຄອນຫລວງ ວຽງຈັນ, ເວົ້າສູ່ຟັງວ່າ: ໃນຊ່ວງ ກາງເດືອນ ເມສາ 2008 ຜ່ານມາ, ນ້ຳມັນ ໃນລາວ ຂາດຕລາດແທ້, ເນື່ອງຈາກ ຣາຄາ ນ້ຳມັນ ບໍ່ຄົງທີ່. ບໍຣິສັດ ຜູ້ຄ້າ ບໍ່ສາມາດ ຈັດສົ່ງ ນ້ຳມັນ ໄດ້ພຽງພໍ ຕາມຈຳນວນ ທີ່ສັ່ງ, ຍ້ອນວ່າ ຂາດທຶນ; ແຕ່ມາຮອດ ສັປະດາ ທີ່ແລ້ວ, ບັນຫານັ້ນ ກໍເລີ່ມ ຜ່ອນຄາຍໄປ ໃນທິດທາງ ທີ່ດີຂຶ້ນ:
“ແຕ່ກ່ອນ ກໍຂາດໆ. ດຽວນີ້ ກໍເຂົ້າສູ່ ສະພາບ ປົກກະຕິແລ້ວ. ປະມານ ທ້າຍເດືອນ 4 ກໍຖືວ່າ ປົກກະຕິ, ບໍ່ເປັນຫຍັງແລ້ວ, ສະດວກແລ້ວ ດຽວນີ້ ນະ, ເພາະວ່າ ເພິ່ນສັ່ງໃຫ້ ປົກກະຕິ ແລ້ວ.”
ການຂາດແຄນ ນ້ຳມັນ ໃນ ປະເທດລາວ, ໂດຍສະເພາະ, ຢູ່ ແຂວງວຽງຈັນ ກຳລັງ ເລີ່ມເຂົ້າ ສູ່ສະພາບ ປົກກະຕິ. ຜູ້ຄ້ານ້ຳມັນ ຫລາຍຄົນ ເຊື່ອວ່າ ໃນເມື່ອ ແນວໂນ້ມ ຂອງ ຣາຄານ້ຳມັນ ຕລາດໂລກ ເລີ່ມປັບຕົວ ຄົງທີ່ ແລະ ຣາຄາ ນ້ຳມັນ ຈາກໄທ ກໍປັບຕົວ ຄົງທີ່ແລ້ວ, ກໍຈະສາມາດ ນຳນ້ຳມັນ ເຂົ້າລາວໄດ້ ເປັນປົກກະຕິ.
ກາງເດືອນ ເມສາ 2008 ຣາຄານ້ຳມັນ ໂດຍສະເຫລັ່ຽ ຄື ຣາຄາ ນ້ຳມັນແອດຊັງ ພິເສດ ລິດນຶ່ງ 11,130 ຫາ 11,240 ກີບ, ແອດຊັງ ທັມມະດາ 10,430 ຫາ 10,620 ກີບຕໍ່ລິດ ແລະ ນ້ຳມັນ ກາຊວນ 9,380 ຫາ 9,610 ກີບ.ແຕ່ມາເຖິງ ຕົ້ນເດືອນ ພຶດສະພາ ນີ້ ກໍໄດ້ມີ ການປັບ ຣາຄາ ນ້ຳມັນ ຂຶ້ນອີກ ແລະ ຣາຄານ້ຳມັນ ປະຈຸບັນ ຢູ່ທີ່:
“ແອດຊັງ 10,570, ກາຊວນ 10,160 ກີບ ຊ່ວງນັ້ນ ມັນມີ ບັນຫາ ຊ່ວງນັ້ນ ນ້ຳມັນ ຂຶ້ນໆ ລົງໆ”.
ເຖິງແນວໃດກໍດີ, ຍັງບໍ່ມີ ຜູ້ໃດ ສາມາດ ຢືນຢັນ ໄດ້ວ່າ ໃນອະນາຄົດ ຈະມີ ການຂາດແຄນ ນ້ຳມັນ ອີກຫລືບໍ່ ເພາະຣາຄາ ນ້ຳມັນ ຖືກປັບຂຶ້ນລົງ ຢູ່ ໃນທ້ອງຕລາດ ຕລອດ ເວລາ ອັນເຮັດໃຫ້ ຕົ້ນທຶນ ການຜລິດ ແລະ ຄ່າຂົນສົ່ງ ກໍບໍ່ຄົງທີ່ ເຊັ່ນກັນ.
ສຳລັບ ຣາຄາ ນ້ຳມັນ ໃນວັນຄານ ວັນທີ 6 ພຶດສະພາ 2008 ນີ້ ກໍຂຶ້ນ ເຖິງ 122.47 ໂດລາ ສະຫະຣັດ ຕໍ່ຖັງ (barrel) ແລ້ວ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |