ປະຊາຊົນລາວ ໃນເຂດແຂວງ ພາກເໜືອ ຈະປະເຊີນກັບ ບັນຫາຂາດແຄນເຂົ້າ ຫລາຍຂຶ້ນ ເພາະການປູກເຂົ້ານາແຊງ ບໍ່ໄດ້ຕາມເປົ້າໝາຍ ທີ່ໄດ້ວາງໄວ້.
ຜົລຜລິດເຂົ້າ ບໍ່ໄດ້ຕາມເປົ້າໝາຍ
ຕາມແຜນການເດີມ
ທາງການລາວ ຈະຕ້ອງສົ່ງເສີມ ກະເສດຕະກອນລາວ ໃນ 8 ແຂວງພາກເໜືອ
ໃຫ້ປູກເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ ທັງໝົດ ບໍ່ຕໍ່າກວ່າ 13 ພັນ 800 ເອັກຕາຣ,
ແຕ່ໃນຕົວຈີງ ປາກົດວ່າ ປະຕິບັດໄດ້ ໃນເນື້ອທີ່ພຽງ 9950 ເອັກຕາຣ. ທັງນີ້
ກໍເປັນຍ້ອນ ຣະບົບຄອງຊົນລະປະທານ ບໍ່ສາມາດ ຕອບສະໜອງນໍ້າ ສໍາລັບພື້ນທີ່ ປູກເຂົ້າ
ຢ່າງພຽງພໍໄດ້.
ເຈົ້າໜ້າທີ່ລາວ
ກ່າວກ່ຽວກັບ ເຣື້ອງນີ້ ວ່າ:
“ການສະໜອງນໍ້າ ສໍາລັບນາແຊງ ປີນີ້
ຈະບໍ່ໄດ້ເຕັມຮ້ອຍ ເພາະບັນຫາ ສະພາບດິນຟ້າອາກາດ ມີການປ່ຽນແປງ
ນໍ້າມີການບົກແຫ້ງ ບໍຣິມາດນໍ້າ ໜ້າເຂື່ອນ ກໍບໍ່ພຽງພໍ ການແກ້ໄຂ
ເຣື້ອງນໍ້າພວກເຮົາ ກໍມີວິທີການ ໂດຍສະເພາະ ເຂດຕ່າງໆ ກໍານົດຂອບເຂດ
ການອະນຸລັກ ເພື່ອບໍ່ໃຫ້ປ່າໄມ້ຖືກທໍາລາຍ.”
ການບົກແຫ້ງລົງ
ຢ່າງໜັກໜ່ວງ ຂອງນໍ້າ ມີສາເຫດໂດຍກົງ ມາຈາກ ການຕັດໄມ້ ທໍາລາຍປ່າ ຊຶ່ງເປັນປັດໃຈ ສໍາຄັນປະການນຶ່ງ
ທີ່ກໍ່ໃຫ້ເກີດບັນຫາ ພາວະໂລກຮ້ອນ ຫລື Global warming.
ແລະ
ເຖີງແມ່ນວ່າ ເຂດພາກກາງ ແລະ ພາກໃຕ້ຂອງລາວ ຈະສາມາດປູກເຂົ້າ ແລະ ມີຜົນຜລິດເຂົ້າ
ເກີນຄວາມຕ້ອງການ ບໍຣິໂພກ ພາຍໃນກໍຕາມ ແຕ່ຍ້ອນຣາຄານໍ້າມັນ ທີ່ແພງຂຶ້ນເລື້ອຍໆນັ້ນ
ເຮັດໃຫ້ບໍ່ຄຸ້ມຄ່າ ທີ່ຈະຂົນສົ່ງເຂົ້າ ໄປຍັງແຂວງພາກເໜືອ
ເພາະປະຊາຊົນ ມີຣາຍໄດ້ຕໍ່າ ຢູ່ແລ້ວ ແລະ ບໍ່ສາມາດ ທີ່ຈະຊື້ເຂົ້າ
ທີ່ຣາຄາແພງຂຶ້ນ ນັ້ນໄດ້.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |