ປະຊາຊົນລາວ ສາມາດເຂົ້າໃຈກ່ຽວກັບບັນຫາ ການຂຶ້ນຮາຄາສິນຄ້າ ແລະຍອມຣັບ ສະພາບ ການເປັນຢູ່ໃນປັດຈຸບັນໄດ້.
ສະພາບ ເສດຖະກິດ ໃນໂລກປັດຈຸບັນນີ້ ຫຍຸ້ງຍາກຂຶ້ນ, ບໍ່ວ່າຈະຢູ່ໃນປະເທດ ລາວ ຫລືປະເທດອື່ນໆ. ຣາຄາສິນຄ້າ ແພງຂຶ້ນ. ປະກົດວ່າ ຈະເປັນ ບັນຫາ ທີ່ແກ້ໄຂ ບໍ່ຕົກ ໄດ້ງ່າຍ ສໍາລັບ ທຸກປະເທດ ໃນໂລກ. ເວົ້າສະເພາະ ໃນປະເທດລາວ, ເຣື່ອງຣາຄາ ສິນຄ້າແພງຂຶ້ນ ບໍ່ໄດ້ເປັນບັນຫາໃໝ່ ທີ່ຫາກໍ່ເກີດຂຶ້ນ, ຫາກເປັນບັນຫາ ທີ່ມີມາກ່ອນໜ້ານີ້ ຢູ່ແລ້ວ. ປະຊາຊົນລາວ ທ່ານນຶ່ງ ໃຫ້ຄວາມເຫັນ ກ່ຽວກັບເຣື້ອງນີ້ວ່າ:
“ປະຊາຊົນ ເຂົ້າໃຈກັນໝົດແລ້ວ ຂະເຈົ້າເຂົ້າໃຈວ່າທຸກສີ່ງທຸກຢ່າງ ມັນບໍ່ແມ່ນວ່າ ຜູ້ນັ້ນເຮັດຜູ້ນີ້ເຮັດ, ມັນຂຶ້ນກັບ ສະຖານະການ ຂອງພາກພື້ນ ແລະ ກໍເປັນຂຶ້ນ ກັບສະຖານະການ ຂອງໂລກ.”
ແລະວ່າ ເຣື້ອງເຂົ້າສານ ສໍາລັບຊາວບ້ານ ຜູ້ມີເນື້ອທີ່ ສໍາລັບປູກເຂົ້າ ເປັນຂອງຕົນເອງ ກໍຈະມີ ການເກັບເຂົ້າສໍາຮອງເອົາໄວ້, ເຮັດໃຫ້ສາມາດມີເຂົ້າສານໄວ້ກິນ ຕລອດປີ.
ຢ່າງໃດກໍຕາມ, ເຖິງແມ່ນວ່າ ປະຊາຊົນ ຈະບໍ່ມີບັນຫາ ເຣື້ອງເຂົ້າກິນ ແຕ່ພວກຂະເຈົ້າ ບໍ່ຮູ້ກ່ຽວກັບສະພາບ ຄວາມຫຍຸ້ງຍາກ ຂອງຕລາດໂລກໃນໂລກ,ມີແຕ່ວ່າ ໄດ້ປະສົບ ກັບບັນຫາ ນໍ້າມັນແພງຂຶ້ນ ແລະ ມີຄວາມເດືອດຮ້ອນ ກັນຫລາຍ ເທົ່ານັ້ນ. ທ່ານ ກ່າວກ່ຽວກັບເຣື້ອງນີ້ວ່າ:
“ເດືອດຮ້ອນເນາະ, ນໍ້າມັນເນາະ, ທັມມະດາດຽວນີ້ ກໍ ຢູ່ເງິນກີບ 11 ແຫລະ.”
ປະກົດວ່າ ເຖີງແມ່ນວ່າ ປະຊາຊົນລາວ ຈະສາມາດ ຍອມຣັບ ເຣື້ອງເຂົ້າຍາກ ໝາກແພງ ແຕ່ພວກຂະເຈົ້າ ກໍຍັງມີຄວາມຫວັງວ່າ ທາງຮັຖບານ ຈະສາມາດ ແກ້ໄຂບັນຫາໄດ້ ຫລືບໍ່ກໍຊ່ອຍລຸດຜ່ອນບັນຫາ ຈາກໜັກ ເປັນເບົາ, ເພື່ອປະຊາຊົນລາວ ຈະສາມາດຢູ່ໄດ້ ໃນສະພາບ ເສດຖະກິດ ປັດຈຸບັນ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |