ໂຮງງານຢາສູບ ຂອງຈີນ ທີ່ສວັນນະເຂດ ປະຕິເສດ ແກ້ໄຂບັນຫາ ກິ່ນເໝັນ

2008-06-26

ໂຮງງານ ຢາສູບ ຂອງຈີນ ຢູ່ແຂວງສວັນນະເຂດ ບໍ່ຍອມ ປະຕິບັດ ຕາມຄຳຮຽກຮ້ອງ ຂອງທາງການແຂວງ ທີ່ຢາກໃຫ້ ໂຮງງານ ແກ້ໄຂບັນຫາ ກິ່ນເໝັນ ທີ່ອອກມາ ຈາກການບົ່ມຢາ ແລະ ທີ່ໄດ້ສົ່ງກິ່ນເໝັນ ໄປທົ່ວ ບໍຣິເວນ ໂຮງງານ ໃນແຂວງສວັນນະເຂດ ນັ້ນ.

ຫລັງຈາກ ຫ້ອງການ ແຂວງສວັນນະເຂດໄດ້ຮັບການປະທ້ວງ ຈາກປະຊາຊົນກ່ຽວກັບ ກິ່ນເໝັນ ຈາກໂຮງງານ ທາງການແຂວງຊຶ່ງລວມທັງ ເຈົ້າໜ້າທີ່ ສະພາບແວດລ້ອມ ກໍໄດ້ປະຊຸມກັນແລະ ຕົກລົງເນີໃຫ້ທາງໂຮງງານຢາສູບແກ້ໄຂ ບັນຫາ ກິ່ນເໝັນ ໂດຍດ່ວນ ດັ່ງ ທ່ານ ໜູຄຳ ອຸຜະໄຊ ຫົວໜ້າຫ້ອງການ ສະພາບແວດລ້ອມ ແຂວງສວັນນະເຂດ ໄດ້ກ່າວ ວ່າ:

ທ່ານເວົ້າວ່າ ທ່ານເຈົ້າ ແຂວງໄດ້ເນີ ບັນຫາຕ່າງໆ ຕໍ່ໂຮງງານຈີນ ໃນການແກ້ໄຂ ປັບປຸງ ໃນຣະຍະຜ່ານມາ ມັນແກ້ ບໍ່ໄດ້. ດຽວນີ້ ພວກເຮົາ ຕ້ອງການໃຫ້ແກ້ໄຂ ໃຫ້ເອົາພາກສ່ວນ ທີ່ເປັນຣະບົບຢາອອກຈະໄດ້ບໍ່ໂຮງງານຈີນ ກໍວ່າ ການລົງທຶນ ກໍຫລາຍແລ້ວ ຖ້າເອົາອອກ ຈະເອົາເງິນ ມາຈາໃສມາເຮັດ​.”

ໃນຂະນະດຽວກັນ ທາງການແຂວງສວັນນະເຂດ ກໍໄດ້ເນີໃຫ້ ຣັຖບານລາວ ແລະ ໂຮງງານຢາສູບເຊີນເອົານັກວິຊາການ ຈາກຜແນກ ມົນລະພິດ ກົມສິ່ງແວດລ້ອມ ກະຊວງອຸດສາຫະກັມ ມາສຶກສາສຳຣວດເບິ່ງຢ່າງຄັກແນ່ ອີກ​; ​ແຕ່ເຈົ້າໜ້າທີ່ແຂວງສວັນນະເຂດ ຄິດວ່າທາງໂຮງງານຢາສູບຄົງຈະບໍ່ເຫັນດີເຫັນພ້ອມກັບ ຂໍ້ສເນີດັ່ງກ່າວດັ່ງ ທ່ານ ໜູຄຳໄດ້ກ່າວອີກວ່າ:

ພວກເຮົາ ກໍຢາກປະສານສົມທົບ ກັນວ່າ ຈະເຊີນ ຖ້າເຊີນ ກໍຕ້ອງ ໂຮງງານ ເປັນຜູ້ເສັຍເງິນຄ້າງົບປະມານ ຕ່າງໆ ຂ້າເຈົ້າ ບໍ່ຢາກຍອມຮັບ.”

ເຖິງຢ່າງໃດກໍຕາມ ທ່ານ ໜູຄຳ ກ່າວໃນຕອນທ້າຍວ່າ ທາງການແຂວງສວັນນະເຂດ ​​ໄດ້ຕົກລົງໃຫ້​​ໂຮງງານຢາສູບ ແກ້ໄຂບັນຫາກິ່ນເໝັນນັ້ນ ພາຍໃນເວລານຶ່ງເດືອນ ຫລັງຈາກນັ້ນ ຖ້າບັນຫາຍັງບໍ່ຖືກແກ້ໄຂ ທາງການ ແຂວງກໍຈຳເປັນຕ້ອງດຳເນີນ ມາດຕະການ ຂັ້ນເດັດຂາດ ກັບໂຮງງານ.