ໃຊ້ເຈັ້ຍສາ ແທນ ຖົງພລາສຕິກ

2008-07-02

ແຂວງຫລວງພຣະບາງ ມີນະໂຍບາຍ ໃຫ້ປະຊາຊົນ ລຸດຜ່ອນ ກາຣໃຊ້ ຖົງພລາສຕິກ ແລ້ວຫັນມາໃຊ້ ວັສດຸ ທັມມະຊາຕ.

ນັບແຕ່ ທາງກາຣ ສປປລາວ ​​ໄດ້ຫັນ ມາເອົາໃຈ​​ໃສ່ ຕໍ່ບັນຫາພາວະໂລກຮ້ອນ ຢ່າງເອົາຈີເອົາຈັງ ຈົນເປັນນະໂຍບາຍ ບໍຣິມະສິທ ສຳຄັນ ອັນດັບຕົ້ນຕໍ່ ສີ່ແວດລ້ອມ ຊື່ງປະຊາຊົນ ແລະ ພາຄສ່ວນຂອງຣັຖບາລ ກໍ​​ໃຫ້ຄວາມຮ່ວມມື ເປັນຢ່າງດີໂດຽ​​ເຣີ່ມ ຈາກກາຣປູຈີຕສຳນຶກໃຫ້ກັບ ປະຊາຊົນແລະ ຮ້ານຄ້າ ຕາມສະຖານທີ່ຕ່າງໆໂດຽສະເພາະ ຢູ່ໃນ​​ເຂແຂວງຫລວງພຣະບາງ ທີ່​​ໃຫ້ກາຣສນັບສນູນ ພ້ອມກັບສົ່ງເສີມ ໃຫ້ປະຊາຊົນ ໃຊ້ຖົງເຈັ້ຽ ແທນຖົງ​ພລາສຕິກ ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ກົມສີ່ແວດລ້ອມ ໄດ້ກ່າວໃຫ້ຄໍາເຫັນ ວ່າ:

ປັຈຈຸບັນ ກໍຍັງໃຊ້ຢູ່ ກໍຄ່ອຍໆປັບໄປເນ໊າະ ສ່ວນມາກ ຢູ່ບັນດາ ຫ້າງຮ້ານ Supermarket ບໍຫລືວ່າຮ້ານຕລາດມືດ ຕ່າງໆ ສ່ວນມາກ ເຂົາເຈົ້າ ໃຊ້ຖົງເຈັ້ຽສາ ທີ່​ (​ເຮັດ) ທຳດ້ວຍກະດາສສາ ເນ໊າະແກ່ນັກທ່ອງທ່ຽວ ເນ໊າະ

ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ໃຫ້ ກາຣອະທິບາຍ ເພີ່ມວ່າ: ທາງກາຣລາວ ແມ່ນໃຫ້ຄວາມສຳຄັນໃນດ້ານກາຣຮັກສາ ສີ່ແວດລ້ອມ ດ້ວຍກາຣເຜີຽແຜ່ ໃຫ້ປະຊາຊົນ ເຣີ່ມຈາກເຂເມືອງທີ່ນິຍົມ ໃຊ້ຖົງປລາສຕິກ ນັ້ນໃຫ້ລຸດຜ່ອນ ແລະ ຫັນປ່ຽນໄປໃຊ້ຖົງເຈັ້ຽ ທີ່ສາມາດລະລາຍ ໄປຕາມທັມມະຊາຕ ໄດ້ງ່າຍ.

ສປປລາວ ກໍເປັນໜື່ງ ໃນປະເທດສະມາຊິກ ທີ່ຕ້ອງ ປະຕິບັຕ ຕາມກົດຣະບຽບ ບໍ່ໃຫ້ເກີດປາກົດກາຣແບບເຮືອນແກ້ວເຖີງແມ່ນວ່າ ລາວບໍ່ໄດ້ ເປັນປະເທດ ຕົ້ນເຫຕ ກໍຕາມແຕ່ກໍຫາກໄດ້ຮັບຜົລກະທົບຈາກປະເທດເພື່ອນບ້ານ ໂດຽກົງ. ສ່ວນຜົລກະທົບ ຈາກພາວະໂລກຮ້ອນ ທີ່ທາງລາວໄດ້ຮັບນັ້ນ ກໍເຫັນໄດ້ ຈາກສະພາບ ແຫ້ງແລ້ງ ແມ້ກະທັ້ງ ຕາມແມ່ນ້ຳລຳເຊ ຕ່າງໆ ກໍແຫ້ງຂອດ ໄປຕາມໆກັນ ເຮັດໃຫ້ ຊາວກະສິກອນລາວ ຕ້ອງໄດ້ຮັບ ຄວາມລຳບາກໂດຽສະເພາະ ທີ່ບໍ່ສາມາດ ຈະໄດ້ຮັບ ຜົລຜລິຕ ຕາມຄາດໝາຍ ໃນແຕ່ລະ ຣະດູກາຣ ເກັບກ່ຽວ ຂອງແຕ່ລະປີ.