ສປປລາວ ແລະ ສປຈີນ ຈະຮ່ວມມື ທາງວິທະຍຸ ແລະ ໂທລະທັດ

2008-05-15

ໃນ ການຕອບແທນ ການຊ່ອຍເຫລືອ ຂອງຈີນ, ກະຊວງ ຖແລງຂ່າວ ແລະ ວັທນະທັມ ຕົກລົງ ຈະສົ່ງຂ່າວ ໃຫ້ CCTV ຂອງຈີນ ອອກອາກາດ.

ສປປລາວ ແລະ ສປຈີນ ຈະຍົກ ຣະດັບ ຄວາມຮ່ວມມື ທາງດ້ານວິທະຍຸ ແລະ ໂທລະທັດ ລະຫວ່າງກັນ ໃຫ້ຫລາຍຂື້ນ ໃນອານຄົດ, ຊຶ່ງສອງປະເທດ ດັ່ງກ່າວ ໄດ້ລົງນາມກັນ ເປັນເອກສັນ ວ່າ ຈະມີ ການຮ່ວມມື ຊຶ່ງກັນ ໃນດ້ານນີ້. ຕາມສັນຍາ ຣະບຸວ່າ ທາງການຈີນ ຈະສ້າງ ສຖານີ ເຄືອຄ່າຍ ໂທລະທັດ CCTV ຊຶ່ງເປັນ ສຖານີ ແຫ່ງຊາດຈີນ ຂື້ນໃນລາວ ທີ່ຈະເປັນ ຊ່ອງ 4 ແລະ ຊ່ອງ 9 ກ່ອນ ການແຂ່ງຂັນ ກິລາ Olympic ທີ່ ກຸງປັກກິ່ງ ໃນເດືອນ ສິງຫາ. ນອກຈາກນັ້ນ,ທາງການ ຈີນ ຈະຊ່ອຍລາວ ໃນ ການຍົກຣະດັບ ຄຸນະພາບ ຣະບົບ ໂທລະທັດ ໃນລາວ ເພື່ອ ການລາຍງານ ຂ່າວສານ ປະເທດລາວ ໄຫ້ມີ ປະສິດຕພາບ ສຸງຂື້ນ. ໃນ ການຕອບແທນ, ຣັຖບານລາວ ໂດຍສເພາະ ກະຊວງ ຖແລງຂ່າວ ແລະ ວັທນະທັມລາວ ຕົກລົງ ທີ່ຈະສົ່ງຂ່າວ ໃຫ້ຫນ່ວຍງານ CCTV ຂອງຈີນ ອອກອາກາດ.

ການຕົກລົງ ທີ່ຈະມີ ການຮ່ວມມື ຊຶ່ງກັນແລະກັນ ລະຫວ່າງ ລາວກັບຈີນ ໃນດ້ານນີ້ ແມ່ນຜົລ ເກີດຈາກ ກອງປະຊຸມ ສຸດຍອດ ຈີນ-ອາຊຽນ ກ່ຽວກັບ ການອອອກອາກາດ ຂອງເຄືອຄ່າຍ ວິທະຍຸ ໂທລະທັດ ຂອງ ປະເທດ ໃນຂົງເຂດ ທີ່ໄດ້ຈັດຂຶ້ນ
ທີ່ກຸງປັກກິ່ງ ວ່າງ ວັນທີ 21-25 ເດືອນກ່ອນ ຊຶ່ງມີຕົວແທນ ຈາກເຄືອຄ່າຍ ວິທຍຸ ໂທລະທັດ ຂອງຈີນ ກວ່າ 100 ຄົນ ເຂົ້າຮ່ວມ. ໃນນັ້ນ 10 ຄົນ ແມ່ນຕົວແທນ ຈາກ ກຸ່ມປະເທດອາຊຽນ. ໃນກອງປະຊຸມ ທີ່ໃຊ້ເວລາ 3 ວັນ ໃນຫົວຂໍ້ ທີ່ວ່າ ເພື່ອ ການແລກປ່ຽນ, ການຮ່ວມມື ແລະ ການພທັນາ ເຄື່ອຄ່າຍ ການກະຈ່າຍສຽງ ໃນຂົງເຂດ. ຜູ້ຮ່ວມປະຊຸມ ກໍ່ໄດ້ ປືກສາ ຫາລືກັນ ກ່ຽວກັບ ກົດຣະບຽບ ຂອງ ການອອກຂ່າວ ໃນແຕ່ລະປະເທດ, ຄວາມຣັບຜິດຊອບ ທາງດ້ານສັງຄົມ ແລະ ການພັດທນາ. ໃນທີ່ປະຊຸມ ກໍ່ມີ ການລົງນາມ ໃນຖແລງການ ແລະ ການຮ່ວມມື ຫລາຍສບັບ ລະຫວ່າງກັນ. ຕົວແທນ ຈາກ ກຸ່ມປະເທດອາຊຽນ ໃຫ້ຄວາມເຫັນວ່າ ການຍົກຣະດັບ ທາງດ້ານວິທຍຸ ໂທລະທັດ ຣະຫວ່າງ ຈີນ ກັບອາຊຽນ ຈະເປັນການສົ່ງເສີມ ໃຫ້ມີ ການຄ້າ ການພັດທນາ ແລະ ຄວາມໄວ້ເນື້ອ ເຊື່ອໃຈ ລະຫວ່າງກັນຫລາຍຂື້ນ.

EKW: ຂ່າວສານ