ແມງເມົ່າ ຣະດູການ ສ້າງຄວາມລຳຄານ ໃຫ້ ຂ. ສວັນນະເຂດ

2008-05-08

ປະຊາຊົນ ຊາວ ສັວນນະເຂດ ສແດງ ຄວາມ ບໍ່ພໍໃຈ ໃນສພາບ ກິ່ນເໝັນ ຈາກ ແມງເມົ່າ

ປະຊາຊົນ ຊາວ ສັວນນະເຂດ ສແດງ ຄວາມ ບໍພໍໃຈ ໃນສພາບ ກິ່ນເໝັນ ທີ່ຕົນ ໄດ້ຮັບ ວ່າງ 2-3 ມື້ ທີ່ຜ່ານມາ ຈາກ ການຕາຍ ຂອງແມງເມົ່າ ທີ່ຂຶ້ນມາ ຈາກ ແມ່ນ້ຳຂອງ ໃນຍາມກາງຄືນ ເປັນຈຳນວນ ຫລາຍລ້ານຕົວ.

ຝຸງແມງເມົ່າ ຣະດູຝົນ ຈາກ ແມ່ນ້ຳຂອງ ພາກັນ ອອກມາ ໃນຍາມ ກາງຄືນ ເປັນຈຳນວນຫລວງຫລາຍ ທີ່ແຂວງ ສວັນນເຂດ, ສົ່ງກິ່ນ ເນົ່າເໝັນ ໃຫ້ແກ່ ຊາວບ້ານ ໃຫ້ໄດ້ຮັບ ຄວາມເດືອດຮ້ອນ. ທ່ານ ຄຳ ກີ່ງແກ້ວ, ຫົວໜ້າ ຫ້ອງການ ສາທາຣະນະສຸກ ແຂວງ ສວັນນະເຂດ ເວົ້າວ່າ: ໃນຊ່ວງ ໜ້າຝົນ ໃນແຕ່ລະປີ, ຈະມີ ຝຸງແມງເມົ່າ ສີຂາວ ຈຳນວນນັບລ້ານຕົວ ບິນອອກມາ ຈາກແມ່ນ້ຳຂອງ, ມາຫລີ້ນ ແສງໄຟ ຕາມ ລຳແມ່ນ້ຳຂອງ,  ສ້າງ ບັນຫາ ໃນການສັນຈອນ ແລະ ສົ່ງກິ່ນເໝັນ ໄປທົ່ວ ໃນເມື່ອ ເວລາ ມັນເສັຽ ຊີວິດ. ນອກຈາກນັ້ນ ຕາມ ຮ້ານອາຫານ ຕ່າງໆ ທີ່ມີ ແສງໄຟ ໃນຍາມກາງຄືນ ກໍ່ຈະມີ ກຸ່ມ ແມງເມົ່າ ອອກໄປ ຫລີ້ນໄຟ ຕາມ ຮ້ານອາຫານ ແລະ ສ້າງຄວາມລຳຄານ ແກ່ ຜູ້ ປະກອບການ ແລະ ຜູ້ຄົນ ທີ່ຈະມາ ຮັບປະທານ ອາຫານ. ດັ່ງ ທ່ານ ກ່າວ ໃນຕອນນຶ່ງ ວ່າ:

“ຍັງບໍ່ເຫັນ, ຖ້າເຫັນ ກໍ່ ເຕັມໄປໝົດ. ມັນຈະມາ ເປັນຈຳນວນ ຫລວງຫລາຍ. ຖ້າມັນຂື້ນ ກໍ່ ຫລາຍ ເຕັມຖນົນ ແຄມຂອງ. ຖ້າມັນຕາຍ ມັນກໍ່ເໝັນ ສົ່ງກິ່ນເໝັນ, ມັນເໝັນ ມັນຄາວ”.

ທ່ານ ວ່າ: ບັນຫາ ກິ່ນເໝັນ ເປັນສິ່ງ ສຳຄັນ. ໃນເມື່ອ ມັນຕາຍ, ເຈົ້າໜ້າທີ່ ເທສບານ ກໍ່ມາ ທຳການປັດກວດ ແລະ ຮັກສາ ຄວາມສອາດ. ທຸກຄັ້ງ ທີ່ແມງເມົ່າມາ ແລະ ຊາວບ້ານ ຫລາຍຄົນ ກໍ່ພາກັນ ຈັບແມງເມົ່າ ເພື່ອເອົາໄປ ເປັນອາຫານ ປາ. ນອກຈາກ ທີ່ຝັ່ງລາວ ແລ້ວ, ແມງເມົ່າ ຊນິດ ດັ່ງກ່າວ ກໍ່ໄດ້ບິນຂຶ້ນ ມາຝັ່ງໄທ ທີ່ເມືອງ ມຸກດາຫານ ອີກ, ຊຶ່ງໃນຄືນທີ່ຜ່ານມາ ທີ່ແຂວງ ມຸກດາຫານ ຂອງໄທ, ກຸ່ມຊາວບ້ານ ກໍ່ພາກັນ ມາຈັບ ແມງເມົ່າ ເປັນການໃຫຍ່, ດັ່ງຄົນໄທ ທ່ານນຶ່ງ ເວົ້າວ່າ:

(ສຽງຜູ້ໃຫ້ການ)

ທ່ານ ວ່າ: ປີກ່ອນໆ ມັນກໍ່ຂຶ້ນມາ ທີ່ ແຄມຂອງ, ເຂດເທສບານ ເປັນເວລາ ຫລາຍວັນ, ຫລາຍລ້ານໂຕ. ມີຄວາມໜາ ເຖີງຄືບ. ມັນສແດງອອກ ເຖີງວ່າ ປີໃດ ຟ້າຝົນດີ ມັນກໍ່ຈະ ອອກມາຫລາຍ; ແຕ່ປີໃດ ຈະມີ ຄວາມແຫ້ງແລ້ງ ຈະອອກມາ ນ້ອຍ.