ອົງກາຣ ທຶນ ສຳຫລັບ ແມ່ ແລະ ເດັກ ສປຊ ພົບບັນຫາ ເກັບກຳຂໍ້ມູລ ຜູ້ປ່ວຍ ໂຣຄເອດສ໌

2008-05-27

ເຈົ້າໜ້າທີ່ ອົງກາຣ UNICEF ພົບ ບັນຫາ ດ້ານ ເກັບກຳຂໍ້ມູລ ໃນ ກາຣຈຳແນກ ຜູ້ຄົນປ່ວຍ ຕິດເຊື້ອ AIDS ໃຫ້ ຢູ່ຫ່າງໄກ ຈາກຊຸມຊົນ.

ໃນ ປັຈຈຸບັນ ນີ້, ປາກົຕ ວ່າ ກຸ່ມ ປະຊາຊົນ ທີ່ ຕິດເຊື້ອ ໂຣຄເອດສ໌ (AIDS) ຈະໄດ້ຮັບ ຜົລກະທົບ ຈາກ ທາງສັງຄົມ ໂດຽກົງ ເຊັ່ນວ່າ: ປະຊາຊົນ ໃນ ແຕ່ລະເຂຕ ຊຸມຊົນ ຈະ ບໍ່ຢາກ ໃຊ້ ຊີວີຕ ຢູ່ ຮ່ວມກັບ ຈຳພວກ ຄົນ ທີ່ ຕິດເຊື້ອ ໂຣຄເອດສ໌ ນັ້ນ, ເຮັດໃຫ້ ທາງ ເຈົ້າໜ້າທີ່ ຂອງ ອົງກາຣ ທຶນ ສຳຫລັບ ແມ່ ແລະ ເດັກ ສະຫະປະຊາຊາຕ ຫລື UNICEF ຕ້ອງ ໄດ້ ອອກຊອກຫາ ເກັບກຳ ຂໍ້ມູລ ກ່ຽວກັບ ເຣື່ອງນີ້, ດັ່ງ ເຈົ້າໜ້າທີ່ ໄດ້ເປີດເຜີຽ ເຖິງ ບັນຫາ ວ່າ:

“ຂະເຈົ້າ ວ່າ ມັນຍັງມີ ກາຣຈຳແນກ ຢູ່; ແຕ່ວ່າ ເວລາ ເຮົາ ໄປເອົາ ຂໍ້ມູລ ຫລືວ່າສອບຖາມ ກັບ ຄົນຂ້າງບ້ານ, ຂະເຈົ້າ ກໍບໍ່ໄດ້ ຈຳແນກ ອິຫຍັງ. ເຂົາ ວ່າ ຊີນ໋າ ແຕ່ວ່າ ຜູ້ຕິດເຊື້ອ ວ່າ ມີ ກາຣຈຳແນກ. ສະນັ້ນ, ເຮົາ ກໍເລີຽ ວ່າ ມີ ແຜນວ່າ ຈະໄປ ເອົາອີກ ກໍເລີຽ ເວົ້າວ່າ ກາຣຈຳແຍກ ໃນ ຊຸມຊົນ ມັນຍັງ ຊິຍັງມີ ນ້ອຽບໍ?”

ເຈົ້າໜ້າທີ່ ລາວ ດັ່ງກ່າວ ໄດ້ແຈ້ງ ອີກວ່າ: ບັນຫາ ຂອງ ກຸ່ມຄົນ ທີ່ ຕິດເຊື້ອ ໂຣຄເອດສ໌ ຫລື ເດັກ ທີ່ ຕິດເຊື້ອ ເອດສ໌ ຈາກ ຜູ້ເປັນ ແມ່ນັ້ນ, ທາງ ຣັຖບາລ ກໍຄວນ ທີ່ ຈະ ຫາ ວິທີທາງ ແກ້ໄຂ ເພື່ອ ບໍ່ໃຫ້ ກຸ່ມຄົນ ເຫລົ່ານີ້ ມີ ບັນຫາ ຕໍ່ ສັງຄົມ ຫລື ພວກເດັກນ້ອຍ ກໍບໍ່ ໃຫ້ເສັຽ ດ້ານຄຸນພາບ ເວລ າທີ່ ໃຫຍ່ ເຕີບໂຕມາ. ສະເພາະ ກາຣເກັບກຳ ຂໍ້ມູລ ທີ່ ທາງອົງກາຣ “ຢູນີເຊຟ” ໄດ້ ປະຕິບັຕ ນັ້ນ, ສາມາຕ ແຍກໄດ້ ເປັນ 2 ປະເພດ, ດັ່ງ ທີ່ ທາງ ເຈົ້າໜ້າທີ່ ໄດ້ໃຫ້ ກາຣອະທິບາຍວ່າ:

“ມີ 2 ແງ່ ຍັງວ່າ. ຖ້າ ເຮົາເບິ່ງ, ກໍຄື ຂະເຈົ້າ ເຂົ້າໃຈ, ແລ້ວ ກໍບໍ່ມີ ຄຳອິດ. ຕອນທີ່ ຂະເຈົ້າ ບໍ່ຮູ້ ຂະເຈົ້າ ຈະເປັນ ກາຣຈຳແນກ. ບາງບ້ານ ຄິດວ່າ ຂໍ້ມູລ ຕົວນີ້ ບໍ່ເຂົ້າເລີຽ. ຂະເຈົ້າ ກໍ ບໍ່ໄດ້ຄິດ ວ່າ ໂຣຄເອດສ໌ ມັນຕິດ ໃນດ້ານໃດ ບໍ່ມີ ກາຣ ຈຳແນກ.”

ພ້ອມດຽວກັນນີ້, ເຈົ້າໜ້າທີ່ ດັ່ງກ່າວ ກໍໄດ້ ເນັ້ນວ່າ: ປັຈຈຸບັນ ໂຣຄເອດສ໌ ກຳລັງຄຸກຄາມ ເຖິງ ທາງ ຄອບຄົວ ຂອງ ຊາວລາວ ແລ້ວ, ກໍສ້າງ ຜົລກະທົບ ຕໍ່ ທາງສັງຄົມ ແລະ ຄວາມໝັ້ນຄົງ ຂອງ ປະເທດຊາຕ ໄດ້ ໃນ ອະນາຄົດ, ໂດຽສະເພາະຈຳພວກ ທີ່ ສູງອາຍຸ ກໍຈະມີ ຫລາຍເພີ່ມຂື້ນ ເຖິງ 10% ໃນຣະຍະ 15 ປີ ຂ້າງໜ້າ ນີ້, ພ້ອມ ກັບຈະມີ ບັນຫາ ເດັກກຳພ້າ ຍ້ອນ ຜູ້ເປັນ ພໍ່ແມ່ ເສັຽຊີວີຕ ໄປ ຈາກ ໂຣຄເອດສ໌ ທີ່ ຮ້າຍແຮງ ດັ່ງກ່າວ ນີ້.

ຄຳສັບ ຊອກຫາຂໍ້ມູນ: ໂຣກເອດສ໌, ສະຫະປະຊາຊາດ, aids, unitednations