ອົງການ ສາກົນ ສະແດງຄວາມເປັນຫ່ວງ ຕໍ່ການບັງຄັບສົ່ງ ຊາວລາວເຜົ່າມົ້ງ ກັບຄືນ

2008-04-21

ອົງການເນຣະໂທດກັມ ສາກົນ ເວົ້າວ່າ ການທີ່ຣັຖບານໄທ ກຳລັງຈັດສົ່ງ ຊາວລາວເຜົ່າມົ້ງ ຈາກບ້ານຫ້ວຍນ້ຳຂາວ ກັບຄືນປະເທດລາວ ຢູ່ໃນຂະນະນີ້ນັ້ນ ເປັນການລະເມີດ ກົດໝາຍ ກ່ຽວກັບສິດທິມະນຸດ ຣະຫວ່າງຊາດ.

RFA

ເຜົ່າມົ້ງ ທີ່ບ້ານຫ້ວຍນໍ້າຂາວ ຂໍຄວາມຊ່ອຍເຫລືອ ຈາກ ນາໆຊາດ

ອົງການ​ເນຣະ​ໂທດ​ກັມ ​ສາກົນ ຊຶ່ງ​ມີ​ສຳນັກງານ​ໃຫຍ່​ ຢູ່​ນະຄອນຫລວງ​ລອນ​ດອນ, ປະ​ເທດ​ອັງກິດ ຣາຍງານ ​ເມື່ອ​ວັນ​ຈັນ​ນີ້ ​ວ່າ ຣັຖບານ​ໄທ ມີໜ້າ​ທີ່​ ປະຕິບັດ​​ ແລະ ​ນັບຖື​ກົດໝາຍ ​ເຫລົ່ານັ້ນ ​ແລະ ​ຄວນ​ຢຸດຕິ​ການຈັດ​ສົ່ງ ​ຊາວ​ເຜົ່າ​ມົ້ງກັບ​ຄືນ​ລາວ ​ໂດ​ຍທັນທີທັນ​ໃດ.

ອົງການ​ເນຣະ​ໂທດ​ກັມ​ ສາກົນ​ ກ່າວ​ອີກ​ວ່າ ສຳຣັບຊາວ​ລາວ​ເຜົ່າ​ມົ້ງ ທີ່​ຖືກ​ກັກ​ຂັງ​ ຢູ່​ໄທ ​ແລະ ​ທີ່​ມີ​ສິດ​ເປັນ​ອົພຍົບ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ, ຣັຖບານ​ໄທ ກໍ​ຄວນ ​ເບິ່ງ​ແຍງ ​ພວກ​ເຂົາ​ເຈົ້າ ​ໂດຍ​ດີ ​ແລະ ​ຄວນ​​ເປີດ​ໂອກາດ ​ໃຫ້​ພວກ​ເຂົາ ​ໄດ້​ໄປ​ຕັ້ງຖິ່ນ​ຖານ ​ຢູ່​ປະ​ເທດ​ ທີ່​ສາມ. ອົງການ​ເນຣະ​ໂທດ​ກັມ​ ສາກົນ ​ກ່າວ​ຢ້ຳວ່າ ຣັຖບານ​ໄທ ບໍ່​ຄວນ​ຈັດ​ສົ່ງ ​ບຸກຄົນ ​ທີ່ຢູ່​ໃນ​ຖານະ​ໃດ​ກໍ​ຕາມ ກັບ​ຄືນ​​ໄປ​ປະ​ເທດ ​ທີ່​ພວກ​ເຂົາ​​ເຈົ້າ ຈະ​ໄດ້​ຮັບ​ອັນຕະຣາຍ.

​ເມື່ອ​ສອງ​ສັບປະດາ​ ທີ່​ຜ່ານ​ມາ, ທາງ​ການ​ໄທ ​ໄດ້​ຈັດ​ສົ່ງ​ຊາວ​ລາວ​ເຜົ່າ​ມົ້ງ ຈາກ​ບ້ານ​ຫ້ວຍ​ນ້ຳຂາວ 67 ຄົນ ກັບ​ຄືນ​ປະ​ເທດ​ລາວ, ​ຊຶ່ງ​ທັງ​ເຈົ້າໜ້າ​ທີ່ ​ໄທ, ລາວ ​ແລະ​ ຊາວ​ເຜົ່າ​ມົ້ງ ​ທີ່​ກັບ​ຄືນ​ເອງ ກໍ​ເວົ້າວ່າ ຊາວ​ເຜົ່າ​ມົ້ງ​ເຫລົ່າ​ນີ້ ​ກັບ​ຄືນ​ປະ​ເທດ​ລາວ ດ້ວຍ​ຄວາມສມັກ​ໃຈ ບໍ່​ໄດ້​ຖືກ​ບັງຄັບ​ ແຕ່​ຢ່າງ​ໃດ.

​ເມື່ອ​ປີ​ກາຍ ທາງ​ການ​ລາວ ​ແລະ ​ໄທ ຕົກລົງ​ກັນ​ວ່າ ຈະ​ຮ່ວມ​ກັນ ​ຈັດ​ສົ່ງ​ຊາວ​ລາວ ​ເຜົ່າ​ມົ້ງ ຊຶ່ງ​ມີ​ຢູ່​​ເກື​ອບ 8,000 ຄົນ​ນັ້ນ ກັບ​ຄືນ​ປະ​ເທດ​ລາວ​ ໃຫ້​ສຳ​ເຣັດ ພາຍ​ໃນ​ປີ 2008 ນີ້.