ລາວ ຈັດສັນ ທີ່ດິນ ໃຫ້ຊາວເຜົ່າມົ້ງ ຄອບຄົວ ລະ 2 ເຮັກຕາ

2008-06-27

ຊາວລາວເຜົ່າມົ້ງ ທີ່ອາໃສຢູ່ ບ້ານຜາຫລັກ ແຂວງວຽງຈັນ ໄດ້ຮັບ ທີ່ດິນ ເພື່ອປູກຝັງ ຄອບຄົວ ລະ 2 ເຮັກຕາ.

ທ້າວ ລາວເປົາ ຊົ່ງ ພໍ່ບ້ານ ບ້ານຜາຫລັກເວົ້າວ່າ ບ້ານຜາຫລັກເປັນບ້ານພັດທະນາໃນແຂວງວຽງຈັນເປັນບ້ານ ທີ່ຕັ້ງຂື້ນໃໝ່ເພື່ອຮອງຮັບ ເອົາຊາວລາວ ເຜົ່າມົ້ງ ທີ່ຖືກສົ່ງ ມາຈາກ ບ້ານຫ້ວຽນ້ຳຂາວ ປະເທດໄທ. ​ແຕ່ກໍມີຫລາຍຄອບຄົວ ທີ່ຍົກຍ້າຍ ມາຈາກແຂວງອື່ນເຂົ້າມາຢູ່ນຳ. ລາວວ່າໃນຂະນະນີ້ ມີຢູ່ນຳກັນ ທັງຫມົດ 54 ຄອບຄົວ. ​ແຕ່ລະ ຄອບຄົວໄດ້ຮັບ ທີ່ດິນ ເພື່ອປູກຝັງ 2 ​ເຮັກຕາ.

ເຈົ້າແບ່ງແລ້ວປັດຈຸບັນ ມີຢູ່ 54 ຄອບຄົວ ແລະໄດ້ທຳ ການຜະລິດແລ້ວແລະປູກເຂົ້າ ປູກສາລີໄປແລ້ວແລະຍັງຈຳ ນວນ 11 ຄອບຄົວ ທີ່ເຂົາເຈົ້າ ມາຫລ້າ ຍັງບໍ່ທັນໄດ້ຈັດສັນໄຫ້ພວກເຂົາເຈົ້າປູກພືດ ເທື່ອ.”

ຕາມຄຳບອກເລົ່າ ຂອງບຸກຄົນໃນພື້ນທີ່ ນັ້ນວ່າ ຊາວລາວເຜົ່າມົ້ງ ທີ່ຖືກສົ່ງ ຈາກບ້ານຫ້ວຍນ້ຳຂາວ ບາງສ່ວນໄດ້ຍ້າຍ ອອກຈາກບ້ານຜາຫລັກໄປຢູ່ແຂວງອື່ນ ແລ້ວ.

ໃນຂະນະນີ້ ຢູ່ບ້ານຜາຫລັກມີບາງຄອບຄົວ ທີ່ມາຈາກ ບ້ານຫ້ວຍນ້ຳຂາວແລະ

ຄອບຄົວຊາວເຜົ່າມົ້ງ ຊຶ່ງມັກຈະເປັນ ຍາດພີ່ນ້ອງກັນ ທີ່ມາຈາກແຂວງວຽງຈັນ ຫລວງພະບາງ ແລະຊຽງຂວາງ ຍັງລໍການຈັດສັນ ທີ່ດິນທຳກິນແລະອາຫານແຫ້ງ ຈາກຣັດຖະບານ ນັ້ນຢູ່. ທ້າວ ລາວເປົາຊົ່ງ ວ່າ:

ປັດຈຸບັນນີ້ ຄືວ່າ ມີ 2 ຣະບົບ ມີທີ່ດິນເຮັດນາແລະທີ່ດິນເຮັດສວນ ປະມານ 2 ​ເຮັກຕາແລະຄາດວ່າເດືອນ 8 ​ເດືອນ 9 ນີ້ ແມ່ນສຳເຣັດ ຈະຈັດສັນທີ່ດິນໃຫ້ເຂົາເຈົ້າຕື່ມອີກ.”

ກ່ຽວກັບບັນຫາຊາວລາວເຜົ່າມົ້ງ ທີ່ອົບພະຍົບໄປປະເທດໄທ ສະມາຊິກສະພາສູງ ສະຫະຣັດ 7 ທ່ານໄດ້ເນີໃຫ້ ຍານາງ Condoleezza Rice ຣັດຖະມົນຕຣີ ການຕ່າງປະເທດ ສະຫະຣັດ ຕິດຕາມເລື່ອງການ ທີ່ໄທສົ່ງຊາວເຜົ່າມົ້ງ ຫລາຍກວ່າ 800 ຄົນ ກັບປະເທດລາວ. ພວກທ່ານວ່າໄທໄດ້ສົ່ງຊາວມົ້ງ ກັບລາວເມື່ອວັນອາທິດ​ ​ໂດຍທີ່ບໍ່ມີພາກສ່ວນ ທີ່ເປັນເອກະລາດ ໄດ້ຕິດຕາມເບິ່ງ. ດັ່ງນັ້ນ ພວກທ່ານ ຈຶ່ງຮຽກຮ້ອງ ໃຫ້ຍານາງ Rice ເນີໃຫ້ໄທປະຕິບັດການສົ່ງກັບ ນັ້ນໄປຕາມມາດຕາຖານ ຂອງສະຫະປະຊາຊາດແລະ ພື້ນຖານ ສິດທິມະນຸດ. ບັນດາສະມາຊິກ ສະພາສູງສະຫະຣັດ ວ່າ ພວກຕົນ ມີຄວາມເປັນຫ່ວງ ວ່າ ຊາວອົບພະຍົບ ຈຳນວນນຶ່ງ ອາດຖືກທໍຣະມານ.