ທາງກາຣ ແຂວງວຽງຈັນ ຮັບເອົາ ຊາວເຜົ່າມົ້ງ ຈາກບ້ານ ຫ້ວຍນ້ຳຂາວ ທີ່ຖືກທາງກາຣໄທຽ ສົ່ງມອບໃຫ້ ທາງກາຣລາວ 76 ຄອບຄົວ ກັບຄືນ ທ້ອງຖີ່ນ.
ແຫລ່ງຂ່າວ ທ້ອງຖີ່ນ ແຈ້ງວ່າ: ໃນມື້ວັນທີ່ 2 ກໍຣະກະດານີ້ ຢູ່ທີ່ ເດີ່ນໂຮງຮຽນ ມັທຍົມ ປາກແຈ້ງ ເມືອງວຽງຄາ ແຂວງວຽງຈັນ ໄດ້ມີພິທີ ມອບສົ່ງ ຊາວລາວເຜົ່າມົ້ງ ທີ່ເຂົ້າເມືອງ ຜິດກົດໝາຍ ຈຳນວນ 76 ຄອບຄົວ ຮວມເປັນ ທັງໝົດ 354 ຄົນ ຣະຫວ່າງ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງໄທຽ ແລະ ຄະນະອຳນາຈ ກາຣປົກຄອງ ແຂວງວຽງຈັນ.
ຊາວເຜົ່າມົ້ງ ດັ່ງກ່າວ ແມ່ນພາຄສ່ວນ ຂອງຊາວມົ້ງ ທີ່ໄປອາສັຍ ຢູ່ເຂຕ ບ້ານຫ້ວຍນ້ຳຂາວ ແຂວງເພັຊບຸນ ໃນຣະຍະ ຜ່ານມາ ແລະ ທາງກາຣໄທຽ ໄດ້ສົ່ງ ກັບຄືນ ໃຫ້ທາງກາຣລາວ ໃນມື້ ວັນທີ່ 22 ມີຖຸນາ ຜ່ານມາ ໃນຈຳນວນ 837 ຄົນ ແລ້ວທາງກາຣລາວ ກໍໄດ້ສົ່ງ ຕໍ່ໄປ ຍັງສູນຕ້ອນຮັບ ຊົ່ວຄາວ ທີ່ແຂວງບໍຣິຄຳໄຊ ເພື່ອໃຫ້ຄວາມແນະນຳ ແລະ ອົບຮົມ ເຂົາເຈົ້າ ກ່ອນທີ່ ຈະຈັດສົ່ງ ກັບຄືນ ທ້ອງຖີ່ນເດີມ ຂອງເຂົາເຈົ້າ.
ພາຍຫລັງ ທີ່ທາງອຳນາຈ ກາຣປົກຄອງ ແຂວງວຽງຈັນ ໄດ້ຮັບເອົາ ແລ້ວກໍຈະມີ ກາຣມອບຕໍ່ ໃຫ້ທາງເຈົ້າໜ້າທີ່ ກ່ຽວຂ້ອງ ທ້ອງຖີ່ນ ເພື່ອໃຫ້ ເອົາໃຈໃສ່ ເບີ່ງແຍງ ແລະ ໃຫ້ຄວາມຊ່ວຍເຫລືອ ໂດຽສະເພາະທີ່ພັກພາ ອາສັຍ ແລະ ດ້ານອາຫາຣ ກາຣກິນ ຈົນກວ່າ ເຂົາເຈົ້າ ຈະສາມາດ ຫາກຸ້ມຕົນເອງ ໄດ້ ຊື່ງ ຄາດວ່າ ຈະໄດ້ຈັດສົ່ງ ໄປໃນຫລາຍໆ ເຂຕເຊັ່ນ: ເມືອງຊະນະຄາມ 2 ຄອບຄົວ ຈຳນວນ 13 ຄົນ, ເມືອງແມດ 2 ຄອບຄົວ ຈຳນວນ 9 ຄົນ, ເມືອງກາສີ 1 ຄົນ, ເມືອງໝື່ນ 21 ຄອບຄົວ ຈຳນວນ 82 ຄົນ, ເມືອງເຟືອງ 19 ຄອບຄົວ ຈຳນວນ 98 ຄົນ, ເມືອງວັງວຽງ 12 ຄອບຄົວ ຈຳນວນ 63 ຄົນ, ເມືອງໂຮມ 8 ຄອບຄົວ ຈຳນວນ 34 ຄົນ, ເມືອງໄຊສົມບຸນ 4 ຄອບຄົວ ຈຳນວນ 21 ຄົນແລະເມືອງໂພນໂຮງ 7 ຄອບຄົວ ຈຳນວນ 33 ຄົນ.|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
ໄທຈະສົ່ງ ຊາວມົ້ງ 500 ຄົນ ກັບຄືນ ທ້າຍເດືອນນີ້
ທາງການລາວ ໃຫ້ການຊ່ອຍເຫລືອ ຊາວເຜົ່າມົ້ງ ທີ່ຖືກສົ່ງກັບ
ຊາວເຜົ່າມົ້ງ ຫ້ວຍນໍ້າຂາວ ຖືກສົ່ງກັບຄືນ ຕື່ມອີກ
ອອສເຕຣເລັຍ ຈະຮັບ ເອົາຊາວເຜົ່າມົ້ງ ຈໍານວນນຶ່ງ
ໄທ ຈະສົ່ງຊາວເຜົ່າມົ້ງ ກັບຄືນ ສປປລາວ ຕື່ມອີກ
UNHCR ເວົ້າວ່າ ໄທຽ ອາຈບັງຄັບ ຊາວເຜົ່າມົ້ງ ບາງຄົນ ກັບຄືນ ສປປລາວ
ສະຫະຣັດ ເປັນຫ່ວງ ກັບຊາວເຜົ່າມົ້ງ ຖືກສົ່ງກັບ