ສະຫະຣັດ ເປັນຫ່ວງ ກັບຊາວເຜົ່າມົ້ງ ຖືກສົ່ງກັບ

2008-06-28

ສະມາຊິກ ສະພາສູງ ສະຫາຣັດ ຂໍໃຫ້ ສະຫາຣັດ ອະເມຣິກາ ທຳຄວາມກົດດັນ ທາງການໄທ ບໍ່ໃຫ້ສົ່ງ ຊາວລາວເຜົ່າມົ້ງ ກັບຄືນ ປະເທດ.

ສະມາຊິກສະພາສູງ ສະຫາຣັດ 7 ທ່ານ ຮຽກຮ້ອງໃຫ້ ຮັຖມົນຕຣີ ກະຊວງການຕ່າງປະເທດ ຍານາງ ຄອນໂດລີຊາ ໄຣສ ຕິດຕາມ ພົວພັນ ກັບການສົ່ງ ຊາວລາວເຜົ່າມົ້ງ ຈາກບ້ານຫ້ວຍນ້ຳຂາວ ກວ່າ 800 ຄົນ ກັບຄືນ ປະເທດລາວ ເພາະຢ້ານ ຈະຖືກປະຫັດປະຫານ ກັ່ນແກ້ງ.

ສະມາຊິກ ສະພາສູງ ສະຫາຣັດ ບໍ່ດີໃຈ ທີ່ທາງການໄທ ສົ່ງຊາວລາວ ເຜົ່າມົ້ງ ກັບຄືນປະເທດ ເມື່ອວັນ ອາທິດ ທີ່ຜ່ານມາ ໂດຍທີ່ ບໍ່ໄດ້ມີການສັງເກດການ ຈາກພວກເຈົ້າໜ້າທີ່ທີ່ເປັນກາງ. ພວກເພິ່ນໄດ້ສົ່ງ   ເອກກະສາ ຫາ ຍານາງ ໄຣສ ເມື່ອອາທິດນີ້ ເພື່ອຂໍຮ້ອງ ໃຫ້ທຳຄວາມກົດດັນ ທາງການໄທ ໃຫ້ເຮັດຖືກຕ້ອງ ຕາມກົດມາດຕະຖານ ສະຫ ປະຊາຊາດ ດ້ານສິດທິມະນຸດ.  

ເອກກະສາ ດັ່ງກ່າວ ມີຂໍ້ຄວາມວ່າ ສະຖານະການ ກ່ຽວຂ້ອງ ກັບການສົ່ງ ຊາວລາວເຜົ່າມົ້ງ ກັບຄືນ ປະເທດ ນັ້ນ ບໍ່ແຈ່ມແຈ້ງ ໂປ່ໃສ ພວກເຮົາ ຢາກຂໍຮ້ອງ ໃຫ້ທ່ານ ເຮັດທຸກວິທີທາງ ທີ່ຈະໄດ້ ຄວາມກະຈ່າງແຈ້ງ ວ່າແມ່ນຫຍັງເກີດຂື້ນ ໃນພິທີການ ສົ່ງພວກຂະເຈົ້າ ກັບຄືນ ປະເທດ ນັ້ນ.

ຊາວລາວເຜົ່າມົ້ງ ທີ່ຕັ້ງຖິ່ນຖານ ຢູ່ສະຫາຣັດ ກ່າວວ່າ ພວກຕົນ ຢ້ານວ່າ ພວກອົບພະຍົບ ມົ້ງລາວ ອາດຈະຖືກ ປະຫັດປະຫານກັ່ນແກ້ງ ແລະ ລົງໂທດ ໃນປະເທດ ອມມິວນິສລາວ ຊຶ່ງເປັນບ້ານເກີດເມືອງນອນຂອງຕົນ. ​ເພາະ ຊາວລາວເຜົ່າມົ້ງ ເຄີຍ ສູ້ຣົ ຄຽງຂ້າງ ກອງທະຫານ ສະຫາຣັດ ໃນສົງຄາມວຽດນາມ.

ອົງການເພື່ອສິດທິມະນຸດ ກ່າວເມື່ອ ວັນພະຫັດ ຜ່ານມາວ່າ ການສົ່ງ ຊາວລາວເຜົ່າມົ້ງ ກັບຄືນປະເທດ ຄັ້ງນີ້ອາດຈະມີຜູ້​​ທີ່ບໍ່ໄດ້ສມັກໃຈ ຮວມຢູ່ນຳ ອັນນີ້ກໍຈະຜິດຕໍ່ກົດມາດຕະຖານ ສິດທິມະນຸດສາກົນ.

ໂຄສົກ ຂອງກະຊວງການຕ່າງປະເທດໄທ ກ່າວວ່າ ຊາວລາວເຜົ່າມົ້ງ ກວ່າ 800 ຄົນ ກັບຄືນ ປະເທດດ້ວຍຄວາມສມັໃຈ. ​ແຕ່ກຸ່ມຊ່ອຍເຫຼືອ ດ້ານມະນຸດ ສະຍະທັມ, ພວກແພດບໍ່ມີພົມແດນ ຊ້ຳພັດ ເຊື່ອຄືກັນກັບ ຄະນະ ສະມາຊິກ ສະພາສູງ ສະຫາຣັດ ທີ່ວ່າ ຊາວລາວເຜົ່າມົ້ງ ກວ່າ 800 ຄົນ ນີ້ອາດຈະຖືກ ບັງຄັບໃຫ້ກັບຄືນ.