ທາງການລາວ ອອກ ບັດປະຈໍາໂຕ ໃຫ້ຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ທີ່ຖືກສົ່ງກັບ ສປປລາວ ຈໍານວນນຶ່ງ.
ຕັ້ງແຕ່ ທາງການລາວ ແລະ ໄທ ມີມະຕິ ສົ່ງຊາວເຜົ່າມົ້ງລາວ ບ້ານຫ້ວຍນໍ້າຂາວ ກັບຄືນ ສປປລາວ, ໃນນັ້ນ ຈໍານວນນຶ່ງ ຖືກສົ່ງໄປ ບ້ານພັທນາ ຜາຫລັກ, ຊຶ່ງ ທາງການລາວ ກໍໄດ້ຮັບຮອງ ໃຫ້ເປັນ ປະຊາຊົນລາວ ໂດຍສົມບູນ ແລະ ອອກ ບັດປະຈໍາໂຕ ປະຊາຊົນ ໃຫ້.
ທ່ານ ລາວເປົ໋າ ຊົ໋ງ, ປະທານບ້ານ ບ້ານພັທນາຜາຫລັກ, ແຂວງວຽງຈັນ, ໃຫ້ຣາຍລະອຽດ ວ່າ:
“ຂະເຈົ້າ ກໍມີບັດປະຊາຊົນ ເປັນພົລເມືອງລາວ ແລ້ວ, ແຕ່ວ່າ 15 ປີ ຂຶ້ນໄປ ເພິ່ນຈະອອກບັດໃຫ້ໝົດ ເນາະ, ຂະເຈົ້າ ມີສິດປິ່ນປົວ ຄື ພົລເມືອງລາວແລ້ວ ມີສິດທິ ສເມີພາບ ຕໍ່ໜ້າກົດໝາຍແລ້ວ ປັດຈຸບັນ.”
ຊາວມົ້ງ ທີ່ຖືກສົ່ງໄປ ບ້ານພັທນາຜາຫລັກ, ປັດຈຸບັນ ມີ 11 ຄອບຄົວ, ມີຈໍານວນ 63 ຄົນ, ຊຶ່ງອໍານາດການປົກຄອງ ທ້ອງຖິ່ນ ປະຈໍາແຂວງ ຮັບຮອງວ່າ ເປັນພົລເມືອງລາວ ແລະ ເຮັດບັດປະຈໍາໂຕ ໃບໃໝ່ ໃຫ້ແກ່ ຜູ້ທີ່ມີອາຍຸ 15 ປີ ຂຶ້ນໄປ. ທ່ານ ກ່າວຕື່ມວ່າ:
“ດຽວນີ້ ເພິ່ນກໍອອກບັດ ໃຫ້ແລ້ວດ ຂະເຈົ້າ ກໍໄປມາຫາສູ່ກັນ ຢ່າງຖືກຕ້ອງ ຫລື ວ່າ ຄ້າຂາຍ ຫລືວ່າ ຂະເຈົ້າ ໄປເຮັດການ ບໍຣິການອື່ນໆ ໄດ້ຕາມສະບາຍ ປັດຈຸບັນ.”
ສໍາລັບ ຊາວເຜົ່າມົ້ງ ຈາກບ້ານຫ້ວຍນໍ້າຂາວ ທີ່ຖືກທາງການໄທ ສົ່ງກັບ ໄປແລ້ວຫລາຍໆຄັ້ງ, ທາງການລາວ ຈະຕ້ອງກວດສອບ ແລະ ພິສູດ ກ່ອນວ່າ ເຮັດຄວາມຜິດຫຍັງບໍ່? ແລະ ກວດສອບ ທີ່ຢູ່ເດີມ ຂອງຂະເຈົ້າ ເສັຍກ່ອນ. ຈາກນັ້ນ ຈະສົ່ງກັບ ບ້ານເດີມ ຂອງຂະເຈົ້າ, ແລະ ອໍານາດ ການປົກຄອງ ທ້ອງຖິ່ນ ຈະອອກ ບັດປະຊາຊົນ ເພື່ອຮັບຮອງ ການເປັນພົລເມືອງລາວ ໃຫ້ເຊັ່ນກັນ.|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
ໄທຈະສົ່ງ ຊາວມົ້ງ 500 ຄົນ ກັບຄືນ ທ້າຍເດືອນນີ້
ທາງການລາວ ໃຫ້ການຊ່ອຍເຫລືອ ຊາວເຜົ່າມົ້ງ ທີ່ຖືກສົ່ງກັບ
ຊາວເຜົ່າມົ້ງ ຫ້ວຍນໍ້າຂາວ ຖືກສົ່ງກັບຄືນ ຕື່ມອີກ
ອອສເຕຣເລັຍ ຈະຮັບ ເອົາຊາວເຜົ່າມົ້ງ ຈໍານວນນຶ່ງ
ໄທ ຈະສົ່ງຊາວເຜົ່າມົ້ງ ກັບຄືນ ສປປລາວ ຕື່ມອີກ
ຊາວເຜົ່າມມົ້ງ ຈາກບ້າຫ້ວຍນໍ້າຂາວ ຖືກສົ່ງກັບ ທ້ອງຖິ່ນເດີມ
UNHCR ເວົ້າວ່າ ໄທຽ ອາຈບັງຄັບ ຊາວເຜົ່າມົ້ງ ບາງຄົນ ກັບຄືນ ສປປລາວ
ສະຫະຣັດ ເປັນຫ່ວງ ກັບຊາວເຜົ່າມົ້ງ ຖືກສົ່ງກັບ