UNHCR ເວົ້າວ່າ ໄທຽ ອາຈບັງຄັບ ຊາວເຜົ່າມົ້ງ ບາງຄົນ ກັບຄືນ ສປປລາວ

2008-06-28

ອົງກາຣ ສະຫະ ປະຊາຊາຕ ດ້ານຜູ້ອົພຍົບ ວ່າ ຊາວເຜົ່າມົ້ງ ບາງຄົນ ອາຈຖືກ ບັງຄັບ ໃຫ້ກັບຄືນ ປະເທດລາວ ຊື່ງຖືວ່າ ເປັນກາຣລະເມີດ ສິທທິ ພື້ນຖານ ຂອງມະນຸສຍະຊົນ ກໍເປັນໄດ້.

ຍານາງ Jennifer Pagonis ​ໂຄສົກ ຂອງອົງກາຣ ສະຫະປະຊາຊາຕ ດ້ານຜູ້ອົພຍົບ ຫລື UNHCR ​ໃຫ້ຄຳເຫັນ ດັ່ງກ່າວ ຕໍ່ທາງສື່ມວລຊົນ ຢູ່ນະຄອນ​ Geneva ​ໃນມື້ວັນທີ່ 27 ມີຖຸນານີ້ ກ່ຽວກັບເຣື່ອງທີ່ທາງກາຣໄທຽ ໄດ້ສົ່ງ​ ​ຊາວເຜົ່າມົ້ງ ຈຳນວນ 837 ຄົນຄືໃຫ້ແກ່ ທາງກາຣ ສປປລາວໃນມື້ວັນອາທິດຜ່ານມາ ທີ່ອາຈເຮັດໃຫ້ ບາງຄອບຄົວຕ້ອງໄດ້ພັດພາກ ຈາກກັນ.

ຍານາງ Pagonis ​ໄດ້ກ່າວເນັ້ນ ວ່າ: ທາງ UNHCR ​ເປັນຫ່ວງນຳ ບັນດາຜູ້ນໍາ ໃນກຸ່ມຊາວມົ້ງ 8 ຄົນພ້ອມກັບ ຄອບຄົວຮວມເປັນທັງໝົດ 18 ຄົນດ້ວຍກັນ ທີ່ປາກົດຖືກບັງຄັບໃຫ້ກັບຄືນເມືອງລາວ ພ້ອມກັບ ຄະນະທັງໝົດນັ້ນ.

ພ້ອມດຽວກັນນີ້ ທາງໂຄສົກ ຂອງກະຊວງ ກາຣຕ່າງປະເທດ ຂອງໄທຽ ກໍຢືນຢັນວ່າ ຊາວເຜົ່າ ມົ້ງທັງໝົດ ທີ່ກັບຄືນ ປະເທດລາວ ໃນວັນອາທິດນັ້ນ ແມ່ນໄປດ້ວຍ ຄວາມສະມັກໃຈແລະ ວ່າ ມີແຕ່ພວກທີ່ກໍ່ຄວາມວຸ້ນວາຍ ຫລືສ້າງຄວາມປັ່ນປ່ວນ ເທົ່ານັ້ນ ທີ່ອາຈຖືກ ເນຣະເທດ ແລະ ນອກຈາກນັ້ນ ກໍຍັງມີຕື່ມອີກ ບໍ່ຕໍ່າກວ່າ 6,000 ຄົນທີ່ວ່າ ພໍໃຈ ແລະ ພ້ອມແລ້ວ ທີ່ຈະກັບຄືນ ປະເທດລາວ ເຊັ່ນກັນ.

ຢ່າງໃດ ກໍຕາມທາງເຈົ້າໜ້າທີ່ຂອງອົງກາຣແພທບໍ່ມີພົມແດນ ທີ່ເຂົ້າໄປໃຫ້ຄວາມຊ່ວຍເຫລືອແກ່ບັນດາ ຊົນເຜົ່າມົ້ງ ທີ່ເຂຕບ້ານຫ້ວຍ​ນ້ຳຂາວແຂວງເພັຊບຸນ ກໍວ່າ ມີຊາວມົ້ງ ປະມານ 1,300 ຄົນ ຈາກຈຳນວນ ທັງໝົດ ກວ່າ 4,000 ຄົນ ທີ່ພາກັນ ປະທ້ວງ ແລະ ຍ່າງອອກຈາກເຂຕບໍຣິເວນ ສູນຮອງຮັບຊົ່ວຄາວ ນັ້ນ ຍັງບໍ່ທັນເຫັນພາກັນກັບຄືນເຂົ້າສູນເທື່ອ ຈົນເທົ່າປັຈຈຸບັນນີ້.