ຜ່ານມາ ສປປລາວ ເສີມປ່າໄມ້ ໄດ້ ພຽງ 30% ເທົ່ານັ້ນ

2008-05-27

ທາງການລາວ ຍອມຮັບວ່າ ການປູກຕົ້ນໄມ້ ເພື່ອ ທົດແທນ ປ່າໄມ້ ທີ່ຖືກຕັດ ທໍາລາຍໄປ ນັ້ນ ສາມາດ ປະຕິບັດ ໄດ້ ພຽງ 30% ຂອງເປົ້າໝາຍ ທີ່ ວາງເອົາໄວ້ ໃນແຕ່ລະປີ.

ການປູກ ຕົ້ນໄມ້ ເພື່ອ ທົດແທນ ປ່າໄມ້ ໃນລາວ ທີ່ ຖືກຕັດ ທໍາລາຍ ໄປ ຢ່າງ ລວດເລວ ນັ້ນ, ສາມາດ ປະຕິບັດ ໄດ້ ຕໍ່າກວ່າແຜນການ ແລະ ເປົ້າໝາຍ ທີ່ ວາງເອົາໄວ້ ນັ້ນ ຢ່າງຫລວງຫລາຍ,  ໂດຍສະເພາະ, ໃນ ໂອກາດ ວັນ ປູກຕົ້ນໄມ້ ແຫ່ງຊາດ ຊຶ່ງ ທາງການ ລາວ ໄດ້ ຈັດໃຫ້ມີຂຶ້ນ ເປັນປະຈໍາ ໃນ ວັນທີ 1 ມິຖຸນາຂອງ ທຸກໆ ປີ ນັ້ນ, ປາກົດ ວ່າ ປະຕິບັດ ໄດ້ ພຽງ 30% ເທົ່ານັ້ນ, ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ກະສິກໍາ ປ່າໄມ້ ຂອງລາວ. 

ສາເຫດ ສໍາຄັນ ປະການນຶ່ງ ມາຈາກ ການທີ່ ປະຊາຊົນ ເຜົ່າຕ່າງໆ ສ່ວນໃຫຍ່ ໃນລາວ ບໍ່ໃຫ້ ຄວາມຮ່ວມມື ກັບ ພາກຣັດ ຢ່າງແທ້ຈິງໃນ ການປູກຕົ້ນໄມ້ ແລະ ການຄຸ້ມຄອງ ໃຫ້ ຕົ້ນໄມ້ ນັ້ນ ເຕີບໃຫຍ່ຂຶ້ນ ນັ້ນເອງ. ເຈົ້າໜ້າທີ່ ລາວ ກ່າວ ຊີ້ແຈງ ກ່ຽວກັບ ເລື່ອງນີ້ ວ່າ:

”ປີ ທີ່ຜ່ານມາ ພວກເຮົາ ປູກຕົ້ນໄມ້ ໄດ້ ພຽງ ປະມານ 30% ເທົ່ານັ້ນ ຂອງ ແຜນການ ທີ່ໄດ້ ວາງອອກ ແລະ ທີ່ ສໍາຄັນ ທີ່ສຸດ ກໍຄື ໃນ ການຟື້ນຟູ ປ່າໄມ້ ໃນຊ່ວງ ທີ່ຜ່ານມາ, ພວກເຮົາ ຍັງ ບໍ່ໄດ້ເອົາ ໃຈໃສ່ ເລີຍ. ເພາະ ປ່າສ່ວນໃຫຍ່ ຍັງ ບໍ່ໄດ້ ກໍານົດເຂດ ໃຫ້ປະຊາຊົນ ຄຸ້ມຄອງ. ສະນັ້ນ, ພວກເຮົາ ຈຶ່ງຈະໄດ້ ຫັນມາ ເອົາໃຈໃສ່ ໃນ ການແບ່ງເຂດ ຄຸ້ມຄອງ ປ່າ ຢ່າງລະອຽດ ຈະແຈ້ງ ຊຶ່ງ ຈະເລີ່ມ ປະຕິບັດ ໃນ ເລວໆນີ້.”

ໃນໂອກາດ ວັນປູກຕົ້ນໄມ້ ແຫ່ງຊາດ ປະຈໍາປີ 2008 ນີ້, ທາງການລາວ ກໍໄດ້ ວາງເປົ້າໝາຍ ທີ່ຈະ ໂຄສະນາ ຂົນຂວາຍ ໃຫ້ປະຊາຊົນ ລາວ ໃນ ທົ່ວປະເທດ ຮ່ວມກັນ ປູກຕົ້ນໄມ້ ໃຫ້ໄດ້ ຢ່າງໜ້ອຍ 1 ລ້ານ ຕົ້ນ.

ແລະ ຖ້າຫາກວ່າ ການປູກ ຕົ້ນໄມ້ ໃນ ປີນີ້ ຍັງ ບໍ່ດີຂຶ້ນ ກວ່າ ປີ ທີ່ຜ່ານມາ ນັ້ນ, ກໍ ໝາຍຄວາມວ່າ ໃນ ທົ່ວ ປະເທດລາວ ສາມາດປູກ ຕົ້ນໄມ້ ໄດ້ ບໍ່ເກີນ 3 ແສນ ຕົ້ນ. ຍິ່ງໄປກ່ວານັ້ນ, ຫາກ ບໍ່ໄດ້ຮັບ ການຮ່ວມມື ຢ່າງຈິງຈັງ ຈາກ ປະຊາຊົນ ລາວ, ຕົ້ນໄມ້ ທີ່ປູກແລ້ວ ສ່ວນໃຫຍ່ ກໍຈະ ລົ້ມຕາຍໄປ ເພາະ ຂາດການດູແລ- ເອົາໃຈໃສ່ ໃນການບໍາຣຸງ ຮັກສາ ຢ່າງຕໍ່ເນື່ອງ ນັ້ນເອງ. 

ກ່ອນໜ້ານີ້ ທ່ານ ຄໍາອ້ວນ ບຸບຜາ ຣັດຖະມົນຕຣີ ປະຈໍາ ສໍານັກງານນາຍົກ ໄດ້ ປະເມີນ ວ່າ ໃນລາວ ປັດຈຸບັນ ຍັງເຫລືອ ປ່າໄມ້ ທີ່ມີສະພາບ ອຸດົມ ສົມບຸນ ພຽງ 35% ຂອງ ເນື້ອທີ່ ທັງໝົດ ໃນ ປະເທດ ລາວ, ຊຶ່ງ ສາເຫດ ສໍາຄັນ ຢ່າງນຶ່ງ ທີ່ ເຮັດໃຫ້ ປ່າໄມ້ ຂອງ ລາວ ລຸດຣະດັບ ຄວາມໜາແໜ້ນ ລົງ ຢ່າງໄວວາ ນັ້ນ ກໍຄື ການລັກລອບ ຕັດໄມ້ ເພື່ອ ການຄ້າເທື່ອນ.
ຄຳສັບ ຊອກຫາຂໍ້ມູນ: ສັພະຍາກອນ, resource