ເຈົ້າໜ້າທີ່ ກະຊວງແຮງງານ ສປປລາວ ແລະ ໄທຽ ຕົກລົງ ໃຫ້ມີ ກາຣພິສູດ ສັນຊາຕ ແຮງງານ ຊາວລາວ ຕື່ມອີກ ເທື່ອໃໝ່.
ຫວ່າງມໍ່ໆ ມານີ້ ເຈົ້າໜ້າທີ່ ຣະດັບສູງ ກະຊວງ ແຮງງານ ແລະ ສວັດດີກາຣ ສັງຄົມ ຂອງລາວ ແລະໄທຽ ໄດ້ຮ່ວມປະຊຸມ ຢູ່ນະຄອນຫລວງ ວຽງຈັນ ເພື່ອປຶກສາຫາຣື ເຣື່ອງກາຣພິສູດ ສັນຊາຕ ແຮງງານຊາວລາວ ທີ່ລັກລອບ ເຂົ້າໄປ ຫາເຮັດວຽກງານ ຢູ່ປະເທດໄທຽ ຢ່າງບໍ່ຖືກຕ້ອງ ຕາມກົດໝາຍ ຊື່ງທັງສອງຝ່າຍ ເຫັນພ້ອມ ທີ່ຈະໃຫ້ ມີກາຣພິສູດ ກັນໃໝ່ອີກຕື່ມ ຄັ້ງໜື່ງ ແລະ ຄາດວ່າ ຈະໃຫ້ແລ້ວເສຣັຈ ພາຍໃນ ເດືອນມີຖຸນາ 2009 ທີ່ຈະມີເຖີງນີ້ ແລະ ຣາຍລະອຽດ ໃນກາຣປະຕິບັຕ ວຽກງານນັ້ນ ທາງເຈົ້າໜ້າທີ່ ສະເພາະກິຈ ທັງສອງຝ່າຍ ຈະໄດ້ປະຊຸມກັນ ໃນເດືອນກໍຣະກະດາ ນີ້ເພື່ອກຳໜົດ ວັນເວລາແລະ ສະຖານທີ່ ເພື່ອຈະໄດ້ ປະກາດ ໃຫ້ບັນດາ ນາຍຈ້າງ ໃຫ້ຄວາມຮ່ວມມື ຕໍ່ໄປ.
ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຝ່າຍໄທຽ ກໍໄດ້ ເປີດເຜີຽ ວ່າ: ບັນດາ ແຮງງານ ຊາວລາວ ທີ່ເຮັດວຽກ ຢູ່ປະເທດໄທຽ ຢ່າງຖືກຕ້ອງ ຕາມກົດໝາຍ ມີພຽງ ປະມານ 6,500 ຄົນ ເທົ່ານັ້ນ ແລະ ສ່ວນທີ່ໄດ້ໄປ ຣາຍງານຕົວ ກັບທາງກາຣໄທຽ ແລ້ວ ແຕ່ຍັງບໍ່ທັນ ໄດ້ຮັບ ກາຣພິສູດ ສັນຊາຕ ເທື່ອນັ້ນ ມີທັງໝົດປະມານ 14,000 ຄົນ.
ເຖີງຢ່າງໃດ ກໍຕາມ ໃນເມື່ອ ຈຳນວນທັງໝົດ ດັ່ງກ່າວ ຫາກຜ່ານ ກາຣພິສູດສັນຊາຕ ຄັ້ງໃໝ່ນີ້ ແລ້ວນັ້ນ ກໍຈະເຮັດໃຫ້ ເຂົາເຈົ້າ ທັງໝົດ ເປັນແຮງງານ ທີ່ຖືກຕ້ອງ ແລະ ຈະໄດ້ຮັບ ຄວາມຄຸ້ມຄອງຕາມກົດໝາຍ ຂອງໄທຽ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |