ໄທ ຕໍ່ເວລາ ໃຫ້ຄົນງານລາວ ຜິດກົດໝາຍ ຕື່ມອີກ 2 ປີ

2008-06-30

ເຈົ້າໜ້າທີ່ ທາງການໄທ ໄດ້ ຍືດເວລາ ໃຫ້ຊາວລາວ ທີ່ລັກລີ້ເຂົ້າໄປ ເຮັດວຽກ ຜິດກົດໝາຍ ໃນໄທ ຊຶ່ງຄາດວ່າມີຮອດ 14 ພັນຄົນ ໃຫ້ເຮັດວຽກ ຕໍ່ໄດ້ ອີກ 2 ປີ ຈົນຮອດ ວັນທີ 28 ກຸມພາ ປີ 2010 ເພື່ອໃຫ້ ນາຍຈ້າງ ພາໄປ ຈົດທະບຽນ ແຮງງານ ໃຫ້ແລ້ວໝົດ.

ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ຂອງໄທ ຍານາງ ອຸໄລວັນ ທຽນທອງ ໄດ້ບອກກັບ ຄູ່ຕຳແນ່ຝ່າຍລາວ ຍານາງ ອ່ອນຈັນ ທັມມະວົງ ທີ່ນະຄອນຫຼວງວຽງຈັນ ໂດຍທັງສອງຝ່າຍ ໄດ້ເຊັນສັນຍາຮ່ວມກັນ ກ່ຽວກັບ ຣື້ອງນີ້ ໃນບັນທຶກ ຊ່ອຍຄວາມຈຳ.

ກະວ່າ ມີຄົນງານ ຈາກລາວ ຢູ່ປະເທດໄທ ປະມານ 96 ພັນຄົນ. ຈຳນວນ 56 ພັນຄົນ ໄດ້ມີ ການພິສູດ ​ສັນຊາດແລ້ວ ແລະ ຍັງເຫຼືອຢູ່ 40 ພັນຄົນ ທີ່ຍັງບໍ່ໄດ້ ພິສູດເທື່ອ. ​ໃນບັນດາ ແຮງງານ ຊາວລາວ ທີ່ຜ່ານການພິສູດແລ້ວ ມີຈຳນວນ 28 ພັນກວ່າຄົນ ໄດ້ຮັບ ໃບອະນຸຍາດ ໃຫ້ເຮັດວຽກ ໃນປະເທດໄທ ກັບອີກປະມານ 20 ພັນຄົນ ໄດ້ຮັບ ອະນຸຍາດຊົ່ວຄາວ ຈາກທາງການລາວ ໃຫ້ເດີນທາງກັບໄປ ຮັດວຽກ ຢູ່ໄທໄດ້.

ສ່ວນຈຳນວນ ທີ່ເຫຼືອນັ້ນ ໜ່ວຍງານ ທີ່ກ່ຽວຂ້ອງ ທັງສອງ ປະເທດ ກຳລັງ ເຮັດຕາມ ຂັ້ນຕອນ ເພື່ອໃຫ້ແລ້ວພາຍໃນ 2 ປີ. ຍານາງ ອຸໄລວັນ ໄດ້ນຳພາເຈົ້າໜ້າທີ່ ຝ່າຍໄທ ປະຊຸມຫາລື ​​ເຣື້ອງນະໂຍບາຍ ແຮງງານ ກັບ ຍານາງ ອ່ອນຈັນ ຫົວໜ້າຝ່າຍລາວ. ທັງ 2 ຝ່າຍໄດ້ແລກປ່ຽນ ຂໍ້ມູນ ກ່ຽວກັບ ບັນຫາ ຄວາມຄືບໜ້າ ແລະ ຜົນໃນການດຳເນີນງານ ດ້ານແຮງງານ ະຫວ່າງ 2 ປະເທດ.

ຣັຖບານລາວ ກັບ ຣັຖບານໄທ ໄດ້ເຫັນພ້ອມ ທີ່ຈະ ຮ່ວມກັນ ແກ້ໄຂ ບັນຫາ ແຮງງານ ຂ້າມແດນ​ ຣະຫວ່າງ 2 ປະເທດ ຊຶ່ງມີ ຄົນງານລາວ ລັກລີ້ເຂົ້າໄປເຮັດການ ຢ່າງຜິດກົດໝາຍ ໃນປະເທດໄທ ແລະ ກໍມີຊາວໄທ ຈຳນວນນຶ່ງ ທີ່ກຳລັງເຮັດວຽກ ຢູ່ລາວ ຢ່າງທີ່ບໍ່ຖືກຕ້ອງ ຕາມກົດໝາຍ ເຊັ່ນກັນ.